ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

Oxfam ກ່າວວ່າ ອີໂບລາ ສາມາດເປັນ “ໄພຫາຍຍະນະ ດ້ານມະນຸດສະທຳ ຂອງຍຸກນີ້ໄດ້”


Jeff Hulbert ຈາກເມືອງ Annapolis, ລັດ Maryland, ຈັບປ້າຍປະທ້ວງຕໍ່ການຮັບມືຂອງສະຫະລັດກັບເຊື້ອອີໂບລາ
ວັນທີ 17 ຕຸລາ 2014.
Jeff Hulbert ຈາກເມືອງ Annapolis, ລັດ Maryland, ຈັບປ້າຍປະທ້ວງຕໍ່ການຮັບມືຂອງສະຫະລັດກັບເຊື້ອອີໂບລາ ວັນທີ 17 ຕຸລາ 2014.

ອົງການ​ຊ່ອຍ​ເຫຼືອ​ລະຫວ່າງ​ຊາດ Oxfam ກຳລັງ​ຮຽກຮ້ອງ​
ໃຫ້​ບັນດາລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ສະຫະພາບ​ຢູ​ໂຣບ
ດຳ​ເນີນ​ການ​ຫຼາຍ​ຂຶ້ນ​ອີກ ​ເພື່ອ​ຕໍ່ສູ້​ກັບອີ​ໂບລາ ອັນ​ເປັນພະ
ຍາດ​ທີ່​ທາງ​ອົງການ Oxfam ກ່າວ​ວ່າ ສາມາດເປັນ​ “ໄພ​
ຫາຍຍະນະ​ດ້ານ​ມະນຸດສະທຳ ​ໃນ​ຍຸກ​ຂອງ​ພວກ​ເຮົາ​
ຢ່າງ​ແນ່ນອນ.”

ຫົວໜ້າ​ອົງການ​ກຸສົນ​ອັງກິດ Oxfam ທ່ານ Mark Goldringໄດ້​ຮຽກຮ້ອງ​ໃຫ້​ສົ່ງ​ທະຫານ​ ພ້ອມ​ທັງເງິນທຶນ ​ແລະພະນັກງານ​ການ​ແພດເພີ້​ມຂຶ້ນ ໄປ​ຍັງ Sierra Leone, ກີ​ນີ ​ແລະ
​ໄລ​ບີ​ເຣຍ ຊຶ່ງ​ເປັນພວກ​ປະ​ເທດ​ທີ່​ໄດ້​ຖືກ​ກະທົບ​ໜັກ​ທີ່​ສຸດ​ຈາ​ກການລະ​ບາດ​ຂອງ​ອີ​ໂບລາ​. ທ່ານ Goldring ກ່າວ​ຕື່ມ​ວ່າ ພວກ​ປະ​ເທດ​ທີ່​ບໍ່​ມຸ່ງໝັ້ນ​ຕໍ່​ການ​ຕໍ່ສູ້​ກັບ ອີ​ໂບລາ ​ແມ່ນຕົກ
“ຢູ່​ໃນ​ອັນຕະລາຍ​ຂອງ​ການ​ສູນ​ເສຍ​ຊີວິດ.”

ອົງການ​ອະນາ​ໄມ​ໂລກ ຫຼື WHO ກ່າວ​ວ່າ ​ມີ​ຫຼາຍ​ກວ່າ 4500 ຄົນ​ໄດ້​ເສຍ​ຊີວິດ​ໄປ ຍ້ອນອີ​ໂບລາ​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ. ພວກ​ຊ່ຽວ ຊານ​ດ້ານ​ສາ​ທາ​ລະນະ​ສຸ​ກ ທຳນາຍ​ວ່າ ຈະ​ມີ​ປະຊາຊົນ​ຕາຍ​ຕື່ມ​ອີກ​ຫຼາຍ​ພັນ​ຄົນ ກ່ອນ​ທ້າຍ​ປີ​ນີ້.

ວີດີໂອ: ຄວາມຢ້ານກົວອີໂບລາ ຢູ່ໃນສະຫະລັດ ແມ່ນແຜ່ລາມໄປໄວກ່ວາ ອີໂບລາອີກ:

US Fear Of Ebola Spreading Faster Than Virus
please wait

No media source currently available

0:00 0:03:10 0:00

HEAD: Oxfam: Ebola Could be 'Disaster of Our Generation'
The international aid agency Oxfam is appealing to European Union foreign ministers to do more to fight Ebola; a disease Oxfam says could be the "definitive humanitarian disaster of our generation."

The chief of the British charity, Mark Goldring, has called for more troops, funding and medical staff to be sent to Sierra Leone, Guinea and Liberia - the countries hit hardest by the epidemic. Goldring said countries that fail to make a commitment to fight Ebola "are in danger of costing lives."

The World Health Organization says more than 4,500 people have died from Ebola in West Africa. Health experts predict thousands more deaths before the end of the year.

XS
SM
MD
LG