ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວອາເມຣິກັນ 6 ໃນທຸກໆ 10 ຄົນ ກ່າວວ່າ ຄວາມສຳພັນ ດ້ານຜິວພັນ ບໍ່ຄ່ອຍດີ


ຄຳວ່າ ຊີວິດຄົນດຳເປັນເລື້ອງສຳຄັນ ຖືກສີດໃສ່ ອະນຸສາວະລີ ທ່ານ Jefferson Davis ມື້ລາງ ປະທານາທິບໍດີ ສະຫະພັນລັດພາກໃຕ້ ທີ່ເມືອງ Richmond ລັດເວີຈີເນຍ (25 ມິຖຸນາ 2015)
ຄຳວ່າ ຊີວິດຄົນດຳເປັນເລື້ອງສຳຄັນ ຖືກສີດໃສ່ ອະນຸສາວະລີ ທ່ານ Jefferson Davis ມື້ລາງ ປະທານາທິບໍດີ ສະຫະພັນລັດພາກໃຕ້ ທີ່ເມືອງ Richmond ລັດເວີຈີເນຍ (25 ມິຖຸນາ 2015)

ການຢັ່ງຫາງສຽງຢູ່ໃນສະຫະລັດເມື່ອບໍ່ດົນມານີ້ສະແດງໃຫ້ເຫັນ
ວ່າ ອາເມຣິກາ ຍັງບໍ່ທັນ ກ້າວເຂົ້າສູ່ “ໂລກແຫ່ງຄວາມປອງດອງ
ສາມັກຄີ” ໃນຍຸກຫຼັງແບ່ງແຍກເຊື້ອຊາດຜິວພັນ ທີ່ຫຼາຍໆຄົນໄດ້
ນຶກຄິດໄວ້ ດ້ວຍການເລືອກເອົາ ປະທານາອາເມຣິກັນເຊື້ອສາຍ
ອາຟຣິກາຄົນທຳອິດຂອງປະເທດ.

ຊາວອາເມຣິກັນ ເກືອບ 6 ໃນທຸກ 10 ຄົນໃດ ຮວມທັງສຽງສ່ວນ
ຫຼາຍທັງຂອງຊາວຜິວດຳແລະຊາວຜິວຂາວ ຕ່າງກໍກ່າວວ່າ ເຂົາ
ເຈົ້າຄິດວ່າສະພາບການກ່ຽວກັບເລື້ອງຜິວພັນໃນປັດຈຸບັນແມ່ນ
ບໍ່ດີໃນຂະນະທີ່ເກືອບ 4 ໃນທຸກ 10 ຄົນໃດຄິດວ່າຄວາມສຳພັນ
ທາງດ້ານຜິວພັນ ໃນສະຫະລັດ ແມ່ນຊຸດໂຊມລົງ ກວ່າແຕ່ກ່ອນ
ອີງຕາມການຢັ່ງຫາງສຽງຂອງໜັງສືພິມ New York Times ແລະອົງການຂ່າວ CBS ໃນ ອາທິດແລ້ວນີ້.

ບໍ່ດົນ ຫລັງຈາກທ່ານບາຣັກ ໂອບາມາ ໄດ້ຖືກເລືອກເປັນປະທານາທິບໍດີ ສອງສ່ວນສາມ ຂອງຊາວອາເມຣິກັນກ່າວວ່າ ເຂົາເຈົ້າຄິດວ່າຄວາມສຳພັນໃນເລື້ອງເຊື້ອຊາດຜິວພັນຂອງ ປະເທດໂດຍທົ່ວໄປແລ້ວແມ່ນຢູ່ໃນສະພາບທີ່ດີ.

ເມື່ອປີ 2008 ໃນລະຫວ່າງການໂຄສະນາຫາສຽງເລືອກຕັ້ງເປັນປະທານາທິບໍດີຄັ້ງທຳອິດ ຂອງທ່ານໂອບາມານັ້ນເກືອບ 60 ເປີເຊັນຂອງຊາວອາເມຣິກັນກ່າວວ່າ ຄວາມສຳພັນທາງ ດ້ານເຊື້ອຊາດຜິວພັນ ໂດຍທົ່ວໄປແລ້ວແມ່ນບໍ່ດີ. ຈຳນວນດັ່ງກ່າວໄດ້ຫລຸດລົງເຄິ່ງນຶ່ງ ຫຼັງ ຈາກທ່ານໄດ້ຖືກຮັບເລືອກ.

ແຕ່ແນວໃດກໍຕາມ ເວລານີ້ 68 ເປີເຊັນ ຂອງຊາວອາເມຣິກັນເຊື້ອສາຍອາຟຣິກາ ກ່າວວ່າ ເຂົາເຈົ້າຄິດວ່າຄວາມສຳພັນທາງດ້ານເຊື້ອຊາດຜິວພັນ ແມ່ນບໍ່ດີ.

XS
SM
MD
LG