ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການປະທ້ວງໃນ ຮົງກົງ ເຮັດໃຫ້ ຈຳນວນນັກທ່ອງທ່ຽວ ຈາກຈີນແຜ່ນດິນໃຫຍ່ ຫລຸດລົງ


ບັນດານັກທ່ອງທ່ຽວ ຈາກຈີນແຜ່ນດິນໃຫຍ່ ພາກັນຊົມທ້ອງຟ້າ ທີ່ເຕັມໄປດ້ວຍໝອກກົ້ວ ຢູ່ເທິງພູ the Peak ໃນຮົງກົງ.
ບັນດານັກທ່ອງທ່ຽວ ຈາກຈີນແຜ່ນດິນໃຫຍ່ ພາກັນຊົມທ້ອງຟ້າ ທີ່ເຕັມໄປດ້ວຍໝອກກົ້ວ ຢູ່ເທິງພູ the Peak ໃນຮົງກົງ.

ຈຳ​ນວນນັກ​ທ່ອງ​ທ່ຽວ​ຈີນ ທີ່​ເດີນ​ທາງໄປ​ຕ່າງປະ​ເທດ ໃນ​ລະ​
ຍະ​ບຸນ​ປີ​ໃໝ່​ກຸດຈີນເດືອນ​ແລ້ວ​ ໄດ້ເພີ້ມ​ສູ​ງ​ຂຶ້ນສູ່ລະດັບໃໝ່ໃນ
​ປີ​ນີ້ ແລະ​ເປັນ​ເທຶ່ອ​ທຳ​ອິດ ​ທີ່​ ພວກ​ເດີນ​ທາງໄປຕ່າງປະເທດ
ມີຫຼາຍກວ່າ ຈຳນວນພວກເດີນທາງຢູ່ພາຍໃນປະເທດ.
Shannon Van Sant ລາຍ​ງານ​ຈາກຮົງ​ກົງ ບ່ອນ​ບັນ​ດາ​ເຈົ້າ​
ໜ້າ​ທີ່​ກ່າວ​ວ່າ ບັນ​ຍາ​ກາດ​ຄວາມ​ວຸ້ນ​ວາຍ​ທາງ​ກາ​ນ​ເມືອງ ໃນ​ປີ
​ກາຍ​ນີ້ ມີສ່ວນ​ເຮັດ​ໃຫ້​ຈຳ​ນວນ​ນັກ​ທ່ອງ​ທ່ຽວ ​ທີ່​ມາຈາກຈີນແຜ່ນ
​ດິນ​ໃຫຍ່ ຫລຸດລົງ. ກິ່ງສະຫວັນ ມີ ລາຍລະອຽດຂອງເລື້ອງນີ້
ມາສະເໜີທ່ານ.

ອີງ​ຕາມສື່ມວນຊົນ ຂອງ​ລັດ​ຖະ​ບານ​ຈີນແລ້ວ ຈຳ​ນວນ​ນັກ​ທ່ອງ​
ທ່ຽວ​ຈາກ​ຈີນແຜ່ນ​ດິນ​ໃຫຍ່​ ທີ່ໄປ​ຢ້ຽມຢາມຮົງ​ກົງ ​ໄດ້​ຫລຸດ​ລົງ​ເປັນ​ຄັ້ງ​ທຳ​ອີດ ນັບ​ແຕ່​ປີ 2013 ເປັນຕົ້ນມາ.

ກາ​ນ​ຫລຸດ​ລົງ​ຂອງ​ນັກ​ທ່ອງ​ທ່ຽວ​ຈາກຈີນແຜ່ນ​ດິນ​ໃຫຍ່ ມີຂຶ້ນຫລັງ​ຈາກ​ເກີດ​ການ​ປະ​ທ້ວງ
ເປັນເວລາຫຼາຍໆເດືອນ ​ຂອງພວກ​ນິຍົມປະ​ຊາ​ທິ​ປະ​ໄຕ ທີ່ພາ​ກັນ​ກີດ​ກັ້ນ​ຖະ​ໜົນ​ຫົນ​ທາງ
ສາຍຕ່າງໆ​ໃນ​ຮົງ​ກົງ. ພ​ວກ​ປະ​ທ້ວງ​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງໂດຍກົງ​ເອົາ​ຜູ້​ນຳ​
ຂອງຮົງ​ກົງ.

