ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍລິສັດ​ຕ່າງ​ຊາດ ​ຫຼາຍກວ່າ 150 ລາຍໄດ້​ລົງທຶນ ​ຢູ່ທີ່​ເຂດ​ເສດຖະກິດ​ຕ່າງໆ ​​ໃນ​ລາວ


ພາບຈຳລອງ ການພັດທະນາ ໃນເຂດເສດຖະກິດພິເສດ ສາມຫລ່ຽມຄຳຢູ່​ເມືອງ​ຕົ້ນ​ເຜິ້ງ ​ແຂວງ​ບໍ່​ແກ້ວ​ຊຶ່ງ​ໃນ​ປັດຈຸບັນ​ນີ້​ ໄດ້​ລົງທຶນ​ໄປ​ແລ້ວຫຼາຍກວ່າ 500 ລ້ານ​ດອນ​ລາ.
ພາບຈຳລອງ ການພັດທະນາ ໃນເຂດເສດຖະກິດພິເສດ ສາມຫລ່ຽມຄຳຢູ່​ເມືອງ​ຕົ້ນ​ເຜິ້ງ ​ແຂວງ​ບໍ່​ແກ້ວ​ຊຶ່ງ​ໃນ​ປັດຈຸບັນ​ນີ້​ ໄດ້​ລົງທຶນ​ໄປ​ແລ້ວຫຼາຍກວ່າ 500 ລ້ານ​ດອນ​ລາ.

ບັນດາ​ບໍລິສັດ​ຕ່າງ​ຊາດຫຼາຍກວ່າ 150 ລາຍ ​ໄດ້​ລົງທຶນ​ໃນ​ເຂດ
​ເສດຖະກິດ​ພິ​ເສດ ​ແລະ​ເຂດ​ເສ​ດຖະກິດສະ​ເພາະ ​ໃນ​ລາວ​ຄິດ
​ເປັນ​ມູນ​ຄ່າ​ລວມ​ຫຼາຍກວ່າ 4 ພັນ 7 ຮ້ອຍ​ລ້ານ​ດອນ​ລາ ​ໂດຍ
​ສ່ວນ​ໃຫຍ່​ເປັນ​ການ​ລົງທຶນ​ຂອງ​ຈີນ.

ກະຊວງ​ແຜນການ ​ແລະ​ການ​ລົງທຶນລາຍ​ງານ​ວ່າ ມີ​ບໍລິສັດ​ຕ່າງ​ຊາດ 158 ລາຍ​ທີ່​ໄດ້​
ລົງທຶນ​ຢູ່​ໃນ​ເຂດ​ເສດຖະກິ​ດພິ​ເສດ ​ແລະ​ເຂດ​ເສດຖະກິດ​ສະ​ເພາະ ທີ່​ມີ​ຢູ່ 10 ​ແຫ່ງ​
ໃນ​ປັດຈຸ​ບັນ ​ແລະ​ມີ​ມູນ​ຄ່າ​ລວມກັນ​ຫຼາຍກວ່າ 4,700 ລ້ານ​ດອນ​ລາ ​ໂດຍ​ເຂດ​ທີ່​ມີ​ມູນ
​ຄ່າ​ລົງທຶນຫຼາຍທີ່​ສຸດ ກໍ​ຄື​ເຂດ​ເສດຖະກິດ​ພິ​ເສດ​ສາມ​ຫລ່ຽມ​ຄຳ ​ຢູ່​ເມືອງ​ຕົ້ນ​ເຜິ້ງ ​ແຂວງ
​ບໍ່​ແກ້ວ​ຊຶ່ງ​ໃນ​ປັດຈຸບັນ​ນີ້​ ໄດ້​ລົງທຶນ​ໄປ​ແລ້ວຫຼາຍກວ່າ 500 ລ້ານ​ດອນ​ລາ​ ຈາກ​ແຜນ
ການ​ລົງທຶນ​ລວມ 2,250 ລ້ານ​ດອນ​ລາ ທີ່​ເປັນ​ການ​ລົງທຶນ​ທັງ 100 ​ເປີ​ເຊັນ​ຂອງ​ບໍລິສັດ​
ເອກະ​ຊົນ​ຈາກ​ປະ​ເທດ​ຈີນ.

