ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໂປແລນ ເລືອກຕັ້ງເອົາ ປະທານາທິບໍດີ ຄົນໃໝ່


ຮູບຂອງທ່ານ Andrzej Duda (ຊ້າຍ) ແລະ ທ່ານ Bronislaw Komorowski (ຂວາ).
ຮູບຂອງທ່ານ Andrzej Duda (ຊ້າຍ) ແລະ ທ່ານ Bronislaw Komorowski (ຂວາ).

ຜູ້​ເລືອກ​ຕັ້ງ​ໃນ​ປະ​ເທດ ​ໂປ​ແລ​ນ ​ໄດ້​ພາກັນ​ອອກໄປປ່ອນ​ບັດ​ ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ​ ຂັ້ນ​ຕັດສິນຊີ້​ຂາດ ທີ່​ສູ​ສີກັນ ​ໃນ​ລະຫວ່າງ​ຜູ້​ດຳລົງ​ຕຳ​ແໜ່ງ ທ່ານ Bronislaw Komorowski ​ແລະ ຜູ້​ທ້າ​ຊິງ​ຕຳ​ແໜ່​ງ ທ່ານ Andrzej Duda.

ທ່ານ Duda ໄດ້ຊະນະເລີດໃນການເລືອກຕັ້ງຮອບທຳອິດ ເມື່ອຕົ້ນ ເດືອນນີ້ ເຊິ່ງນັກ ວິເຄາະໄດ້ອະທິບາຍເຖິງການຊະນະເລີດຂອງ ທ່ານ Duda ວ່າ ເປັນການສັ່ນ ສະເທືອນ ວົງການການເມືອງ ທີ່ໃຫຍ່ທີ່ສຸດ ໃນປະເທດ ໂປແລນ ເມື່ອບໍ່ເທົ່າໃດປີມານີ້ ເພາະວ່າ ການສຳຫຼວດ ກ່ອນການເລືອກຕັ້ງ ໄດ້​ຊີ້​ບອກເຖິງໄຊຊະນະທີ່ ຂ້ອນຂ້າງງ່າຍ ດາຍ ສຳລັບຜູ້ ດຳລົງຕຳແໜ່ງ​ໃນ​ປັດຈຸບັນ ທີ່ມີຫົວແນວທາງເປັນກາງນັ້ນ.

ປະທານາທິບໍດີ Komorowski ​ເຊິ່ງ​ເປັນນັກປະຫວັດສາດ ແລະ ອະດີດລັດຖະມົນຕີ ປ້ອງກັນ ປະເທດ, ທຳອິດ​ແມ່ນໄດ້ຖືກເລືອກຕັ້ງ ໃນປີ 2010 ແລະ ​ໄດ້ໂຄສະນາຫາສຽງ ​ເອົາ​ຕຳ​ແໜ່ງ ສະໄໝທີສອງນີ້ ສ່ວນໃຫຍ່​ແມ່ນກ່ຽວກັບ ບັນຫາທ້າທາຍຕໍ່ ຄວາມໝັ້ນຄົງແຫ່ງຊາດ.

ສ່ວນນັກອະນຸລັກນິຍົມ ທ່ານ Duda ໄດ້ໂຄສະນາຫາສຽງ ​ໂດຍ​ໃຫ້ຄຳ​ໝັ້ນສັນຍາ ທີ່​ຈະຫຼຸດ ອາຍຸການອອກບຳນານຂອງ ໂປແລນ. ທ່ານກໍຍັງໄດ້ສະໜັບສະ​ໜຸນ ການຕັດພາສີ ແລະ​ໄດ້
ເຕືອນກ່ຽວກັບ ລາຄາສິນຄ້າ​ທີ່​ຈະ​ແພງ​ຂຶ້ນ, ຖ້າໂປແລນ ຫາກຮັບເອົາເງິນສະກຸນ ຢູໂຣ ມາໃຊ້.

ໃນໂປແລນ, ນາຍົກລັດຖະມົນຕີ ເປັນຜູ້ນຳພາລັດຖະບານ, ແຕ່ວ່າ ປະທານາທິບໍດີ​ຂອງ ປະເທດ, ທີ່ຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ງ ສະໄໝໜຶ່ງ ຫ້າປີນັ້ນ ​ແມ່ນ​ເປັນ​ຫົວໜ້າ ກອງທັບ ແລະ ມີສ່ວນ​ສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ ກ່ຽວ​ກັບນະໂຍບາຍ ການຕ່າງ ປະເທດ ແລະ ການ​ຮັບ​ຜ່ານ ກົດໝາຍ.

POLAND ELECTION VO
please wait
Embed

No media source currently available

0:00 0:01:50 0:00

XS
SM
MD
LG