ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພະສັນຕະປາປາ ຊົງສັ່ງສອນ ໃຫ້ມີຄວາມເປັນ ນໍ້າໜຶ່ງ ໃຈດຽວກັນ ໃນ ອາຟຣິກາກາງ


ພະສັນຕະປາປາ Francis ຈູບເດັກນ້ອຍ ໃນຄະນະ
ທີ່ພະອົງຢ້ຽມຢາມຄ້າຍອົບພະຍົບແຫ່ງSaint Sauveur ໃນນະຄອນຫຼວງ Bangui, ສາທາລະນະລັດ ອາຟຣິກາກາງ. 29 ພະຈິກ, 2015.
ພະສັນຕະປາປາ Francis ຈູບເດັກນ້ອຍ ໃນຄະນະ ທີ່ພະອົງຢ້ຽມຢາມຄ້າຍອົບພະຍົບແຫ່ງSaint Sauveur ໃນນະຄອນຫຼວງ Bangui, ສາທາລະນະລັດ ອາຟຣິກາກາງ. 29 ພະຈິກ, 2015.

ວັນອາທິດມື້ນີ້ ພະສັນຕະປາປາ Francis ໄດ້ເດີນທາງໄປສາທາ ລະນະລັດ ອາຟຣິກາກາງ, ເປັນບ່ອນທີ່ປະຊາຊົນໄດ້ສະແດງ ຄວາມຫວັງວ່າ ການຢ້ຽມຢາມຂອງພະອົງ ຈະເປັນຈຸດປ່ຽນແປງ ສຳລັບປະເທດ ທີ່ຫຼາຍປີມາແລ້ວໄດ້ຖືກໂຈມຕີຢ່າງແຮງໂດຍ ຄວາມຂັດແຍ້ງ ລະຫວ່າງ ຊາວຄຣິສຕຽນ ກັບ ພວກຫົວຮຸນແຮງ ມຸສລິມ.

ກ່ອນການໄປຮອດຂອງ ພະອົງ, ປະທານາທິບໍດີ ທ່ານນາງ Catherine Samba-Panza ໄດ້ກ່າວໃນວັນເສົາວານນີ້ວ່າປະຊາ ຊົນເຫັນພະສັນຕະປາປາດັ່ງກັບທູດແຫ່ງສັນຕິພາບ.

Children wait for the arrival of Pope Francis at a refugee camp, in Bangui, Central African Republic, Nov. 29, 2015.
Children wait for the arrival of Pope Francis at a refugee camp, in Bangui, Central African Republic, Nov. 29, 2015.

ທ່ານນາງກ່າວວ່າ “ປະຊາຊົນ ອາຟຣິກາກາງ ຫຼາຍຄົນຫວັງວ່າຂໍ້ຄວາມທີ່ພະອົງຈະກ່າວ ອອກມາ ຈະເປັນແຮງບັນດານໃຈຕໍ່ການທ້ອນໂຮມປະເທດຊາດ ແລະ ຄວາມເປັນຈິງທີ່ ປະຊາຊົນ ອາຟຣິກາກາງ ຮຽນຮູ້ເພື່ອຍອມຮັບເອົາກັນແລະກັນ, ຮຽນຮູ້ໃນການ ໃຊ້ຊີວິດ ຢູ່ຮ່ວມກັນອີກເທື່ອໜຶ່ງ ແລະ ຮຽນຮູ້ເພື່ອກ້າວໄປຂ້າງໜ້າສູ່ສັນຕິພາບ ແລະ ການສ້າງສາ ປະເທດຊາດຂອງພວກເຂົາເຈົ້າຄືນໃໝ່.”

ສະທາລະນະລັດ ອາຟຣິກາກາງ ໄດ້ສູ້ທົນກັບຄວາມຮຸນແຮງມາດົນເກືອບ 3 ປີຕັ້ງແຕ່ປະທາ ນາທິບໍດີ Francois Bozize ໄດ້ຖືກໂຄ່ນລົ້ມຈາກຕຳແໜ່ງໃນເດືອນ ມີນາ 2013 ໂດຍກຸ່ມຕໍ່ ຕ້ານລັດຖະບານ Seleka ເຊິ່ງສ່ວນໃຫຍ່ເປັນຊາວ ມຸສລິມ. ການຂ້າຄົນໂດຍພວກ Selekaໄດ້ກະຕຸ້ນໃຫ້ທະຫານບ້ານລຸກຂື້ນຕໍ່ສູ້ ເຊິ່ງສ່ວນໃຫຍ່ເປັນຄົນທີ່ນັບຖືສາສະໜາ ຄຣິສຕຽນ ຮູ້ຈັກກັນວ່າເປັນທະຫານບ້ານຕໍ່ຕ້ານ ພວກ Balaka.

ພະສັນຕະປາປາ ແມ່ນມີກຳນົດທີ່ຈະພົບປະກັບທ່ານນາງ Samba-Panza, ເຊິ່ງອຳນາດລັດ ຖະບານຊົ່ວຄາວຂອງທ່ານນາງຈະໝົດອາຍຸລົງໃນເດືອນມັງກອນທີ່ໃກ້ຈະມາເຖິງນີ້, ພ້ອມກັບ ຢ້ຽມຢາມຄ້າຍອົບພະຍົບ ແລະ ຈັດການຊຸມນຸມ.

ໃນວັນເສົາວານນີ້, ຝູງຄົນທີ່ໃຫຍ່ຫຼວງໄດ້ຕ້ອນຮັບພະສັນຕະປາປາ ໃນຂະນະທີ່ພະອົງໄດ້ສະ ເຫຼີມສະຫຼອງການຊຸມນຸມ ທີ່ສານເຈົ້າກາງແຈ້ງເປັນກຽດໃຫ້ແກ່ຜູ້ເສຍສະຫຼະທີ່ໄດ້ຖືກເຜົາຈົນ ຕາຍໂດຍເຈົ້າຊີວິດໃນຕອນທ້າຍຂອງຊຸມປີ 1800 ສຳລັບການປະຕິເສດທີ່ຈະຕັດຂາດຄວາມ ເຊື່ອຖືຂອງພວກເຂົາເຈົ້າ.

ພະສັນຕະປາປາ Francisໄດ້ຮຽກຮ້ອງໃຫ້ປະຊາຊົນ ອູການດາ ສະແດງຄວາມເຄົາລົບຕໍ່ການ ເສຍສະຫຼະຂອງພວກເຂົາເຈົ້າ ໂດຍການເບິ່ງແຍງຜູ້ອາວຸໂສ, ຄົນທຸກຍາກ ແລະ ຜູ້ທີ່ຖືກຖິ້ມ.

Pope Africa
please wait
Embed

No media source currently available

0:00 0:00:47 0:00

XS
SM
MD
LG