ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມັນເປັນການຕົວະ ທີ່ກ່າວຫາ ປະ​ເທດຕາເວັນຕົກ ​ວ່າ ເຮັດສົງຄາມ ກັບອິສລາມ


World Powers Broadening Efforts to Fight Extremists
please wait

No media source currently available

0:00 0:03:01 0:00

ປະ​ທາ​ນາ​ທິບໍດີ ສະຫະລັດ ທ່ານ Barack Obama ປະກາດ​
ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ການໂຕ້ຖຽງໃດໆ​ກໍຕາມຂອງກຸ່ມ​ກໍ່​
ການ​ຮ້າຍ ທີ່​ວ່າ ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ກຳລັງ​ສູ້​ລົບ​ເຮັດ
ສົງຄາມຕ້ານ​ອິສລາມນັ້ນ ​ເປັນ​ເລື້ອງ​ທີ່ “​ຕົວະ​ຕົ້ມ​ ສົກກະປົກ.”

ຢູ່​ໃນ​ຄຳ​ຖະ​ແຫລ​ງຢ່າງ​ກວ້າງ​ຂວາງ ທີ່ກອງ​ປະຊຸມ​ສຸດ​ຍອດ
ຕ້ານການ​ກໍ່​ການ​ຮ້າຍ ​ທີ່ທຳນຽບຂາວ​ເປັນ​ເຈົ້າພາບ ທີ່​ນະ
ຄອນຫລວງວໍ​ຊິງ​ຕັນ ທ່ານ Obama ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ
ທີ່​ຈະ​ທຳການ​ຕໍ່ສູ້ຢ່າງບໍ່ລົດລະ​ຕ້ານກຸ່ມລັດ​ອິສລາມ ​ແລະ
ບັນດາ​ກຸ່ມກໍ່​ການ​ຮ້າຍ​ອຶ່ນໆ. ທ່ານ ​ໄດ້​ປະ​ຕິ​ເສດຕໍ່​ແນ​ວຄິດ
ທີ່​ວ່າ ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ມີຊາວ​ຄຣິສ ​ແລະ​ຢິວເປັນ
ສ່ວນໃຫຍ່ນັ້ນ ກຳລັງເຮັດ​ສົງຄາມ​ຕ້ານ ຊາວ​ມຸສລິ​ມ.

ທ່ານ​ກ່າວ​ວ່າ “​ແນວ​ຄິດ​ທີ່​ວ່າ ປະເທດຕາ​ເວັນ​ຕົກ ກຳ​ລັງ​ເຮັດ​ສົງຄາມ​ຕ້ານອິສ ລາມນັ້ນ
​ເປັນ​ເລື້ອງ​ຕົວະຕົ້ມ​ທີ່​ສົກ​ກະ​ປົກ.”

ທ່ານ Obama ກ່າວວ່າ ບັນດາ​ລັດຖະບານ​ຂອງ​ໂລກແລະ​ວັດທະນາ​ທຳ​ຕ່າງໆ ຕ້ອງ​ຊອກ
ຫາຊ່ອງທາງ​ຍຸດຕິການ​ຂັດ​ແຍ້​ງທາງ​ດ້ານ​ສາສະນາຮວມທັງລະຫວ່າງ ນິກາຍ Sunni ກັບ
ນິກາຍ Shi’ites ຢູ່​ໃນ​ໂລກມຸສລິ​ມ. ນອກຈາກ​ນັ້ນ​ອີກ​ແລ້ວ ທ່ານຍັງ​ກ່າວ​ວ່າ ບັນດາ​ຜູ້ນຳ​
ຂອງ​ໂລກ ຕ້ອງ​ຊ່ວຍ​ເຫລືອ​ປະຊາຊົນ ຫລົບໜີ​ຈາກ​ຄວາມທຸກ​ຈົນ ​ແລະ​ກົດ​ຂີ່​ຂົ່ມ​ເຫັງ ຊຶ່ງ​
ທ່ານ​ກ່າວ​ວ່າ ​ເປັນ​ບ່ອນກໍ່ໃຫ້ເກີດ​ມີ ການ​ພະຍາຍາມເກັບເກນເອົາພວກ​ກໍ່​ການ​ຮ້າຍນັ້ນ.