ທ່ານ Raymond Yeung ນັກ​ເສດ​ຖະ​ສາດ​ອະ​ວຸ​ໂສ​ ປະຈຳອົງການ ANZ ກ່າວ​ວ່າ ການ​
ຫລຸດ​ລົງ​ຂອ​ງ​ນັກ​ທ່ອງ​ທ່ຽວ ອາດ​ເປັນ​ຜົນ​ກະ​ທົ​ບຕໍ່​ການ​ເຕີບ​ໂຕ ທາງດ້ານ​ເສດ​ຖະ​ກິດ​ຂ​ອງ
​ຮົງກົງ ທີ່ໄດ້​ຮັບເງິນເປັນຈຳນວນຫຼວງຫຼາຍ ຈາກ ນັກ​ທ່ອງ​ທ່ຽວ​ ທີ່​ເດີນ​ທາງ​ມາຈາກ​ຈີນ
ແຜ່ນ​ດິນ​ໃຫຍ່.

ຜູ້ບິງຄົນນຶ່ງ ຖ່າຍຮູບຕົນເອງ ຢູ່ຕໍ່ໜ້າໝູ່ແກະ ທີ່ເປັນສີ ໃນບຸນປີໃໝ່ຈີນ
ຜູ້ບິງຄົນນຶ່ງ ຖ່າຍຮູບຕົນເອງ ຢູ່ຕໍ່ໜ້າໝູ່ແກະ ທີ່ເປັນສີ ໃນບຸນປີໃໝ່ຈີນ

ທ່ານ Yeung ​ກ່າວ​ວ່າ “​ຂ້າ​ພະ​ເຈົ້າ​ຄິດ​ວ່າ ການ​ໃຊ້​ຈ່າຍ
​ເງິນຂອງບັນດານັກ​ທ່ອງ​ທ່ຽວ​ຈາກຈີນ​ແຜ່ນ​ດິນ​ໃຫຍ່ ແມ່ນ
ປະກອບເປັນ ບາງ​ທີ ນຶ່​ງ​ສ່ວນ​ສາມ​ຂອງ​ເສດ​ຖະ​ກິດ​ທັງ​ໝົດ​
ຂອງຮົງ​ກົງເພາະ​ສະ​ນັ້ນຖ້າ​ຫາກ​ເຂົາ​ເຈົ້າ​ຕັດ​ການ​ໃຊ້​ຈ່າຍ
ລົງ ທີ່ອາດ​ຈະ​ເປັນ​ຜົນ​ກະທົບຕໍ່​ພາກສ່ວນການ​ຄ້າ​ປີ​ກ
​ຫຍ່ອຍ.”

​ໜັງ​ສື​ພິ​ມ Global Time ຂອງທາງການຈີນ ລາຍ​ງານ​ວ່າ ມີຊາວ
ຈີນຈາກ ແຜ່ນດິນໃຫຍ່ຫລາຍກວ່າ 675,000 ໄດ້​ຢ້ຽມ​ຢາມ​ຮົງ​ກົງ
ໃນຫ້າມື້​ທຳ​ອິດ​ຂອງ​ວັນ​ພັກປີ​ໃໝ່ ເລີ້ມແຕ່ວັນ​ພຸດໄປຫາ​ວັນ​ອາ​ທິດ.
ໂຕ​ເລ​ກ​ດັ່ງ​ກ່າວ​ໄດ້​ຫລຸດລົງ 0.16 ເປີ​ເຊັນຈາກ​ປີ​ກາຍ​ນີ້​. ໃນ​ວັນ
​ອັງ​ຄານ​ອາທິດ​ແລ້ວ​ນີ້ ຫົວ​ໜ້​າບໍ​ລິ​ຫ​ານຮົງ​ກົງ ທ່ານ Leung Chun-ying ກ່າວ​ວ່າ ຈຳ​ນວນ​ຂອງຊາວ​ຈີນແຜ່ນ​ດິນໃຫຍ່ ທີ່​ໄດ້ຮັບອະນຸ​ຍາດໃຫ້​ເດີນ​ທາງໄປຢ້ຽມຢາມຮົງກົງ ​ໃນ​ນາມ​ພວກນັກ​ທ່ອງ​ທ່ຽວ​ ນັ້ນ ໄດ້​ຫລຸດ​ລົງ​ຫ້າ​ເປີ​ເຊັນ ປຽບ​ທຽບ​ໃສ່ລະ​ຍະ​ດຽວ​ກັນ​ ຂອງ​ປີ​ກາຍ​ນີ້.

