ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຫົວຮຸນແຮງ 5 ຄົນ ຖືກຂ້າຕາຍ ໃນການໂຈມຕີ ຂອງ ສຫລ ຢູ່ປາກິສຖານ


ແຜນທີ່ເຂດ Waziristan ເໜືອ ແລະໃຕ້ ໃນປາກິສຖານ
ແຜນທີ່ເຂດ Waziristan ເໜືອ ແລະໃຕ້ ໃນປາກິສຖານ

ເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງປາກິສຖານ ກ່າວວ່າ ມີພວກ
ຫົວຮຸນແຮງຢ່າງໜ້ອຍ 5 ຄົນຖືກຂ້າຕາຍໃນການໂຈມຕີໂດຍເຮືອ ບິນບໍ່ມີຄົນຂັບສະຫະລັດ ຢູ່ໃນເຂດຊົນເຜົ່າ Waziristan ເໜືອ.

ເຈົ້າໜ້າທີ່ເວົ້າວ່າ ໃນວັນເສົາມື້ນີ້ ເຮືອບິນບໍ່ມີຄົນຂັບຂອງສະຫະ
ລັດ ໄດ້ຍິງລູກສອນໄຟ 2 ລູກ ໃສ່ເມືອງ Datta Khail ຊຶ່ງເປັນ
ສູນກາງ ຂອງພວກກໍ່ການຮ້າຍ ອາລກາອີດາ ແລະ ພວກຫົວຮຸນ
ແຮງທາລີບານ.

ເຈົ້າໜ້າທີ່ອະວຸໂສຄົນນຶ່ງຂອງກຳລັງຮັກສາຄວາມສະຫງົບເວົ້າ
ວ່າ ຜູ້ຕາຍທັງໝົດ ຍັງບໍ່ທັນມີການລະບຸໂຕເທື່ອ ແລະຈຳນວນ
ຂອງພວກທີ່ຕາຍອາດຈະເພີ້ມ ຂຶ້ນຕື່ມ.

ທະຫານປາກິສຖານໄດ້ເປີດສາກບຸກໂຈມຕີຄັ້ງໃຫຍ່ຕໍ່ພວກຫົວຮຸນແຮງໃນເຂດທ້ອງຖິ່ນ ແລະພວກຫົວຮຸນແຮງຕ່າງປະເທດ ນັບແຕ່ເດືອນມິຖຸນາເປັນຕົ້ນມາ.

ສ່ວນໃນແຫ່ງອື່ນໆນັ້ນກອງທັບປາກິສຖານກ່າວວ່າ ມີພວກຫົວຮຸນແຮງ 5 ຄົນໄດ້ຖືກກຳ ລັງຮັກສາຄວາມສະຫງົບ ຂ້າຕາຍ ຢູ່ໃນເຂດຊານເມືອງ Peshawar. ເຈົ້າໜ້າທີ່ເວົ້າວ່າ ຜູ້ບັນຊາການພວກຫົວຮຸນແຮງ ໃນເຂດທ້ອງຖິ່ນຄົນນຶ່ງ ແມ່ນຮວມຢູ່ໃນຈຳນວນຜູ້ເສຍຊີ
ວິດດັ່ງກ່າວ.

ເບິ່ງວີດີໂອກ່ຽວຂ້ອງ:

PAKISTAN VOSOTVO
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG