ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວຈະພັດທະນາ ໃຫ້ເປັນ​ເຂດ​ສູນ​ກາງ ຂອງ​ການ​ເຊື່​ອມຕໍ່​ ດ້ານ​ຄົມມະ​ນາຄົມ​ຂົນ​ສົ່ງ ​ໃນ​ລຸ່ມແມ່ນ້ຳຂອງ


Almanya Bad Doberan'de papatyalar arasından geçen tren.
Almanya Bad Doberan'de papatyalar arasından geçen tren.

ປະທານ​ປະ​ເທດ ຢືນຢັນ​ວ່າ ​ແຜນ​ຍຸດ​ທະ​ສາດ ການ​ພັດທະນາ​
ລາວ ​ໃຫ້​ເປັນ​ເຂດ​ສູນ​ກາງ ຂອງ​ການ​ເຊື່​ອມຕໍ່​ດ້ານ​ຄົມມະ​ນາຄົມ
​ຂົນ​ສົ່ງ ​ໃນ​ເຂດ​ລຸ່ມ​ແມ່​ນ້ຳຂອງ ​ແລະ ອາ​ຊ່ຽນ​ຍັງ​ເປັນ​ເປົ້າໝາຍ​
ສຳຄັນ.

ທ່ານ​ຈູມມະລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ລາວ ​ແລະ ​ເລຂາ
ທິການ​ໃຫຍ່ພັກ​ປະຊາຊົນ​ປະຕິວັດ​ລາວ ຖະ​ແຫລ​ງຢືນຢັນ​ວ່າ ​
ແຜນ​ຍຸດ​ທະ​ສາດ​ຢ່າງ​ໜຶ່ງ ທີ່​ພັກ ​ແລະ ​ລັດຖະບານລາວ ​ໄດ້​ໃຫ້ຄວາມ​ສຳຄັນ​ໃນ​ຖານະ ທີ່​ເປັນແຜນການ​ບຸລິ​ມະ​ສິດ ທີ່​ຈະ​ຕ້ອງ​ດຳ​ເນີນ​ການຈັດຕັ້ງປະຕິລບັດໃຫ້​ໄດ້ ຢ່າງ​ເປັນ​ຮູບ​ປະ​ທຳນັ້ນ ກໍ​ຄື​ການ​ພັດທະນາ​ລາວ ໃຫ້​ເປັນ​ເຂດສູນ​ກາງ ຂອງ​ການ​ເຊື່​ອມຕໍ່​ ດ້ານ​ຄົມມະນາ
ຄົມຂົນ​ສົ່ງ ​ໃນ​ລຸ່ມ​ແມ່ນ້ຳຂອງ ​ແລະ ໃນ​ພູມິ​ພາກ​ອາ​ຊ່ຽນ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ທີ່​ຈະ​ພັດທະນາ​ລາວ ​ໃຫ້ໄປ​ເຖິງ​ເປົ້າໝາຍ​ດັ່ງກ່າວ​ໄດ້ ຢ່າງ​ແທ້​ຈິງ
​ນັ້ນ ກໍ​ຕ້ອງ​ມີ​ການ​ນຳ​ໃຊ້​ເງິນ​ທຶນ​ຢ່າງ​ຫລວງຫຼາຍ ​ໃນ​ຂະນະ​ທີ່​ລັດຖະບານ​ລາວ ກໍ​ຍັງ​ຕ້ອງ
​ປະ​ເຊີນ​ກັບ​ບັນຫາ​ ການ​ຂາດ​ແຄນ​ດ້ານ​ເງິນ​ທຶນ ຢ່າງ​ໜັກ​ໜ່ວງ ຈຶ່ງ​ຈະ​ຕ້ອງ​ເພິ່ງ​ພາ​ ການ​
ຊ່ວຍ​ເຫຼືອ ​ແລະ​ ກູ້​ຢືມ​ຈາກ​ຕ່າງປະ​ເທດ ​ເປັນ​ດ້ານຫຼັກ ຊຶ່ງ​ໃນ​ນີ້​ກໍ​ລວມ​ເຖິງ​ທະນາຄານ​
ພັດທະນາ​ລະບົບ​ພື້ນຖານ​ໂຄງ​ລ່າງ​ ທີ່​ລັດຖະບານ​ຈີນ​ລິ​ເລີ້ມ ທີ່​ຈະ​ສ້າງຕັ້ງຂຶ້ນ​ໃນ​ມໍ່ໆ​ນີ້ດ້ວຍ ດັ່ງ​ທີ່​ທ່ານ​ຈູມມະ​ລີ ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ:

“ບົນ​ຈິດ​ໃຈ​ດັ່ງກ່າວ ສປປ ລາວ ຂໍສະໜັບສະໜຸນຂໍ້ລິເລີ້ມຂອງ ສປ ຈີນ ໃນການ
ສ້າງຕັ້ງ ທະນາຄານລົງທຶນ ໃນພື້ນຖານໂຄງ​ລ່າງ​ອາຊີ ຊຶ່ງ​ຈະ​ເປັນ​ການ​ເປີດໂອ
ກາດໃຫ້​ແກ່​ປະ​ເທດ​ ກຳລັງ​ພັດທະນາ ສາມ​າດທີ່​ຈະ​ເຂົ້າ​ເຖິງ​ ແຫ​ລ່ງທຶນ​ໄດ້​ງ່າຍ
ອັນ​ເປັນ​ການ​ປະກອບສ່ວນ​ ເຂົ້າ​ໃນ​ການ​ປັບປຸງ ​ເຊື່ອມ​ຈອດ ​ແລະ ພື້ນຖານ​ໂຄງ
​ລ່າງ​ ໃນ​ພາກ​ພື້ນ​ອາຊີ.”