​ຈໍ​າ​ນວນນັກ​ທ່ອງທ່ຽວ​ຈີນ​ຈາກ​ແຜ່ນ​ດິນ​ໃຫຍ່ ທີ່​ເດີນ​ທາງ​ໄປ​ປະ​ເທດ​ເອ​ເຊຍ​ອື່ນໆ ໄດ້ເພີ້​ມ​ຂື້ນ​ຢ່າງ​ຫລວງຫລາຍ. ​ໂຕ​ເລກ​ນັກ​ທ່ອ​ງທ່ຽວ​ໄປ​ຢ້ຽມ​ຢາມ Macao ໃນ ແຕ່ລະປີ ເພີ້ມຂຶ້ນ 6.7
ເປີ​ເຊັນ ໃນ​ຂະ​ນະ​ທີ່ອົງການຂ່າວ chinanews.com ​ລາຍ​ງານວ່າ ​ຈຳ​ນວນນັກ​ທ່ອງ​ທ່ຽວຈີນ​
ຈາກ​ແຜ່ນ​ດິນ​ໃຫຍ່ ໄປ​ຢ້ຽມ​ຢາມຍີ່​ປຸ່ນ ໃນ​ເດືອນ​ມັງ​ກອນປີນີ້ ໄດ້​ເພີ້​ມ​ຂື້ນ 45 ເປີ​ເຊັນ ເປັນ
ປະ​ມານ 226,000 ຄົນ ປຽບ​ທຽບ​ໃສ່​ປີ​ກາຍນີ້.

​ສື່ມ​ວນ​ຊົນ​ຈີນ ໃຫ້ເຫດຜົນກ່ຽວກັບ​ການ​ຫລຸດ​ລົງຂອງ​ນັກ​ທ່ອງ​ທ່ຽວ​ຈາກຈີນແຜ່ນ​ດິນ​ໃຫຍ່
ວ່າ ເປັນຍ້ອນການ​ປະ​ທ້ວງນິຍົມປະ​ຊາ​ທິ​ປະ​ໄຕ​ ໃນ​ຮົງ​ກົງ. ​ລະ​ຫວ່າງ​ການ​ປະ​ທ້ວງໃນ​ປີ
​ກາຍ​ນີ້ ສື່ມວນຊົນຂອງ​ລັດຖະບານ​ຈີນ ​ສ່ວນ​ໃຫຍ່ແລ້ວແມ່ນ​ບໍ່ໄດ້​ຫົວ​ຊາ ກ່ຽວກັບ​ການ
​ຮ້ອງ​ທຸກ​ທາງດ້ານການເມືອງຂອງຊາວ​ຮົງ​ກົງ ແຕ່ກັບລາຍງານວ່າ ການປະທ້ວງສ່ວນໃຫຍ່
ແມ່ນເກີດຈາກຄວາມຢ້ານກົວ ແລະຄວາມກຽດຊັງ ຕໍ່ຊາວຈີນຈາກແຜ່ນດິນໃຫຍ່.

ພວກປະທ້ວງພາກັນກັ້ງຂັ່ນຮົ່ມສີເຫລືອງ ອັນເປັນເຄຶຶ່ອງໝາຍການປະທ້ວງ
ພວກປະທ້ວງພາກັນກັ້ງຂັ່ນຮົ່ມສີເຫລືອງ ອັນເປັນເຄຶຶ່ອງໝາຍການປະທ້ວງ

ພວກ​ປະ​ທ້ວງ​ຫລາຍໆ​ຄົນ ໃນ​ເວ​ລ​າ​ນັ້ນ​ ໄດ້​ສະ​ແດງ​ຄວາມບໍ່
​ພໍໃຈ​ຂອງ​ເຂົາ​ເຈົ້າ ຕໍ່ລັດຖະບານກາງ​ຂອງຈີນ ​ຢູ່ນະຄອນຫຼວງ
ປັກກິ່ງ ທີ່​ຄວບ​ຄຸ​ມນະ​ໂຍ​ບາຍ​ຮົງ​ກົງ ໂດຍ​ກ່າວ​ວ່າ ເຂົາ​ເຈົ້າ​ບໍ່​
ມີ​ບັນຫາ​ຫຍັງກັບຊາວຈີນ​ແຜ່ນ​ດິນ​ໃຫຍ່.

ແຕ່​ໃນໄລຍະ​ຫລາຍໆ​ເດືອນ​ຜ່ານມານີ້ ຫລັງ​ຈາກ​ລັດ​ຖະ​ບານ
ໄດ້​ທັບ​ມ້າງ​ການ​ ປ​ະ​ທ້ວງ​ແລ້ວ ພວກ​ປະ​ທ້ວງ​ບາງກຸ່ມ ກໍໄດ້ເລີ້ມ
ແນເປົ້າ​ໝາຍໃສ່​ນັກທ່ອງທ່ຽວ​ຈາກ ຈີນ​ແຜ່ນ​ດິນໃຫຍ່ ທີ່ຮ້ານ
ຊັບພະສິນຄ້າຮົງກົງ ໂດຍຮ້ອງ​ໂຮ​ວ່າ “ກັບ​ຄືນ​ເມືອ​ບ້ານ ​ພວກ​
ແມງ​ຈັກ​ຈັ່ນ.”

