ຄະນະສືບສວນຂອງລັດຖະບານກາງສະຫະລັດ ກ່າວວ່າ ເຄື່ອງຄວບຄຸມດ້ານຄວາມປອດໄພທີ່ທັນສະໄໝ ອາດຈະຊ່ອຍ
ປ້ອງກັນບໍ່ໃຫ້ເກີດອຸບປະຕິເຫດລົດໄຟໂດຍສານຕົກລາງ
ໃນ ແລງວັນອັງຄານຜ່ານມານີ້ ທີ່ເມືອງ Philadelphia
ທາງພາກຕາເວັນອອກສຽງເໜືອຂອງ ສະຫະລັດ.
ຄະນະກຳມະການຄຸ້ມຄອງຄວາມປອດໄພໃນການຂົນສົ່ງແຫ່ງຊາດ ຫຼື National Transportation Safety Board ທີ່ເອີ້ນຫຍໍ້ວ່າ NTSB ນັ້ນ ໄດ້ກ່າວວ່າ ລົດໄຟໂດຍສານຂະບວນນີ້ອາດຈະແລ່ນໄວກວ່າ 160 ກິໂລແມັດຕໍ່ຊົ່ວໂມງ ຊຶ່ງຢ່າງນ້ອຍ ໄວ ກວ່າສອງເທົ່າ ຂອງຄວາມໄວທີ່ກົດລະບຽບການປະກາດໃຫ້ໄຊ້ ໃນທາງໂຄ້ງ ບ່ອນທີ່ໄດ້ປະສົບອຸບປະຕິເຫດ ຍັງຜົນໃຫ້ມີ 7 ຄົນເສຍຊີວິດ ແລະບາດເຈັບ 200 ຄົນ ບາງຄົນ
ຢູ່ໃນສະພາບສາຫັດ.
ທ່ານ Robert Sumwalt ສະມາຊິກອົງການ NTSB ໄດ້ບອກກັບພວກນັກຂ່າວວ່າບ່ອນທີ່ເກີດເຫດນັ້ນ ແມ່ນຍັງບໍ່ທັນໄດ້ຕິດຕັ້ງລະບົບທີ່ເອີ້ນວ່າ Positive Train Control ເທື່ອ ທີ່ໃຊ້ລະບົບ GPS ແລະລະບົບຕິດຕາມຄວບຄຸມອື່ນໆ ທີ່ເຮັດໃຫ້ລົດໄຟແລ່ນຊ້າລົງໂດຍ ອັດຕະໂນມັດ ຖ້າຫາກມັນແລ່ນກາຍຄວາມໄວທີ່ກຳນົດໄວ້ ຫລືຢູ່ໃນອັນຕະລາຍທີ່ຈະຕຳ
ກັນ ກັບລົດໄຟຂະບວນອື່ນ.
ລັດຖະສະພາໄດ້ຮັບຜ່ານກົົດໝາຍສະບັບໜຶ່ງໃນປີ 2008 ທີ່ບັງຄັບໃຫ້ລົດໄຟ Amtrak
ຊຶ່ງເປັນການບໍລິການລົດໄຟໂດຍສານທີ່ໄດ້ຮັບທຶນຈາກລັດຖະບານພ້ອມທັງລົດໄຟຂົນສົ່ງ
ແລະ ລົດໄຟໂດຍສານຂອງເອກກະຊົນອື່ນໆຕິດຕັ້ງລະບົບ Positive Train Control ພາຍໃນ ທ້າຍປີນີ້. ແຕ່ຄະນະກຳມະການການຄ້າແລະຂົນສົ່ງຂອງສະພາສູງ ໄດ້ໃຫ້ການ
ອະນຸມັດຕໍ່ ມາດຕະການນີ້ ໃນເດືອນມີນາ ທີ່ອະນຸຍາດໃຫ້ອຸດສາຫະກຳລົດໄຟ ເລື່ອນເວລາ
ໃນການ ຕິດຕັ້ງລະບົບດັ່ງກ່າວອອກໄປຈົນຮອດປີ 2020 ຫລັງຈາກອຸດສາຫະກຳລົດໄຟ
ໄດ້ພາກັນວິ່ງເຕັ້ນ ຂໍໃຫ້ສະມາຊິກສະພາ ໃຫ້ແກ່ເວລາແກ່ຕົນຕື່ມອີກ.