ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລາວ ກຳປູເຈຍ ແລະ ຫວຽດນາມ ຕົກລົງ ຈະ​ເສີມ​ຂະຫຍາຍ​ ການ​ຮ່ວມ​ມືກັນ ໃນເຂດສາມຫລ່ຽມເສດຖະກິດ


ນາຍົກ​ລັດຖະມົນຕີ​ ລາວ ກຳປູ​ເຈຍ ​ແລະ ຫວຽດນາມ ຕົກລົງ​ ຈະ​
ເສີມ​ຂະຫຍາຍ​ການ​ຮ່ວມ​ມື ໃນລະຫວ່າງກອງ​ປະຊຸມ​ສຸດ​ຍອດ​ຄັ້ງທີ 8 ຂອງ​ການ​ຮ່ວມ​ມື​ ໃນ​ເຂດ​ສາມ​ຫລ່ຽມ​ພັດທະນາ​ເສດຖະກິດ.
ນາຍົກ​ລັດຖະມົນຕີ​ ລາວ ກຳປູ​ເຈຍ ​ແລະ ຫວຽດນາມ ຕົກລົງ​ ຈະ​ ເສີມ​ຂະຫຍາຍ​ການ​ຮ່ວມ​ມື ໃນລະຫວ່າງກອງ​ປະຊຸມ​ສຸດ​ຍອດ​ຄັ້ງທີ 8 ຂອງ​ການ​ຮ່ວມ​ມື​ ໃນ​ເຂດ​ສາມ​ຫລ່ຽມ​ພັດທະນາ​ເສດຖະກິດ.

ນາຍົກ​ລັດຖະມົນຕີ​ລາວ ກຳປູ​ເຈຍ ​ແລະ ຫວຽດນາມ ຕົກລົງ​ ຈະ​
ເສີມ​ຂະຫຍາຍ​ການ​ຮ່ວມ​ມື ທາງ​ເສດຖະກິດ​ການ​ຄ້າ ການ​ລົງທຶນ
​ແລະ ການທ່ອງ​ທ່ຽວ ​ໃນ​ເຂດ​ສາມ​ຫລ່ຽມພັດທະນາ ລະຫວ່າງ 3
ປະ​ເທດ​ໃຫ້ຫຼາຍຂຶ້ນ.

ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ​ລາວ ​ໃນ​ຖານະ​ເຈົ້າພາບຈັດ​ກອງ​ປະຊຸມສຸດ
ຍອດ ​ຄັ້ງທີ 8 ຂອງ​ການ​ຮ່ວມ​ມື​ໃນ​ເຂດ​ສາມ​ຫລ່ຽມພັດທະນາ​ເສດຖະກິດ ລະຫວ່າງ​
ກຳປູ​ເ​ຈຍ ລາວ ​ແລະ ຫວຽດນາມ ທີ່​ຈັດ​ຂຶ້ນຢ່າງ​ເປັນ​ທາງ​ການ​ເມື່ອ​ບໍ່​ນານ​ມາ​ນີ້ ຢູ່​ນະຄອນ
ຫລວງ​ວຽງ​ຈັນ ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ ກອງ​ປະຊຸມ ຄັ້ງນີ້​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບ​ງາມ
​ໂດຍ​ຜູ້ນຳ​ລັດຖະບານ​ທັງ ​3 ປະ​ເທດ​ໄດ້​ຕົກລົງ​ຈະ​ເສີມ​ສ້າງ​ ຂະຫຍາຍ​ການ​ຮ່ວມ​ມື
ລະຫວ່າງ ​ກັນ ​ໃຫ້ຫຼາຍຂຶ້ນທັງ​ໃນ​ດ້ານ​ການ​ຄ້າ ການ​ລົງທຶນ ​ແລະ ການທ່ອງທ່ຽວ.