ພິທີເປີດເສັ້ນທາງ 13 ເໜືອ ຈາກເມືອງໄຊ ຫາ ເມືອງປາກມອງ ຫຼັງຈາກສຳເລັັດການກໍ່ສ້າງ ໂດຍບໍລິສັດເອກະຊົນຈີນ.
ພິທີເປີດເສັ້ນທາງ 13 ເໜືອ ຈາກເມືອງໄຊ ຫາ ເມືອງປາກມອງ ຫຼັງຈາກສຳເລັັດການກໍ່ສ້າງ ໂດຍບໍລິສັດເອກະຊົນຈີນ.

ທາງ​ດ້ານ​ທ່ານ​ລີ​ເບີ ລີ​ບົວ​ປາວ ຜູ້ອຳ​ນວຍ​ການ​ສະ​ຖາ​ບັນ​ວິໄຈ
​ເສດຖະກິດ​ແຫ່ງ​ຊາດ ຖະ​ແຫລ​ງຍອມຮັບ​ວ່າ ການ​ຂະຫຍາຍຕົວ​
ທາງເສດຖະກິດ​ຢ່າງ​ຕໍ່​ເນື່ອງ​ຂອງ​ລາວ ​ໃນ​ລະຍະຫຼາຍປີ​ມາ​ນີ້ ກໍ
​ຍັງ​ບໍ່ພຽງພໍ​ ສຳ​ຫລັບ​ການ​ທີ່​ຈະ​ເຮັດ​ໃຫ້​ມູນ​ຄ່າ ທາງ​ເສດຖະກິດ
​ຂອງ​ລາວ ທຽບ​ເທົ່າ​ກັບປະ​ເທດ​ສະມາ​ຊິກ​ເກົ່າ​ໃນ​ອາ​ຊ່ຽນ​ດ້ວຍ
​ກັນ​ໄດ້​ເລີຍ ​ແລະ ທີ່​ສຳຄັນ​ກໍ​ຄື​ຂະໜາດ​ເສດຖະກິດ​ຂອງລາວ
ກໍ​ຍັງ​ມີ​ມູນ​ຄ່າ​ ຂອງ​ຜະລິດ​ຕະພັນ​ລວມ (GDP) ນ້ອຍ​ທີ່​ສຸດ​ເມື່ອ​
ທຽບ​ກັບທຸກ​ປະ​ເທດ​ສະມາຊິກ​ໃນ​ກຸ່ມ​ອາ​ຊ່ຽນ​ດ້ວຍ​ກັນ ​ໃນ​ປັດຈຸ
ບັນ​ນີ້ ​ອີກດ້ວຍ.

ທັງ​ນີ້​ໂດຍ​ທ່ານ​ລີ​ເບີ ​ໄດ້​ຍົກ​ຕົວຢ່າງ​ເຖິງ​ມູນ​ຄ່າ​ທາງ​ເສດຖະກິດ
​ຂອງ​ລາວ​ໃນ​ປີ 2012 ທີ່​ມີ​ຍອດ​ຜະລິດ​ຕະພັນ​ລວມ ຫຼື (GDP)
ຄິດເປັນ​ມູນ​ຄ່າ​ລວມທັງ​ໝົດ 9,200 ລ້ານດອນ​ລາ ຫາກ​ແຕ່​ກໍ​ຖື​ເປັນ​ມູນ​ຄ່າ​ທີ່​ທຽບກັນ​ບໍ່​ໄດ້​ເລີຍ ກັບປະ​ເທດ​ອິນ​ໂດ​ເນ​ເຊຍ ​ໄທ ​ແລະ ຫວຽດນາມ ທີ່ GDP ມີ​ມູນ​ຄ່າ​ລວມ 878,000
ລ້ານ​ດອນ​ລາ ກັບ 365,500 ລ້ານ​ດອນ​ລາ ​ແລະ 135,000 ລ້ານ​ດອນ​ລາ​ ຕາ​ມລຳດັບ.

