ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາກິສຖານ ຈະຂໍອຸທອນ ຕໍ່ການປະກັນໂຕ ຜູ້ຕ້ອງສົງໄສ ໃນການໂຈມຕີ ທີ່ເມືອງມູມໄບ


ຜູ້ຕ້ອງສົງໄສ ໃນການໂຈມຕີມູມໄບ ເມື່ອປີ 2008 ຊາວປາກິສຖານ Zaki-ur-Rehman Lakhvi ກ່າວຖະແຫລງ ໃນລະຫວ່າງການປຸກລະດົມ ທີ່ Muzaffarabad ໃນເຂດແຄວ້ນ ແຄດສເມຍ ທີ່ຄວບຄຸມໂດຍປາກິສຖານ.
ຜູ້ຕ້ອງສົງໄສ ໃນການໂຈມຕີມູມໄບ ເມື່ອປີ 2008 ຊາວປາກິສຖານ Zaki-ur-Rehman Lakhvi ກ່າວຖະແຫລງ ໃນລະຫວ່າງການປຸກລະດົມ ທີ່ Muzaffarabad ໃນເຂດແຄວ້ນ ແຄດສເມຍ ທີ່ຄວບຄຸມໂດຍປາກິສຖານ.

ໄອ​ຍະ​ການ​ປາ​ກິ​ສຖານ​ຄົນ​ໜຶ່ງ ກ່າວ​ວ່າ ລັດຖະບານ ຈະ​ພະຍາ
ຍາມ​ຖອນການ​ປະກັນ​ໂຕ​ ທີ່​ໄດ້​ອະນຸມັດໄປ​ແລ້ວນັ້ນ ​ໃຫ້ແກ່​
ຜູ້​ຕ້ອງ​ສົງໄສ ຫຼັກຜູ້​ໜຶ່ງ​ ໃນ​ການ​ໂຈມ​ຕີກໍ່ການຮ້າຍ​ຢູ່​ນະ​ຄອນ
​ມູມ​ໄບຂອງອິນ​ເດຍ.

​ໄອ​ຍະ​ການ​ພິ​ເສດ​ຂອງ​ລັດຖະບານ ທ່ານ Abu Zar Peerzada
ກ່າວ​ວ່າ ທ່ານ​ຈະ​ຂໍ​ອຸທອນ​ໄປ​ຍັງ​ສານ​ສູງ ​ເພື່ອ​ໃຫ້​ຍົກ​ເລີກ​ການ​
ປະກັນ​ໂຕ​ທີ່​ໄດ້​ອະ​ນຸຍາດ​ໃຫ້​ແກ່ ທ້າວ Zaki-ur-Rahman
Lakhvi ​ໃນ​ວັນ​ພະຫັດ​ວານ​ນີ້ ​ໂດຍສານຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ.

​ໄອ​ຍະ​ການ​ດັ່ງ​ກ່າວ ​ເວົ້າວ່າ ​ໃນ​ຂະນະ​ນີ້ ທ້າວ Lakhvi ຍັງ​ບໍ່​ໄດ້
​ຖືກ​ປ່ອຍ​ໂຕ ອອກຈາກ​ຄຸກ​ເທື່ອ.

ທ້າວ Lakhvi ​ໄດ້​ຖືກ​ກ່າວ​ຫາ​ວ່າ ​ເປັນຫົວໜ້າ​ໃຫຍ່ວາງ​ແຜນ ການ​ບຸກຈູ່​ໂຈມໄລຍະ 60
ຊົ່ວ​ໂມງ​ຢູ່ເຂດ​ການ​ຄ້າຫຼັກຂອງ​ອິດ​ເດຍ ​ໃນ​ປີ 2008 ຜ່ານ​ມາ ທີ່​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ
​ເຖິງ 166 ຄົນ.

​ໃນ​ລະຫ​ວ່າງການບຸກ​ເຂົ້າຢຶດນັ້ນ ມື​ປືນ 10 ຄົນ​ໄດ້​ໂຈມ​ຕີ ​ໂຮງ​ແຮມ​ຫລູຫລາ​ຫຼາຍແຫ່ງ
ຮ້ານ​ອາຫານ​ທີ່ມີ​ຄວາມ​ນິຍົມ​ຊົມ​ຊອບ ສະຖານີ​ລົດໄຟ ​ແລະ​ສູນ​ວັດທະນະທຳຂອງ​ຊາວ​ຢິ​ວ.

ອິນ​ເດຍ​ໄດ້​ສະແດງປະຕິກິລິຍາ ​ດ້ວຍ​ຄວາມ​ໂກດ​ແຄນ ຕໍ່​ຂ່າວ​ຄາວ​ທີ່​ວ່າ ຜູ້​ຕ້ອງ​ສົງໄສຫຼັກ​
ໃນ​ຄະດີ​ດັ່ງກ່າວ ຈະ​ຖືກ​ປ່ອຍ​ໂຕນັ້ນ.

​ໂຄສົກ ກະຊວງ​ການຕ່າງປະ​ເທດ​ອິ​ເດຍ ທ່ານ Syed Akbaruddin ໄດ້​ເອີ້ນ​ການ​ຕັດສິນ
ດັ່ງ​ກ່າວວ່າ ​ເປັນ​ການ “​ເຍາະເຍີ້​ຍ” ຕໍ່ຄວາມ​ໝັ້ນໝາຍ​ຂອງ​ປາ​ກິ​ສຖານ ທີ່​ຈະ​ຕໍ່ສູ້​ກັບ
ພວກ​ຮົວຮຸນ​ແຮງນັ້ນ.​

MUMBAI TERRORIST SOTVO
please wait

No media source currently available

0:00 0:00:47 0:00

XS
SM
MD
LG