ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຄໍາ​ປານີ ວົງ​ທອງ​ຄໍາ - ຄອຍ​​ເຂີ​ຍລາວ


ຄໍາປານີ ວົງທອງຄໍາ
ຄໍາປານີ ວົງທອງຄໍາ

ສະບາຍດີ ບັນດາແຟນໆເພງ VOA ລາຍການສຽງເພງຈາກແດນໄກ ໃນແລງວັນອາທິດມື້ນີ້ ເຮົາຈະນໍາຜົນງານພງທີ່ກໍາລັງເປັນທີ່ ນິຍົມໃນ ສປປ ລາວ ໃນປະຈຸບັນນີ້ ຊຶ່ງຈະເປັນອື່ນຄົນໄກໄປ ບໍ່ໄດ້ນອກຈາກ… ຂໍເຊີນເຂົ້າສູ່ລາຍການໄດ້ນະບັດນີ້ ເພື່ອພິສູດດ້ວຍຕົວທ່ານເອງ.

ສະບາຍດີທຸກໆ​ທ່ານ, ​ໃນ​ຊ່ວງ​ນີ້ ອາກາດ​ໃນນະຄອນຫຼວງ ວໍ​ຊິງ​ຕັນ ດີ​ຊີ ຍັງ​ໜາວ​ເຢັນ​ຢູ່​ແລະ​ກໍ​ມີ​ຝົນ​ຕົກ​ເປັນ​ບາງວັນ ​ແລະ​ໃນ​ອາທິດ​ທີ່​ແລ້ວ​ນີ້ ວັນນະ​ສອນ​ໄດ້​ມີ​ໂອກາດ​ໄປ​ພົບ​ພໍ້​ແລະ​ໄດ້​ຟັງ
ສຽງ​ສົດ​ຂອງ​ສິນລະປິນ​ສາວ​ຜູ້ທີ່​ມີ​ນໍ້າ​ສຽງ​ອັນ​ຫວານຊຶ້ງ ​ແລະ​ມີ​ພະ​ລັງ ພ້ອມ​ທັງ​ໃບ​ໜ້າ​ໃສໆ ​ເນື່ອງ​ໃນ​ວັນ​ສະຫຼອງ​ກຸດ​ສົງການ​ປີ​ໃໝ່​ທີ່​ສະຖານທູດ​ລາວ​ໃນ​ນະຄອນ ວໍ​ຊິງ​ຕັນ. ສາວ​ນ້ອຍຄົນ​ນີ້​ມີ​ຄວາມ​ສາມາດ​ເປັນ​ເລີດ​ເພາະ​ຮ້ອງເພງໄດ້ທຸກ​ຮູບ​ແບບ ບໍ່​ວ່າ ຈະ​ລູກ​ທົ່ງ ສະ​ຕຣິງ ​ແມ້ນ​ແຕ່​ຂັບ​ລໍາລາວ​ແບບ​ສະ​ບັບດັ້ງ​ເດີມ ຊຶ່ງ​ຫຼາຍໆ​ທ່ານ​ຄົງ​ໄດ້​ພິສູດແລ້ວໃນຂັບ​ຊໍາ​ເໜືອ ​ໃຈສາ​ວຫົວພັນ ທີ່​ຮ້ອງ​ຄູ່​ກັບ​ນັກ​ຮ້ອງ​ໜຸ່ມໄທ ໄມ ພິລົມ​ພອນ. ຕໍ່​ໄປນີ້ຈະ​ຂໍ​ສະ​ເໜີ​ເພງ​ດ່ຽວ​ໄປ​ກ່ອນ ເອົາມາ​ຟັງ​ເພງ ຄອຍເຂີ​ຍລາວ ຮ່ວມ​ກັນ​ເລີຍ.​
​ເພງ: ຄອຍເຂີ​ຍລາວ

