ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຊລເກັບພະລັງແສງຕາເວັນ ທີ່ທາສີໃສ່ໄດ້ ອາດສາມາດ ໃຊ້ແທນ ແຜ່ນເຊລ ທີ່ຜະລິດດ້ວຍ ຊີລີໂຄນ


Paintable Solar Cells May Someday Replace Silicon-Based Panels
please wait

No media source currently available

0:00 0:02:14 0:00

ຊົມວີດີໂອ ລາຍງານນີ້

ພວກແຜ່ນເກັບ​ພະລັງແສງອາທິດ ​ໃນ​ປັດຈຸບັນ​ນີ້ ​ແມ່ນ​ຍັງ
​ຖືກຜະລິດ​ອອກ​ມາ​ ຈາກ​ໂຮງງານຢູ່ ດ້ວຍ​ການ​ນຳ​ໃຊ້ສານ
​ບາງ​ສ່ວນທີ່ເປັນ​ພິດ​ໄພສູງ ​ເຊັ່ນ ສານ cadmium chloride.
​ແຕ່​ນັກຄົ້ນຄວ້າ ທ່ານ​ນຶ່ງ ຢູ່​ທີ່ ວິທະຍາ​ໄລ St. Mary ​ໃນ​ລັດ
​ແມຣີ​ແລນ ກ່າວ​ວ່າ ພວກ​ເຮົາ ​ໃກ້​ຈະ​ສາມາດ ປະດິດ​ພວກ
​ແຜ່ນ​ເກັບພະລັງແສງອາທິດ ດ້ວຍ​ການ​ໃຊ້​ສານ ທີ່​ບໍ່​ເປັນ​ພິດ
ທາ​ໃສ່​ແຜ່ນພື້ນ ທີ່​ເຫັນ​ວ່າ​ເໝາະ​ສົມ. ຜູ້​ສື່​ຂ່າວ ວີ​ໂອ​ເອ
George Putic ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ ຫ້ອງ​ທົດລອງ​
ຂອງ​ນັກຄົ້ນຄວ້າດັ່ງກ່າວນັ້ນ ​ເພື່ອຫາ​ລາຍ​ລະອຽດ​ຕື່ມ​ອີກ
ຊຶ່ງ​ໄຊ​ຈະ​ເລີ​ນ ສຸກ ຈະ​ນຳ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.


​ວິວັດທະນາ​ການ ດ້ານເຊລເກັບພະລັງ​ແສງອາທິດ ກຳລັງ​ຂະຫຍາຍ ຕົວ​ຢ່າງ​ວ່ອງ​ໄວ ​ໃນປັດຈຸບັນ​ນີ້ ມັນ​ໄດ້​ກາງ​ຕໍ່ ວັດຖຸ​ເຊ​ລ​ເກັບ​ພະລັງ​ແສງ​ອາທິດ ທີ່​ມີ​ລາຄາ​ແພງ ​ເຊັ່ນ
silicon ຊຶ່ງ​ເປັນສານ​ເຄມີ​ຊະນິດ​ນຶ່ງ ຫຼື cadmium telluride ​ເພາະສະນັ້ນ​ແລ້ວ ຄ່າ​
ໃຊ້​ຈ່າຍ ​ໃນການ​ຜະລິດ ການ​ຕິດຕັ້ງ ​ແລະ ການບຳລຸງ​ຮັກສາ ຈຶ່ງ​ຍັງມີລາຄາ​ສູງ​ຢູ່.

ຜູ້ຊ່ວຍ​ອາຈານ ຂອງ​ວິທະຍາ​ໄລ St. Mary ທ່ານ Troy Townsend ກ່າວ​ວ່າ ມັນມີ​ປະສິດທິພາບ​ຕ່ຳ​ ​ແຕ່​ລາຄາ​ຖືກ​ຫຼາຍ ພວກວັດຖຸບໍ່​ມາ​ຈາກ​ທຳ​ມະ​ຊາດ ອາດ​ນຳ​ມາ​ໃຊ້​ໄດ້
​ເພື່ອ​ສ້າງພວກ​ເຊ​ລ​ເກັບ​ພະລັງ​ແສງຕາ​ເວັນ ທີ່​ທາສີ​ໃສ່​ໄດ້.

​ເພື່ອ​ທີ່​ຈະ​ທົດ​ແທນ ​ປະສິດທິ​ພາບທີ່​ຕົກ​ຕ່ຳ​ນັ້ນ ວັດຖຸ​ທີ່​ບໍ່​ແພງ​ນີ້ ອາດ​ຈະ​ນຳ​ມາ​ໃຊ້​ເພື່ອ
​ປົກ​ຄຸມ​ພື້ນ​ທີ່​ກວ້າງຂວາງ ​ເຊັ່ນວ່າ ພວກຫຼັງຄາເຮືອນທັງ​ໝົດ ຂອງຊຸມ​ຊົນ​ຕ່າງໆ.

ທ່ານ Townsend ​ເວົ້າວ່າ “​ໂດຍ​ປົກກະຕິແລ້ວ ພວກ​ເຊ​ລ​ເກັບ​ພະລັງ​ແສງ​ອາທິດ
ທີ່​ເຮັດ​ດ້ວຍ silicon ມີ​ປະສິດທິພາບ ລະຫວ່າງ 16 ​ຫາ 18 ​ເປີ​ເຊັນ. ຍັງ​ມີ
ພວກ​ເຊ​ລ​ເກັບ​ພະລັງ​ແສງ​ອາທິດ ທີ່​ເຮັດ​ດ້ວຍ cadmium telluride ທີ່ຜະລິດ
ເປັນສິນຄ້າ ຈຳ​ໜ່າຍ ຈາກ​ບໍລິສັດ First Solar ທີ່​ມີ​ປະສິທິພາ​ບ​ສູງເຖິງ 20 ​
ເປີ​ເຊັນ. ອຸປະກອນ​ຂອງ​ພວກ​ເຮົາ ປັດຈຸບັນ​ນີ້ ມີ​ປະສິດທິພາບ ລະຫວ່າງ 5 ​
ຫາ 12 ​ເປີ​ເຊັນ.”

