ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສອງອ້າຍນ້ອງ ແລະ ຕຳຫຼວດຄົນໜຶ່ງ ຖືກຍິງເສຍຊີວິດ ໃນປາກິສຖານ


ຕຳຫຼວດແລະປະຊາຊົນກວດກາລົດຈັກໃນສະຖານທີ່ເກີດເຫດ ​ໃກ້​ກັບຫ້ອງການ​ເຮັດ​ໜັງສື​ຜ່ານ​ແດ​ນ ໃນເມືອງ Quetta ​ແຂວງ Balochistan ປະ​ເທດ ປາ​ກິ​ສຖານ.
ຕຳຫຼວດແລະປະຊາຊົນກວດກາລົດຈັກໃນສະຖານທີ່ເກີດເຫດ ​ໃກ້​ກັບຫ້ອງການ​ເຮັດ​ໜັງສື​ຜ່ານ​ແດ​ນ ໃນເມືອງ Quetta ​ແຂວງ Balochistan ປະ​ເທດ ປາ​ກິ​ສຖານ.

ອ້າຍ​ນ້ອງສອງ​ຄົນ​ອາຍຸ​ໄວ 20 ​ປີ ​ໄດ້​ຖືກ​ຂ້າ​ຕາຍ ​ແລະ ພໍ່​ແມ່​ຂອງ​ພວກ​ເຂົາ​ເຈົ້າໄດ້​ຮັບ​ບາດ​ເຈັບ ​ເມື່ອ​ມື​ປືນ​ໄດ້​ຖະຫຼົ່ມ​ຍິງໃສ່ຢູ່ໃກ້​ກັບ​ຫ້ອງການ​ເຮັດ ​Passport ​ໃນ​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ທີ່​ບໍ່​ມີ​ຄວາມ​ສະຫງົບ​ຂອງ ປາ​ກິ​ສຖານ, ອີງ​ຕາມ​ເຈົ້າ​ໜ້າທີ່​ຕຳຫຼວດ​ອາວຸ​ໂສ​ຄົນ​ໜຶ່ງ.

​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າ ຕຳຫຼວດ​ຄົນ​ໜຶ່ງ​ກໍ​ໄດ້​ຖື​ກສັງຫານ​ເຊັ່ນ​ກັນ ​ໃນ​ເຫດການ​ຂອງ​ວັນ​ຈັນ​ມື້ນນີ້​ໃນ​ເມືອງ Quetta, ຫຼັງ​ຈາກ​ໄດ້ເຮັດ​ໃຫ້​ໜຶ່ງ​ໃນ​ພວກໂຈມ​ຕີຄົນ​ໜຶ່ງໄດ້​ຮັບ​ບາດ​ເຈັບ ​ແລະ ຫຼົບໜີ​ໄປ​ໄດ້.

ຜູ້​ຖືກ​ເຄາະ​ຮ້າຍ, ນອກ​ຈາ​ກຕຳຫຼວດ​ແລ້ວ, ​ໄດ້​ຖືກ​ລາຍ​ງານ​ວ່າ​ເປັນ​ສະມາຊິກ​ຂອງ​ຊຸມຊົນ​ຊາວມຸສລິ​ມ Shiite Hazara ກຸ່​ມນ້ອຍ.

ບໍ່​ມີ​ໃຜ​ອອກ​ມາ​ຮັບຜິດຊ​ອບຕໍ່ການ​ກໍ່​ຄວາມ​ຮຸນ​ແຮງ​ນີ້.

ກຸ່ມ​ພວກ​ຫົວ​ຮຸ​ນ​ແຮງ ມຸສລິ​ມ ຊຸນ​ນີ ​ໄດ້​ທຳການ​ໂຈມ​ຕີ ຊາວ​ມຸສລິ​ມ Shiite Hazara ເປັນ​ປະຈຳ​.

XS
SM
MD
LG