“​ເວລາ​ປະຊາຊົນ​ຖືກ​ກົດ​ຂີ່​ຂົ່ມ​ເຫັງ ​ແລະ​ສິດທິ​ມະນຸດ​ໄດ້​ຖືກ​ປະຕິ​ເສດ ​ໂດຍ​ສະ​ເພາະ​ຢູ່​
ຕາມ​ເສັ້ນ​ສາຍທາງ​ສາສະໜາ ຫລືຊົນ​ຊາດຊົນເຜົ່າ ​ເວລາຜູ້ບໍ່​ເຫັນ​ພ້ອມ ຖືກປິດປາກປິດ
ສຽງໄວ້ ມັນ​ໄດ້ກໍ່ໃຫ້ເກີດຄວາມຮຸນ​ແຮງຈັດ.”

ທ່ານ​ກ່າ​ວ່າ ບັນດາ​ຊາວ​ໜຸ່ມ​ຢູ່​ທົ່ວ​ໂລກ “​ໄດ້​ຖືກ​ສິດສອນ​ໃຫ້​ກຽດ​ຊັງ” ​ແລະ​ນັ້ນ “ພວກ​ເຮົາ
​ໃນ​ນາມຜູ້​ໃຫຍ່​ຕ້ອງ​ສິດສອນ​ເຂົາ​ເຈົ້າ.”

ທ່ານ Obama ​ໄດ້​ກ່າວ​ຫລັງ​ຈາກ ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Ban
Ki-moon ຢູ່ທີ່​ກອງ​ປະ​ຊຸມ​ສຸດ​ຍອດຂອງທຳນຽບຂາວ ​ເພື່ອ​ຕ້ານ​ພວກຫົວ​ຮຸນ​ແຮງຈັດ ທີ່
​ກຳລັງ​ຈັດ​ຂື້ນ​ຢູ່ກະຊວງ​ຕ່າງປະ​ເທດສະຫະລັດ.

ຜູ້ນຳ ສະຫະ​ປະຊາ​ຊາດ ຮ້ອງ​ການກໍ່​ຄວາມ​ຮຸນ​ແຮງ​ຂອງກຸ່ມລັດ​ອິສລາມ ​ແລະ ກຸ່ມ Boko
Haram ວ່າ “​ເປັນໄພຂົ່ມຂູ່ທີ່ຮ້າຍແຮງຕໍ່ສັນຕິພາບ​ແລະ​ຄວາມໝັ້ນ ຄົງຂອງນາໆຊາດ”
​ແຕ່​ທ່ານ​ກ່າວ​ວ່າ ບັນດາ​ລັດຖະບານ ຢູ່ໃນ​ທົ່ວ​ໂລກ ມັກ​ຈະ ຖິ້ມໂທດໃສ່ ການສົ່ງເສີມໃນ
ການຮຽກຮ້ອງ​ຂອງກຸ່ມ​ກໍ່​ການ​ຮ້າຍຕໍ່ພວກທີ່ຖືກກົດ ຂີ່.

ທ່ານ Ban ກ່າວວ່າ “ການ​ກົດຂີ່ ການສໍ້ລາດ​ບັງ​ຫລວງ ​ແລະຄວາມບໍ່ຍຸດຕິທຳ ເປັນບໍ່ເກີດ
ແຫ່ງຄວາມບໍ່ພໍໃຈ”.

ທ່ານ Ban ກ່າວຕໍ່ພວກເຈົ້າໜ້າທີ່ຈາກ 60 ປະເທດວ່າ ການຂັດຂວາງພວກ ຫົວຮຸນແຮງ
ຈັດ ແລະການຊຸກຍູ້ສິດທິມະນຸດ ແມ່ນຄຽງຄູ່ກັນໄປ ແຕ່ການຕໍ່ສູ້ ຕ້ານພວກກໍ່ການຮ້າຍ
ນັ້ນ ບໍ່ສາມາດທີ່ຈະນຳໄປໃຊ້ໃນວິທີທາງເພື່ອປິດປາກປິດ ສຽງພວກຕຳໜິຕິຕຽນ ແລະ
ພວກຜູ້ນຳຂອງສ່ວນບຸກຄົນ.

ທ່ານເວົ້າວ່າ “ພວກເຮົາຈະມອງບໍ່ເຫັນທາງຂອງເຮົາເລີຍ ໂດຍປະຖິ້ມເຂັມທິດ ແຫ່ງສິນທຳ
ຂອງພວກເຮົາ.

Fighters Not the Only Foreigners Seeking IS
please wait

No media source currently available

0:00 0:02:01 0:00

XS
SM
MD
LG