ວັດຖຸເຊ​ລ​ເກັບພະລັງ​ແສງ​ອາທິດ ສາມາດນຳ​ມາ​ສັງ​ເຄາະ​ໄດ້ ​ດ້ວຍ​ການ​ປົນພວກເມັດ
ແກ້ວ​ໃສຂະໜາດ​ນ້ອຍ ​ໃສ່ກັບສານລະລາຍ​ທຳ​ມະ​ຊາດ.

ທ່ານ Townsend ​ເວົ້າວ່າ “ຊັ້ນຕ່າງໆ​ທັງ​ໝົດ​ເຫຼົ່ານີ້ ທີ່​ພວກ​ເຮົາ​ສາມາດ ຜະລິດ
ໃຫ້​ເປັນຄື​ກັບ​ນ້ຳມຶກ. ຊຶ່ງ​ມັນສາມາດ​ພິມໄດ້ ຊະ​ເປ​ໄດ້ ຫຼື ເຄືອບ​ໃນ​ຂະນະ​ທີ່​ປິ່ນ​
ຢູ່ໄດ້ ​ເພື່ອ​ເຮັດ​ໃຫ້​ອຸປະກອນ​ ​ຜ່ານ​ຂະ​ບວນການ​ເຄືອບ​ສານລະລາຍນີ້ ຈົນ​ທົ່ວ.”

​ໃນ​ເມື່ອ​ຕິດຕັ້ງ​ໃສ່​ພື້ນ​ຜິວ​ທີ່​ເໝາະ​ສົມ​ແລ້ວ ​ເຊັ່ນ​ແຜ່ນ​ແກ້ວນັ້ນ ​ເຊ​ລ​ຫຼາຍຊັ້ນທີ່​ມີ​ຄວາມ​
ອ່ອນ​ໄຫວ​ຕໍ່ແສງ​ອາທິດ ຕ້ອງ​ໄດ້​ຜ່ານ​ການ​ອົບ​ດ້ວຍ​ຄວາມ​ຮ້ອນ ເຂົ້າກັນກັບສານ​ກະ​ຕຸ້ນ
​ອັນ​ນຶ່ງ. ​ແທນ​ທີ່​ຈະ​ໃຊ້​ສານ​ຕ່າງໆ ທີ່ເປັນ​ພິດສູງ ທີ່​ໃຊ້ກັນ​ທົ່ວ​ໄປນັ້ນ ​ ທ່ານ Townsend ​
ໄດ້​ຄົ້ນ​ພົບ​ວ່າ ມັນ​ສາມາດ​ເຮັດ​ໄດ້​ ດ້ວຍ​ເກືອ​ທີ່​ປອດ​ພິດ.

​ເຊ​ລ​ແຕ່​ລະ​ອັນ ສາມາດ​ຕິດ​ຕໍ່​ກັນ​ໄດ້ ​ໃຫ້​ເປັນຫຼາຍ​ແຖວ ຫຼື ຂະໜານ ​ກັນ ເພື່ອເພີ້ມ​ກຳລັງ​
ຫຼື ​ກະ​ແສ​ໄຟຟ້າ ຂຶ້ນ.

ທ່ານ Townsend ຫວັງ​ວ່າ ມື້​ໃດ​ມື້​ນຶ່ງ ​ການຕິດຕັ້ງແຜ່ນ​ເກັບ​ພະລັງ​ແສງ​ອາທິດດັ່ງກ່າວ ຈະມີລາຄາຖືກລົງ ເຮັດ​ໃຫ້ສ່ວນບຸກຄົນສາມາດ​ ຊົມ​ໃຊ້ໄດ້ຫຼາຍຂຶ້ນ.

ທ່ານ Townsend ​ເວົ້າອີກວ່າ “​ເປົ້າໝາຍຂອງ​ການຄົ້ນຄວ້າ​ນີ້ ກໍ​ເພື່ອ​ເຮັດ​ໃຫ້
ພວກຄົນ​ທຳ​ມະ​ດາ​ທົ່ວ​ໄປ ສາມາດ​ນຳ​ມັນ​ມາ​ໃຊ້​ໄດ້. ພວກເຂົາ​ເຈົ້າ ມີ​ເຄື່ອງມື​
ທັງ​ໝົດ ທີ່​ຕ້ອງການ​ ​ເພື່ອ​ສ້າງ​ພວກ​ອຸປະກອນ​ດັ່ງກ່າວ​ ແມ່ນ​ກະ​ທັງ​ຢູ່​ໃນ​ເຮືອນ
ຄົວ​ຂອງ​ພວກ​ເຂົາ​ເຈົ້າ.”

ນອກນັ້ນທ່ານຍັງ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ​ການຄົ້ນຄວ້າຕື່ມ​ອີກ ກໍ​ຈະ​ນຳ​ໄປ​ສູ່ ການ​ເພີ້​ມປະສິດ
ທິພາບ ຂອງ​ເຊ​ລ​ເກັບ​ພະລັງແສງ​ອາທິດ​ທີ່​ທາສີ​ໃສ່​ໄດ້ນີ້.

XS
SM
MD
LG