ພວກໂຮມຊຸມນຸມເດີນຂະບວນ​ກ່າວ​ວ່າ ການ​ປະ​ທ້ວງ​ຂອງ​ເຂົາ
​ເຈົ້າ ແມ່ນໄດ້ຮັບ ແຮງກະຕຸ້ນ ​ສ່ວນນຶ່ງແມ່ນໂດຍບັນ​ດາ​ນັກ​ຄ້າ​ຂາຍ ຫ​ລື ຊາວ​ຈີນ​ແຜ່ນ​ດິນ​ໃຫຍ່ ​ທີ່​ເດີນ​ທາງ​ໄປຮົງ​ກົງ ເພື່ອ​ຊື້​ສິນ​ຄ້າເປັນຈຳ​ນວນ​ຫລາຍ ​ແລ້​ວນຳ​ໄປ​ຂາຍ​ໃນ​ລ​າ​ຄາ​ຖືກ ຢູ່ຈີນ​ແຜ່ນ​ດິນ​ໃຫຍ່.

ພວກປະທ້ວງພາກັນຍໍນີ້ວໂປ້ລົງ ໃສ່ບັນດານັກທ່ອງທ໋ຽວຈີນແຜ່ນດິນໃຫຍ່ ໃນຮົງກົງ
ພວກປະທ້ວງພາກັນຍໍນີ້ວໂປ້ລົງ ໃສ່ບັນດານັກທ່ອງທ໋ຽວຈີນແຜ່ນດິນໃຫຍ່ ໃນຮົງກົງ

ທ່ານ Yeung ກ່າວ​ວ່າ “ຕ​າມສັນ​ຍາ​ລັກ​ແລ້ວ​ນີ້ບໍ່​ແມ່ນໃນ​
ທາງ​ບວກ ແລະ​ອາດ ​ຈະ​ເປັນ​ການ​ສົ່ງ​ສັນຍານໃນ​ທາງ​ບໍ່​
ດີໃຫ້ແກ່​ແຜ່ນ​ດິນ​ໃຫຍ່ ທີ່ວ່າ​ປະ​ຊາ​ຊົນ​ຮົງ​ກົງ​ ບໍ່​ຍິນ​ດີ​ຕ້ອນ​

ຮັບພວກ​ນັກ​ທ່ອງ​ທ່ຽ​ວຈີນ ມັນ​ອາດ​ຈະ​ເປັນ​ຜົນ​ກະ​ທົບ​ໃນ​
ທາງ​ລົບບາງຢ່າງແລະ​ອາດ​ຈະເຮັດ​ໃຫ້ເຂົາເຈົ້າບໍ່​ມີ​ຄວາມ​
ກະ​ຕື​ລື​ລົ້ນ ທີ່ຈະເດີນທາງມາຍັງຮົງກົງ ເປັນ​ທາງເລືອກ
ບ່ອນ​ທຳອິດ.”

ເພື່ອເປັນການສະໜອງຕອບຕໍ່ການຮ້ອງທຸກ ກ່ຽວ​ກັບ​ພວກຊື້
ສິນຄ້າເປັນຈຳນວນ ຫຼວງຫຼາຍຈາກຈີນ​ແຜ່ນ​ດິນ​ໃຫຍ່ນັ້ນ ຫົວ​
ໜ້າ​ບໍ​ລິ​ຫານ​ຮົງ​ກົງ ທ່ານ Leung Chun-ying ຫວ່າງມໍ່ໆ​ມາ​
ນີ້​ກ່າວ​ວ່າ ທ່ານ​ຈະ​ພິ​ຈາ​ລະ​ນາ ເພື່ອຈຳກັດຈຳ​ນວນ​ນັກ​ທ່ອງ​
ທ່ຽວ​ຈີນ ທີ່​ໄດ້ຮັບອະ​ນຸຍາດ​ໃຫ້​ເຂົ້າ​ໄປໃນຮົງ​ກົງ.

ເວັບໄຊທ໌ ສະ​ມາ​ຄົມ​ທ່ອງ​ທ່ຽວ​ແຫ່ງ​ຊາດຂອງ​ຈີນ ລາຍ​ງານ​ວ່າ ໃນ​ລະ​ຫວ່າງວັນ​ພັກບຸນ​ປີ​ໃໝ່​ກຸດຈີນ ມີຊາວຈີນ ຫລາຍກວ່າ​ຫ້າ​ລ້ານ​ຄົນ ໄດ້​ເດີນ​ທາງໄປ​ປະເທດຕ່າງ​ໆ ນອກເໜືອ
ຈາກຮົງ​ກົງ ແລະມ​າ​ກາວແລ້ວ.

XS
SM
MD
LG