ສ່ວນ​ເຂ​ດ​ເສດຖະກິດ​ສະ​ເພາະ ບໍ່ເຕັນ​ແດນ​ງາມ ຊຶ່ງ​ຕັ້ງຢູ່​ແດນ​ລະຫວ່າງ​ລາວ​ກັບ​ຈີນ​
​ໃນ​ເຂດ​ແຂວງ​ຫລວງ​ນ້ຳທານັ້ນ ກໍ​ເປັນ​ອີກ​ເຂດ​ໜຶ່ງ​ ທີ່​ເປັນ​ການ​ລົງທຶນ​ຂອງ​ກຸ່ມບໍລິສັດ
​ຈາກ​ປະ​ເທດ​ຈີນ​ເຊັ່ນ​ດຽວ​ກັນ​ ໂດຍ​ໃນ​ປັດຈຸບັນ ກຸ່ມ​ຜູ້​ລົງທຶນ​ກຳລັງ​ກໍ່ສ້າງ​ສາງ​ສິນຄ້າ
​ແລະ​ສູນ​ກັກ​ກັນ​ພືດ​ອັນ​ເປັນ​ສ່ວນ​ໜຶ່ງ​ ຂອງ​ແຜນການ​ພັດທະນາ​ໃຫ້​ເປັນ​ເຂດ​ການ​ຄ້າ
​ແລະ​ບໍລິການ​ຄົບ​ວົງ​ຈອນ ທີ່​ຈະ​ໃຊ້​ເງິນ​ລົງທຶນ​ລວມ​ເຖິງ 500 ລ້ານ​ດອນ​ລາ.

​ໂດຍ​ກ່ອນ​ໜ້າ​ນີ້ ທາງ​ການ​ລາວ​ໄດ້​ມີ​ຄຳ​ສັ່ງ​ໃຫ້​ປິດ​ບ່ອນ​ກາສິ​ໂນ​ຢູ່​ໃນ​ເຂດ​ເສດຖະກິດ
​ສະ​ເພາະ​ບໍ່​ເຕັນ​ແດນ​ງາມ​ໄປ​ແລ້ວ ຊຶ່ງ​ມີ​ສາ​ເຫດ​ມາ​ຈາກ​ບັນຫາ​ຫຍໍ້ທໍ້ ທີ່​ເກີດ​ຂຶ້ນພາຍ​ໃນ
​ບ່ອນ​ກາສິ​ໂນ​ດັ່ງກ່າວ ທັງ​ຍັງໄດ້​ເປັນສາ​ເຫດ​ເຮັດ​ໃຫ້​ທາງ​ການ​ລາວ​ຕ້ອງ​ທົບ​ທວນ​ແຜນ
ການ​ສ້າງຕັ້ງ​ເຂດ​ເສດຖະກິດ​ພິ​ເສດ ​ແລະ​ເຂດ​ສະ​ເພາະ​ອີກ​ເທື່ອໃໝ່​ ຢ່າງຮອບ​ຄອບ​
ໃນ​ທົ່ວປະ​ເທດ​ອີກ​ດ້ວຍ.

ພາບຈຳລອງຂອງເມືອງໃໝ່ ຢູ່ທີ່​ເຂດ​ເສດຖະກິດ​ສະ​ເພາະ​ບຶງ​ທາດຫລວງ ທີ່​ລົງທຶນ​ໂດຍ​ບໍລິສັດ​ຈາກ​ຈີນ​ອີກ​ເຂດ​ໜຶ່ງ ໃນນະຄອນຫລວງວຽງຈັນ.
ພາບຈຳລອງຂອງເມືອງໃໝ່ ຢູ່ທີ່​ເຂດ​ເສດຖະກິດ​ສະ​ເພາະ​ບຶງ​ທາດຫລວງ ທີ່​ລົງທຶນ​ໂດຍ​ບໍລິສັດ​ຈາກ​ຈີນ​ອີກ​ເຂດ​ໜຶ່ງ ໃນນະຄອນຫລວງວຽງຈັນ.

ທັງ​ນີ້​ໂດຍ​ທ່ານ​ສົມ​ສະຫວາດ ເລັ່ງສະຫວັດ ຮອງ​ນາຍົກລັດຖະ
ມົນຕີ ຜູ້​ຊີ້​ນຳ​ວຽກ​ງານ​ເສດຖະກິດ​ ການ​ຜະລິດ ​ແລະຈະລາຈອນ
ໃນ​ຖານະ​ປະທານ​ ຂອງ​ຄະນະ​ກຳມະການ​ຄຸ້ມ​ຄອງ​ ເຂດເສດ
ຖະກິດ​ພິ​ເສດ ​ແລະ​ເຂດ​ເສດຖະກິດ​ສະ​ເພາະ​ແຫ່ງ​ຊາດ​ໄດ້​ໃຫ້
ການ​ຊີ້​ແຈງ​ງວ່າ ການ​ຄຸ້ມ​ຄອງ​ເຂດ​ເສດຖະກິດ​ທັງ 10 ​ແຫ່ງ​
ໃນ​ປັດຈຸບັນ​ໄດ້​ດຳ​ເນີນ​ໄປ​ພາຍ​ໃຕ້​ສະພາວະ ທີ່​ຍັງ​ບໍ່ມີ​ຄວາມ
​ຊັດ​ເຈນໃນ​ບາງ​ດ້ານ​ຕົວຢ່າງ​ກໍ​ຄື ການ​ທີ່​ອະນຸຍາດ​ໃຫ້​ມີ​ບ່ອນ
​ກາສິ​ໂນ​ຢູ່​ໃນ​ເຂດ​ເສດຖະກິດ​ສະ​ເພາະ​ບໍ່ເຕັນ​ແດນ​ງາມ​ນັ້ນ ​
ໄດ້​ເກີດ​ບັນຫາ​ອາ​ຊະ​ຍາກຳຫຼາຍຂຶ້ນນັບ​ມື້ ຊຶ່ງ​ກໍ​ເຮັດ​ໃຫ້​ທາງ​
ການ​ລາວ​ຕ້ອງ​ສັ່ງປິດ​ບ່ອນ​ກາສິ​ໂນ​ດັ່ງກ່າວ​ນັບເປັນ​ເວລາກ​ວ່າ
2 ປີ​ມາ​ແລ້ວ.

