ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະສັນຕະປາປາ Francis ຮຽກຮ້ອງໃຫ້ ຢູໂຣບ ປະຕິຮູບ ດ້ານຄົນເຂົ້າເມືອງ


ພະສັນຕະປາປາ Francis (ຊ້າຍ) ກຳລັງຟັງ ທ່ານ Martin Schulz ປະທານສະພາ ແຫ່ງສະຫະພາບຢູໂຣບ ທີ່ເມືອງ Strasbourg ຢູ່ທາງພາກຕາເວັນອອກຂອງປະເທດຝຣັ່ງ, ວັນທີ 25 ພະຈິກ 2014.
ພະສັນຕະປາປາ Francis (ຊ້າຍ) ກຳລັງຟັງ ທ່ານ Martin Schulz ປະທານສະພາ ແຫ່ງສະຫະພາບຢູໂຣບ ທີ່ເມືອງ Strasbourg ຢູ່ທາງພາກຕາເວັນອອກຂອງປະເທດຝຣັ່ງ, ວັນທີ 25 ພະຈິກ 2014.

ພະສັນຕະປາປາ Francis ຊົງກ່າວວ່າ ຢູໂຣບແມ່ນພວມເຖົ້າແກ່
ແລະຈ່ອຍໂຊ ແລະຈຳເປັນຕ້ອງໄດ້ມີການປະຕິຮູບ ດ້ານຄົນເຂົ້າ
ເມືອງ.

ໃນການໃຫ້ພະລາຊະໂອວາດແກ່ລັດຖະສະພາຢູໂຣບທີ່ເມືອງ
Strasbourg ໃນວັນອັງຄານວານນີ້ ພະສັນຕະປາປາ Francis
ຊົງກ່າວວ່າ ໃນປີນີ້ພຽງປີດຽວ ເທົ່ານັ້ນ ມີພວກອົບພະຍົບ ຢ່າງ
ໜ້ອຍ 3,000 ຄົນ ພະຍາຍາມເດີນທາງ ໃຫ້ໄປເຖິງແຄມຝັ່ງ
ຂອງອີຕາລີ ໃນຂະນະທີ່ພະອົງຊົງຮຽກຮ້ອງ ຢ່າປ່ອຍໃຫ້ທະເລ
ມີດີແຕເຣນຽນ ກາຍເປັນບ່ອນຝັງສົບຂະໜາດໃຫຍ່.

ພະອົງຊົງເຕືອນວ່າ ການບໍ່ເອົາບາດກ້າວໃດໆ ກ່ຽວກັບຄວາມເປັນຫ່ວງດ້ານຄົນເຂົ້າເມືອງ
ແມ່ນສ່ຽງຈະກໍ່ໃຫ້ເກີດ ສະພາບການນຳໃຊ້ແຮງງານ ແບບຂ້າທາດ ເພີ້ມຕື່ມ ແລະ ເຮັດໃຫ້ ຄວາມເຄັ່ງຕຶງ ທາງສັງຄົມຮ້າຍແຮງຂຶ້ນ.

ພະສັນຕະປາປາ ທີ່ເປັນຄົນອາເຈັນຕິນາ ໄດ້ຊົງເລືອກເອົາເກາະ Lampedusa ຊຶ່ງເປັນ
ເກາະດອນນ້ອຍໆ ທາງພາກໃຕ້ ຂອງອີຕາລີ ບ່ອນທີ່ພວກອົບພະຍົບ ເປັນຈຳນວນ ຫຼວງຫລາຍ ໄດ້ເສຍຊີວິດ ຂະນະທີ່ພວມເດີນທາງ ໄປສູ່ຢູໂຣບນັ້ນ ເປັນ ບ່ອນທີ່ພະອົງ ຊົງສະເດັດປະພາດແຫ່ງທຳອິດ ນອກນະຄອນໂຣມ ໃນປີກາຍນີ້.

POPE EUROPE IMMIGRATION SOTVO
please wait

No media source currently available

0:00 0:01:00 0:00

XS
SM
MD
LG