ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຕ້​ຫວັນ ​ເລີ້ມ​ມ້ຽນມັດ ​ແລະ​ອະນາ​ໄມ ຫຼັງຈາກ ພາຍຸ​ເຂດ​ຮ້ອນ Fung-Wong ​​ພັດ​ຂຶ້ນເກາະ (ສະໄລດ໌/ວີດີໂອ)​


ເດັກຍິງທີ່ກັ້ງຮົ່ມ ກຳລັງຍ່າງຕ້ານລົມ ຢູ່ນະຄອນຫລວງ ໄຕເປຂອງ ໄຕ້ຫວັນ ໃນຂະນະທີ່ພາຍຸເຂດຮ້ອນ Fung-wong ພັດຖະຫລົ່ມ ຂຶ້ນຝັ່ງ, ວັນທີ 21 ກັນຍາ 2014.
ເດັກຍິງທີ່ກັ້ງຮົ່ມ ກຳລັງຍ່າງຕ້ານລົມ ຢູ່ນະຄອນຫລວງ ໄຕເປຂອງ ໄຕ້ຫວັນ ໃນຂະນະທີ່ພາຍຸເຂດຮ້ອນ Fung-wong ພັດຖະຫລົ່ມ ຂຶ້ນຝັ່ງ, ວັນທີ 21 ກັນຍາ 2014.

ໄຕ້​ຫວັນ ​ໄດ້​ເລີ້ມ​ດຳ​ເນີນຄວາມພະຍາຍາມ​ມ້ຽນມັດ ​ແລະ​
ອະນາ​ໄມ ຫຼັງຈາກ ພາຍຸ​ເຂດ​ຮ້ອນ Fung-Wong ​ໄດ້​ພັດ​
ຖະຫ​ລົ່ມ​ເກາະ​ດ້ວຍ​ຝົນຕົກ​ໜັກ ​ໃນ​ຂະນະ​ທີ່ຈີນ ກໍ​ກຽມ​ຮັບ​ມື​
ກັບພາຍຸ Fung-Wong ທີ່​ໄດ້​ຖືກ​ຍົກ​ລະດັບຈາກ​ພາຍຸ​ເຂດ
​ຮ້ອນ ຂຶ້ນ​ເປັນ​ໄຕ້​ຝຸ່ນ.

ພາຍຸ​ອັນ​ມີ​ພະລັງ​ຮ້າຍ​ແຮງ ​ໄດ້​ພັດ​ເຂົ້າ​ໄຕ້​ຫວັນ​ໃນ​ວັນ​ອາທິດ​
ວານ​ນີ້ ​ໂດຍ​ຖະຫ​ລົ່ມພາກ​ເໜືອ ​ແລະໃຕ້ ຂອງ​ເກາະ ​ແຕ່​ໄດ້​ສ້າງ​
ຄວາມ​ເສຍ​ຫາຍ​ຢ່າງ​ຈຳກັດ. ພາຍຸ Fung-Wong ​ໄດ້​ພັດ​ເຂົ້າ​ໄປ​
ໃນ​ທະ​ເລ​ຈີນ​ໃຕ້ ​ໃນ​ຕອນ​ເຊົ້າຂອງ​ວັນ​ຈັນ​ມື້​ນີ້ ຫຼັງຈາກ​ທີ່​ໄດ້​ເຮັດ​
ໃຫ້​ຢ່າງ​ນ້ອຍ ຄົນ​ນຶ່ງ​ເສຍ​ຊີວິດ ​ແລະ ອີກ 4 ຄົນ ​ບາດ​ເຈັບ.

ASIA WEATHER VO
please wait
Embed

No media source currently available

0:00 0:01:00 0:00


ແຂວງ Zhejiang ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ ​ປະ​ເຊີນ​ກັບ​ພາຍຸ Fung-Wong ​
ທີ່​ເພີ້​ມກຳລັງ​ຂຶ້ນ ​ເວລາ​ມັນ​ພັດ​ຂຶ້ນຝັ່ງ​ໃນ​ຕອນບ່າຍ ຂອງວັນ​ຈັນ​ມື້​ນີ້.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ຫຼາຍກວ່າ 157,000 ຄົນ ​ໄດ້​ຖືກ​ຍົກຍ້າຍ​ອອກ​ຈາກ ບໍລິ​ເວນ​ແຄມ
ຝັ່ງທະ​ເລ.

ພາຍຸ Fung-Wong ​ໃນ​ພາສາ​ຈີນທີ່ແປ​ວ່າ “ນົກ Phoenix ​ໃນ​ນິຍາຍ​ຂອງ​ອີ​ຈິ​ບ”
ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໜັກ ​ ​ເວ​ລາ​ມັນ​ພັດຜ່ານ​ຟີ​ລິບ​ປິນ​ໃນ​ວັນ​ສຸກ​ ​ແລະ ວັນ​ເສົາ
ຜ່ານ​ມາ ​ໂດຍ​ໄດ້​ເອົາ​ຊີວິດ ຢ່າງ​ນ້ອຍ 5 ຄົນ.

ພາຍຸເຂດຮ້ອນ ຟຸງວົງ ພັດຖະຫລົ່ມ ຟີລິບປີນ ອາທິດແລ້ວນີ້:

XS
SM
MD
LG