“ຂ້າພະ​ເຈົ້າ ຂໍ​ຖື​ໂອກາດ​ນີ້ ຖະ​ແຫລ​ງຜົນ​ຂອງ​ກອງ​ປະຊຸມ​ໃຫ້​ພີ່ນ້ອງ​ຊາບ​ດັ່ງ​ນີ້ ໜຶ່ງ​
ບັນດາ​ຜູ້ນຳ​ຈາກ ກຳປູ​ເຈຍ ລາວ ຫວຽດນາມ ຍັງ​ຍຶດໝັ້ນ ​ແລະ ສືບ​ຕໍ່​ຍົກ​ສູງບົດ
ບາດ​ ການ​ຮ່ວມ​ມື​ ຂອງ​ສາມ​ຊາດ ພວກ​ເຮົາ​ ບົນ​ພື້ນ​ຖານ​ສາຍ​ພົວພັນ​ເພື່ອນ​ມິດ.”

ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ​ລາວ ​ໃນ​ຖານະ​ເຈົ້າພາບ​ຈັດ​ກອງ​ປະຊຸມ​.
ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ​ລາວ ​ໃນ​ຖານະ​ເຈົ້າພາບ​ຈັດ​ກອງ​ປະຊຸມ​.

ໂດຍສຳຫລັບເປົ້າໝາຍສຳຄັນໃນດ້ານການຄ້າລະຫວ່າງລາວ
ກັບຫວຽດນາມນັ້ນ ຜູ້ນຳລັດຖະບານທັງ 2 ປະເທດກໍໄດ້ເນັ້ນ
ຢ້ຳວ່າ ຈະຕ້ອງເພີ້ມມູນຄ່າການຄ້າ ລະຫວ່າງກັນ ຈາກ 1,000
ລ້ານດອນລາ ໃນປັດຈຸບັນ ໃຫ້ເຖິງ 2,000 ລ້ານດອນລາ ພາຍ
ໃນປີ 2015 ໃຫ້ໄດ້ຢ່າງເປັນຮູບປະທຳ ດ້ວຍການອຳນວຍ
ຄວາມສະດວກ ໃນການຂົນສົ່ງ ແລະ ການກວດກາສິນຄ້າແບບ
ປະຕູດຽວ ຫຼື One Stop Service ຢູ່ທີ່ດ່ານຊາຍແດນ ລະ
ຫວ່າງ ສອງປະເທດ ຊຶ່ງຈະເລີ້ມການຈັດຕັ້ງປະຕິບັດ ຢູ່ທີ່ດ່ານ
ລາວບາວຂອງຫວຽດນາມ ກັບດ່ານແດນສະຫວັນ ໃນແຂວງ
ສະຫວັນນະເຂດຂອງລາວ ເປັນແຫ່ງທຳອິດນັບຈາກວັນທີ 7
ມັງກອນ 2015 ເປັນຕົ້ນໄປ.

ສ່ວນໃນດ້ານການລົງທຶນນັ້ນ ທັງ 3 ປະເທດຈະມີການພິຈາ
ລະນາປັບປຸງລະບົບ ແລະ ອັດຕາ ການຈັດເກັບພາຊີ ໃຫ້
ສອດຄ້ອງກັນ ລວມເຖິງການໃຫ້ສິດທິພິເສດ ໃນດ້ານຕ່າງໆ ເພື່ອໃຫ້ການສົ່ງເສີມການລົງທຶນ ຈາກຕ່າງປະເທດ ໃຫ້ເຂົ້າມາໃນເຂດສາມຫລ່ຽມ ພັດທະນາ ຫຼາຍຂຶ້ນຢ່າງຕໍ່ເນື່ອງ.

ຍິ່ງໄປກວ່ານັ້ນ ນາຍົກລັດຖະມົນຕີ ທັງ 3 ປະເທດ ຍັງໄດ້ມອບໝາຍໃຫ້ ກະຊວງກະສິກຳ
ປ່າໄມ້ ຂອງທັງ 3 ຝ່າຍ ເພື່ອໃຫ້ຮັບຜິດຊອບ ໃນການຮ່າງແຜນການພັດນາ ອຸດສາຫະກຳ
ທີ່ກ່ຽວກັບຢາງພາລາ ຮ່ວມກັນ ໃນເຂດສາມຫລ່ຽມພັດທະນາອີກດ້ວຍ.

