ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທຳນຽບຫ້າແຈ ປະກາດປິດຖານທັບ ສຫລ 10 ກວ່າແຫ່ງ ໃນຢູໂຣບ


ທະຫານ ສະຫະລັດ ປະຈຳກອງພັນລາບອາກາດທີ 173 ກຳລັງອອກຈາກເຮືອບິນ C-130.
ທະຫານ ສະຫະລັດ ປະຈຳກອງພັນລາບອາກາດທີ 173 ກຳລັງອອກຈາກເຮືອບິນ C-130.

ສະຫະລັດ ກ່າວ​ວ່າ ຕົນ​ຈະ​ປິດ​ຖານ​ທັບ​ສິບກວ່າ​ແຫ່ງ ​ໃນຢູ​ໂຣບ
​ໃນ​ການ​ເຄຶ່ອນ​ໄຫວ​ ທີ່ກະຊວງ​ປ້ອງ​ກັນ​ປະ​ເທດ ຄາດ​ວ່າ​ ຈະ​
ປະຢັດ​ເງິນໄດ້ ​ເຖິງ 500 ລ້ານ​ໂດ​ລາຕໍ່​ປີ ​ເວລ​າ​ໃດ​ທີ່​ໄດ້ມີການ
ຈັດຕັ້ງ​ປະຕິບັດ​ຢ່າງ​ເຕັມສ່ວນແລ້ວ ​ໂດຍ​ຈະບໍ່ມີ​ຜົນ​ກະທົບ
ໃດໆ ຕໍ່ຄວາມ​ສາມາດ​ທາງທະຫານ​ ໃນ​ການ​ຮັບມືກັບວິກິດ
ການ​ຢູ່​ທົ່ວ​ຢູ​ໂຣບ.

ລາຍ​ຊື່​ຖານ​ທັບ​ໃນ​ຢູ​ໂຣບ ທີ່ໄດ້​ປະກາດ​ປິດໃນ​ວັນ​ພະຫັດ
​ວານ​ນີ້ ແມ່ນຮວມທັງ​ການ​ປະຕິບັດ​ງານ ທີ່ຖານ​ທັບ​ອາກາດ
ອັງກິດ ຢູ່ເມືອງ Midenhall ທາງ​ພາກ​ຕາ​ເວັນ​ອອກສຽງ​
ເໜືອ​ຂອງນະຄອນ​ລອນ​ດອນ. ນີ້​ເປັນການ​ປິດ​ຖານ​ທັບ​ໃນ
​ຈຳ​ນວນ​ທີ່ໃຫຍ່ທີ່​ສຸດ ນັບ​ແຕ່ສົງຄາມ​ເຢັນ​ໄດ້​ສີ້​ນສຸດ​ລົງ.

ຖານ​ທັບແຫ່ງນີ້ ​ເປັນ​ທີ່ຕັ້ງຂອງສູນກາງເຮືອບິນຕື່ມນ້ຳມັນ ເຮືອບິນ​ສອດແນມແລະເຮືອ
ບິນສຳຫລັບການປະຕິບັດງານພິເສດ ແລະກໍມີ​ທະຫານ​ສະຫະລັດ ພ້ອມດ້ວຍ​ຄອບ​ຄົວ 3,200 ຄົນ ອາໄສຢູ່ທີ່ຖານທັບແຫ່ງນີ້.

ນອກນັ້ນ ສະຫະລັດຍັງ​ຈະ​ສີ້ນສຸດ​ການ​ປະຕິບັດ​ງານຢູ່ໃນຖານທັບອື່ນໆອີກ 14 ​ແຫ່ງໃນ
​ເຢຍຣະ​ມັນ ​ແບ​ລຢ້ຽມ ​ແລະ​ເນ​ເທີ​ແລນ.

ຖານ​ທັບ​ຫລາຍໆ​ແຫ່ງ ​ໄດ້​ຖືກ​ໃຊ້ມາ ​ນັບ​ຕັ້ງ​ແຕ່ປະມານ​ຕອນເກີດສົງ​ຄາມ​ໂລກ ຄັ້ງ​ທີ
ສອງ.

ບັນດາ​ນັກວິ​ເຄາະ ກ່າວ​ຕໍ່ໝັງ​ສື​ພິມ The Wall Street Journal ວ່າ ການ​ປິດ​ຖານ​ທັບໃນ
​ຢູ​ໂຣບ ຄວນ​ຈະ​ຊ່ວຍແຜ້ວທາງ​ໄປ​ດ້ວຍ​ດີ ຕໍ່​ການ​ປີ​ດຖານ​ທັບ​ຕ່າງໆ​ຕື່ມອີກ ຢູ່​ໃນສະຫະລັດ.

US BASE CLOSINGS SOTVO
please wait

No media source currently available

0:00 0:00:48 0:00

XS
SM
MD
LG