ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານ ຢູເຄຣນ 3 ຄົນ ເສຍຊີວິດ ໃນການປະທະ ກັບ ພວກກະບົດ


UKRAINE CNPK
please wait
Embed

No media source currently available

0:00 0:03:02 0:00

ຢູ​ເຄຣນ ໄດ້ລາຍງານໃນ​ວັນ​ສຸກ​ວານ​ນີ້ ກ່ຽວກັບ​ການ​ເສຍ​ຊີ
ວິດເທື່ອທຳ​ອິດ​ໃນ​ລະຍະສາມ​ມື້ ຢູ່​ທາງພາກ​ຕາ​ເວັນ​ອອກ​
ຂອງ​ປະເທດ ​ໃນ​ຂະນະ​ທີ່ປະທານາທິ ບໍດີຢູ​ເຄຣນ ທ່ານ
Petro Poroshenko ກ່າວ​ວ່າ ພວກ​ກະບົດ​ທີ່​ໜູນ​ຫລັງ​ໂດຍ
ຣັດ​ເຊຍ ຍັງ​ສືບຕໍ່ລະເລີດຂໍ້​ຕົກ​ລົ​ງ​ຢຸດຍິງ ທີ່​ໄດ້​ບັນລຸກັນ​ໃນ
​ຕົ້ນ​ເດືອນ​ນີ້.

​ໂຄສົກ​ກອງທັບ​ຢູ​ເຄຣນຄົນ​ນຶ່ງ ກ່າວ​ວ່າ ທະຫານ​ລັດຖະບານ​
ສາ​ມຄົນ ​ໄດ້ເສຍ​ຊີວິດ ແລະ​ອີກ​ເຈັດ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນ​
ການ​ປະ​ທະ​ກັນ​ກັບ​ພວກແບ່ງ​ແຍກ​ດິນ​ແດນ​ນິຍົ​ມ​ເຣັດ​ເຊຍ ຢູ່​
ທາງ​ພາກ​ຕາ​ເວັນ​ອອກ ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ ບອບ​
ບາງແຕກຫັກງ່າຍ​ຂອງ​ການ​ຢຸດ​ຍິງ.

ຢູ່​ໃນ​ພິທີ​ຮຽນ​ຈົບ​ຂອງນັກຮຽນ​ນາຍຮ້ອຍ ທ່ານ Poroshenko ກ່າວ​ວ່າ ກອງທັບຂອງ​
ທ່ານ ພ້ອມ​ແລ້ວ​ທີ່​ຈະ​ສົ່ງອາ​ວຸດ​ໜັກ​ກັບ​ຄືນ​ໄປ​ສູ່​ເຂດແນວ​ໜ້າ ຢູ່​ທາງ​ພາກ​ຕາ​ເວັນ​ອອກ​
ຂອງ​ຢູ​ເຄຣນ ຖ້າ​ຫາກ​ຄວາມ​ບໍ່​ສະຫງົບ​ຍັງ​ດຳ​ເນີນ​ຢູ່່ຕໍ່​ໄປ. ທ່ານ​ກ່າວ​ວ່າ ທະຫານ​ຢູ​ເຄຣນ
“​ພ້ອມ​ແລ້ວ​ທຸກ​ໆເວລາ​ເພື່ອລຸກຂຶ້ນ​ຕໍ່ສູ້ກັບ​ສັດຕູ.”

ຜູ້ນຳ​ຢູ​ເຄຣນ ​ໃຫ້ຄວາມເຫັນດັ່ງກ່າວ ​ໃນ​ຂະນະ​ທີ່ຢູ​ເຄຣນ ຍັງສືບຕໍ່​ຖອນ​ອາວຸດ​ຂອງ​ຕົນ
ອອກຈາກເຂດແນວໜ້າ.

ຢູ່​ໃນ​ການ​ໂອ້​ລົມ​ທາງ​ໂທລະສັບ ກັບ​ນາຍົກລັດຖະມົນຕີ​ເຢຍຣະມັນ ທ່ານ​ນນາງ Angela Merkel ​ໃນ​ວັນ​ສຸກ​ວານ​ນີ້ ທ່ານ Poroshenko ຍັງ​ໄດ້​ອອກສຽງ​ສະ ໜັບສະໜູນ ໃຫ້ສົ່ງ
ກຳລັງຮັກສາ​ສັນຕິ​ພາບ ຂອງສະຫະ​ພາບ​ຢູ​ໂຣບ ໄປປະຕິ ບັດງານ​ໃນ​ຢູ​ເຄຣນ.

ນອກນັ້ນ ປະທານາທິບໍດີ​ຢູ​ເຄຣນຍັງ​ກ່າວ​ວ່າ ການ​ຂົ່ມຂູ່​ທາງ​ທະຫານ​ຈາກພາກ​ ຕາ​ເວັນ​
ອອກ​ຍັງຄົງ​ມີຢູ່ ເຖິງແມ່ນວ່າ​ການ​ຢຸດ​ຍິງ​ຍັງໄດ້ຮັບການເຄົາລົບ​ຢູ່ກໍຕາມ ຊຶ່ງເປັນທີ່ຈະແຈ້ງ
ໝາຍເຖິງຣັດ​ເຊຍ.

XS
SM
MD
LG