ທັງນີ້ກໍເນື່ອງຈາກວ່າ ເຂດສາມຫລ່ຽມພັດທະນາ ໃນປັດຈຸບັນມີເນື້ອທີ່ ກວ້າງກວ່າ 144,600
ກິໂລແມັດມົນທົນ ໂດຍກວມເອົາພື້ນທີ່ໃນເຂດ 13 ແຂວງໃນ 3 ປະເທດ ຄື ແຂວງສາລະວັນ
ເຊກອງ ອັດຕະປື ແລະ ຈຳປາສັກ ໃນລາວ ແຂວງຊຽງແຕງ ລັດຕະນະຄີຣີ ມົນທົນຄີຣີ
ແລະກຣະເຈາະ ໃນກຳປູເຈຍ ແຂວງດັກລັກ ຢ່າລາຍ ກອນຕຸມ ດັກນົງ ແລະບິງເຝືອກໃນ
ຫວຽດນາມ ຊຶ່ງເປັນເຂດ ທີ່ມີສະພາບ ພູມິອາກາດ ແລະ ດິນ ທີ່ເມາະແກ່ການປູກຢາງ
ພາລາ ຢ່າງຍິ່ງນັ້ນເອງ.

ນອກຈາກນັ້ນ ຜູ້ນຳລັດຖະບານທັງ 3 ປະເທດຍັງໄດ້ໃຫ້ຄວາມສຳຄັນ ກັບການຮ່ວມມືກັນ
ເຂົ້າໃນການດຶງດູດເອົາການຊ່ອຍເຫຼືອ ຈາກຕ່າງປະເທດເພື່ອນຳມາໃຊ້ໃນການພັດທະນາ
ລະບົບພື້ນຖານ ໂຄງລ່າງ ທີ່ຍັງຫລ້າຫລັງ ໃນຫຼາຍໆດ້ານ ໂດຍບໍ່ວ່າຈະເປັນ ເສັ້ນທາງ
ຄົມມະນາຄົມຂົນສົ່ງ ແຫລ່ງຜະລິດພະລັງງານໄຟຟ້າ ລະບົບນ້ຳປະປາ ແລະລະບົບການ
ໃຫ້ບໍລິການດ້ານສຸຂະພາບອະນາໄມ ກໍຕາມ ຍັງຕ້ອງເພິ່ງພາການຊ່ອຍເຫຼືອ ຈາກຕ່າງ
ປະເທດເປັນດ້ານຫລັກ.

ໂດຍການຈັດຕັ້ງປະຕິບັດດັ່ງກ່າວນີ້ ເປັນການດຳເນີນຕາມແຜນແມ່ບົດ ພັດທະນາເສດຖະ
ກິດສັງຄົມ ໃນເຂດສາມຫລ່ຽມພັດທະນາ ໃນລະຍະປີ 2010-2020 ທີ່ໄດ້ມີການດັດແກ້
ໃຫ້ສອດຄ້ອງກັບ ສະພາບການຕົວຈິງ ໃນກອງປະຊຸມສຸດຍອດຄັ້ງທີ 8 ນີ້ດ້ວຍ ທັງນີ້ໂດຍ
ເປົ້າໝາຍສຳຄັນທີ່ຜູ້ນຳລັດຖະບານ ທັງສາມປະເທດ ໄດ້ກຳນົດຮ່ວມກັນ ໃນລະຍະ
ສະເພາະ ໜ້ານີ້ກໍຄືການເຮັດໃຫ້ ເສດຖະກິດ ຂະຫຍາຍຕົວບໍ່ຕ່ຳກວ່າ 10 ເປີເຊັນ ແລະ
ເຮັດໃຫ້ປະຊາຊົນ ໃນເຂດສາມຫລ່ຽມພັດທະນາ ມີລາຍໄດ້ສະເລ່ຍ ລະຫວ່າງ 1,500-
1,600 ດອນລາ ຕໍ່ຄົນ ພາຍໃນປີ 2015 ໃຫ້ໄດ້ຢ່າງແທ້ຈິງ.

XS
SM
MD
LG