ຄໍາປານີ ແລະ ໄມຄ໌ ພິຣົມພອນ
ຄໍາປານີ ແລະ ໄມຄ໌ ພິຣົມພອນ

ປານ​ນີ້​ຄົງ​ຈະ​ຮູ້ແລ້ວນໍວ່າ ສຽງ​ຫວານໆ​ທີ່​ຟັງ​ໄປ​ນັ້ນ​ເປັນ​ຂອງ
ຄໍາ​ປານີ ວົງ​ທອງ​ຄໍາ ຫຼື​ເອີ້ນ​ຊື່​ຫຼິ້ນກັນວ່າ ປາຣີນາ. ບັດ​ນີ້ ຂໍ​ມອບ
​ເພງ ໜາວ​ຫົ່ມ​ບຸນທາດຫຼວງ ທີ່​ຮ້ອງ​ຄູ່​ກັບ​ນັກ​ຮ້ອງໜຸ່​ມໄທ
ທົດ​ສະ​ພົນ ​ເຊຍໄຊ​ພູມີ ໃຫ້​ແກ່​ໜຸ່ມໆທີ່​ຫຼົງ​ຮັກ​ແມ່ຍິງ​ລາວ ​
ແລະວັນນະ​ສອນວ່າ​ຢາກ​ພົບ​ແມ່ຍິງ​ລາວ​ໃສ່​ສິ້ນ​ໄຫມ​ບ່ຽງ​ແພ
ທີ່​ງົດ​ງາມແລ້ວນັ້ນ ກໍ​ຄົງ​ຕ້ອງ​ໄປ​ທ່ຽວ​ເທດ​ສະການ ບຸນ​ພະທາດ
​ຫຼວງ​ໃນ​ມື້ເພງ​ເດືອນ 12 ພຸ້ນ​ລະ. ​ເອົາໄປ​ຟັງ​ເພງ​ນີ້ ລໍຖ້າ​ໄປ​ກ່ອນ
ກໍ​ແລ້ວ​ກັນ ຂໍ​ໃຫ້ມ່ວນໆ​ກັບ​ເພງ​ນີ້.

​ເພງ: ໜາວ​ຫົ່ມ​ບຸນທາດຫຼວງ - ປາຣີນາ ຄໍາ​ປານີ ວົງ​ທອງ​ຄໍາ ​ແລະ ທົດ​ສະ​ພົນ ​ເສີຍໄຊ​ພູມີ

ປະຈຸ​ບັນ​ນີ້ ປາຣີນາກໍ​ກໍາລັງ​ຕຽມ​ຕົວ​ເຂົ້າ​ຮ່ວມ​ກັບ​ສິນລະປິນ​ຄົນ​ອື່ນໆຈາກກົມ​ສິນລະ
​ປະກອນ ສ​ປປ ລາວ ທີ່​ໄດ້​ເດີນທາງ​ອອກ​ມາ​ຈາກ​ລາວ​ເປັນ​ຄັ້ງ​ທໍາ​ອິດ ​ເພື່ອມາສະ​ແດງ
ແລະ​ແລກປ່ຽນ​ວັດທະນະ​ທໍາຢູ່​ໃນ​ລັດ Alaska ​ເນື່ອງ​ໃນເດືອນສະ​ເຫຼີ​ມສະຫຼອງ ​ມໍລະ​
ດົກຊາວ​ເອ​ເຊຍ​ແລະ​ປາຊິ​ຟິກ ທີ່​ຈັດ​ສະຫຼອງ​ກັນ​ທຸກໆປີ​ໃນ​ເດືອນ ພຶດສະພາໃນ​ສະຫະລັດ.
ຂໍ​ມອບ​ເພງ​ຫວານໆໃຫ້​ແກ່​ແຟນລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ທຸກໆ​ທ່ານ ​
ເພື່ອ​ຈະ​ໄດ້​ເກັບເອົາສຽງ​ຫວານໆ​ຂອງ​ນ້ອງປາຣີນາ ​ໄປ​ຝັນ​ເຖິງ ແລະ​ຖ້າ​ຮັກປາຣີນາ ​
ແລ້ວ​ກໍ​ໃຫ້​ຈັບຈອງເປັນ​ເຈົ້າ​ຂອງຜົນງານ​ເພງ​ຂອງ​ຜູ້ກ່ຽວ ​ແລະ​ຈະ​ໂທ​ຫາປາຣີນາ ກໍໄດ້
ຊຶ່ງ​ເພງ​ນີ້ ປາຣີນາ ບອກ​ມາ​ກັບ​ເພງ​ວ່າ “ຮັກ​ຄົນ​ໂທ​ມາ.”

ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ.
XS
SM
MD
LG