ຍິ່ງ​ໄປ​ກວ່າ​ນັ້ນ ສຳ​ຫລັບ​ປະ​ເທດ​ສະມາຊິກ​ໃໝ່​ຂອງ​ອາ​ຊ່ຽນ ທີ່​ມີ​ເສດຖະກິດ​ຂະໜາດ​ນ້ອຍ
ຄື​ກັນ​ກັບ​ລາວ ​ເຊັ່ນ​ບຣູນາຍ ​ແລະ​ ກຳປູ​ເຈຍ​ນັ້ນ ມູນ​ຄ່າ GDP ກໍ​ສູງ​ກວ່າ​ລາວ ​ຄື 16,600 ລ້ານ​ດອນ​ລາ​ກັບ 14,000 ລ້ານ​ດອນ​ລາ ຕາມ​ລຳດັບ ​ເພາະສະນັ້ນ ການ​ທີ່​ເສດຖະກິດ​ຂອງ​ລາວ​ຈະ​ມີ​ມູນ​ຄ່າ ​ທຽບ​ເທົ່າ​ກັບປະ​ເທດ​ຂະໜາດ​ໃຫຍ່ ​ໃນ​ອາ​ຊ່ຽນ​ໄດ້​ນັ້ນ ຍັງ​ຈະ​ຕ້ອງ​ໃຊ້​ເວລາ​ອີກ​ນັບ​ສິບໆ​ປີ ຊຶ່ງ​ທ່ານລີ​ເບີ ​ໄດ້​ຄາດໝາຍ​ວ່າ ການ​ຂະຫຍາຍຕົວ​ທາງ​ເສດຖະກິດ​ຂອງ​ລາວ ​ໃນ​ລະດັບ​ປັດຈຸບັນ​ນີ້ ກໍ​ຈະ​ເຮັດ​ໃຫ້​ລາວ​ກາຍ​ເປັນ​ປະ​ເທດ ​ທີ່​ມີ​ລະດັບ​ລາຍ​ໄດ້
ສູງ​ພາຍ​ໃນ​ປີ 2040 ​ໂດຍ​ມີ​ເງື່ອນ​ໄຂ​ວ່າ ​ເສດຖະກິດ​ຂອງ​ລາວ​ຈະ​ຕ້ອງ​ຂະຫຍາຍຕົວ​ເພີ້​ມ
ຂຶ້ນຢ່າງ​ຕໍ່​ເນື່ອງ.

​ແຕ່​ຢ່າງ​ໃດ​ກໍ​ຕາມ The Washington Post ກໍ​ລະບຸ​ວ່າ ການ​ຂະຫຍາຍຕົວທາງ​ເສດຖະ
ກິດ​ຢ່າງ​ວ່ອງ​ໄວໃນ​ລາວ​ ກໍ​ເປັນ​ຍ້ອນ​ການ​ຂຸດ​ຄົ້ນຊັບພະຍາ​ກອນ​ທຳ​ມະ​ຊາດ ຢ່າງ​ຫຼວງ
ຫຼາຍ ຊຶ່ງ​ກໍ​ສອດ​ຄ້ອງ​ກັບ​ການ​ທີ່ ກະຊວງ​ແຜນການ​ແລະ​ການ​ລົງທຶນ ​ໄດ້​ລາຍ​ງານ​ວ່າ ລັດຖະບານ​ລາວ ​ໄດ້​ອະນຸຍາດ​ສຳ​ປະທານ​ການ​ຂຸດ​ຄົ້ນ​ແຮ່​ທາດ ​ໃຫ້​ແກ່​ເອກ​ກະ​ຊົນ​ລາວ ​ແລະ​ຕ່າງ​ຊາດ​ໄປ​ແລ້ວ 470 ​ໂຄງການ ​ໃນ​ພື້ນ​ທີ່​ຂຸດ​ຄົ້ນກວ້າງ​ກວ່າ 58,569 ກິ​ໂລແມັດ​ມົນທົນ ​ແລະ​ຄິດ​ເປັນ​ມູນ​ຄ່າ​ການ​ລົງທຶນ​ລວມ ຫຼາຍກວ່າ 5,900 ລ້ານ​ດອນ​ລາ.

ທາງ​ດ້ານ​ເຈົ້າໜ້າ​ທີ່​ຂັ້ນສູງ ​ໃນ​ກະຊວງ​ການ​ເງິນ ​ເປີດ​ເຜີຍ​ວ່າ ​ໃນ​ຕະຫລອດ​ແຜນການ​ປີ 2013-2014 ທີ່​ຜ່ານ​ມາ ລັດຖະບານ​ລາວ​ມີ​ລາຍ​ຮັບ​ທີ່​ຈັດ​ເກັບ​ຈາກ​ການ​ອະນຸມັດ ​ໃຫ້​ສຳ​ປະທານ​ທີ່​ດິນ​ສຳ​ຫລັບ​ການ​ປູກ​ພືດ​ອຸດສາຫະກຳ​ຕ່າງໆ ​ເຊັ່ນ​ຢາງພາລາ ​ແລະ ​ໄມ້​ວິກ ຄິດ​ເປັນ​ມູນ​ຄ່າ​ລວມພຽງ​ແຕ່ 19 ລ້ານ 5 ​ແສນ ​ດອນລາ ເທົ່ານັ້ນ ຊຶ່ງຖືເປັນລາຍຮັບທີ່ຕ່ຳຫຼາຍ
ເມື່ອທຽບກັບພື້ນທີ່ ສຳປະທານລວມ ທີ່ກວ້າງກວ່າ 570,000 ເຮັກຕາ ​ໃນ​ທົ່ວ​ປະ​ເທດ.

XS
SM
MD
LG