ຍິ່ງ​ໄປ​ກວ່າ​ນັ້ນ ຈາກ​ບັນຫາ​ດັ່ງກ່າວ​ຍັງ​ເຮັດ​ໃຫ້​ທາງ​ການ​ລາວ​ໄດ້​ຕັດສິນ​ໃຈ ທີ່​ຈະ​ບໍ່​ອະນຸຍາດ​ໃຫ້​ມີ​ບ່ອນ​ກາ​ນິ​ໂນ ຢູ່​ໃນ​ເຂດ​ເສດຖະກິດ​ພິ​ເສດ ທີ່​ຈະ​ສ້າງຕັ້ງຂຶ້ນ​ໃໝ່​ໃນ​ລະ​ຍະ​ຕໍ່​ໄປ​ອີກ​ດ້ວຍ ​ໂດຍ​ຈະ​ອະນຸຍາດ​ໃຫ້​ມີ​ບ່ອນ​ກາສິ​ໂນໄດ້​ສະ​ເພາະ​ເຂ​ດ ທີ່​ມີ​ຢູ່​ແລ້ວ​ເທົ່າ​ນັ້ນ ດັ່ງ​ທີ່​ທ່ານ​ສົມ​ສະຫວາດ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ຍ້ອນ​ວ່າ​ກາສິ​ໂນ​ມັນ​ມີ ​ເກີດເລື້ອງ​ກັນ ມີ​ການ​ຂ້າ​ກັນແດ່​ ອີ​ສັງ​ກັນ​ແດ່ ​ແລ້ວ​
ລັດຖະບານ​ເຫັນ​ວ່າ​ ມັນ​ເປັນ​ການ​ກະທົບກະ​ເທືອ​ນ​ ເຖິງ​ການ​ພົວພັນ​ລາວ​ກັບ​ຈີນ
ຈຶ່ງ​ໄປ​ເຈລະຈາ​ກັບ​ຜູ້​ພັດທະນາ​ຫັ້ນ​ ແລະ​ໃນທີ່​ສຸດ​ເຂົາ​ເຈົ້າ ກະ​ເຫັນ​ດີ​ວ່າ​ຍົກ​ເລີກ​
ບໍ່​ໃຫ້​ມີ​ກາສິ​ໂນ ສະນັ້ນລັດຖະບານ​ຈຶ່ງ​ເວົ້າ​ວ່າ​ ຢຸດ​ໄວ້​ກ່ອນ ວ່າ​ຈັ່ງ​ຊັ້ນສະ ​ແຕ່​ວ່າ​
ອັນ​ທີ່​ມີ​ແລ້ວ ກະ​ຈຳ​ເປັນ​ຕ້ອງ​ປະຕິບັດ​ຕາມ​ສັນຍາ ​ເມື່ອ​ໝົດ​ສັນຍາ​ແລ້ວໆ​ເ​ຊົາ
ວ່າ​ແນວ​ນັ້ນ​ແຫລະ ບໍ່​ຂະຫຍາຍ​ໃໝ່.”

​ແຕ່​ຢ່າງ​ໃດ​ກໍ​ຕາມ ທາງ​ການ​ລາວ​ກໍ​ໄດ້​ວາງ​ແຜນການ​ທີ່​ຈະ​ສ້າງຕັ້ງ​ເຂດ​ເສດຖະກິດ ​ໃຫ້ໄດ້​
ບໍ່​ນ້ອຍ​ກວ່າ 20 ​ແຫ່ງພາຍ​ໃນ​ປີ 2015 ​ໂດຍ​ເຂດ​ທຳ​ອິດ​ກໍ​ແມ່ນ​ເຂດ​ເສດຖະກິດ​ພິເສດ
​ສະຫວັນ-​ເຊ​ໂນ ​ໃນ​ແຂວງ​ສະຫວັນ​ນະ​ເຂດ​ ທີ່​ສ້າງຕັ້ງຂຶ້ນ​ໃນ​ປີ 2003 ຕິດຕາມ​ດ້ວຍ​ເຂດ
​ເສດຖະກິດ​ສະ​ເພາະ​ບໍ່​ເຕັນ​ແດນ​ງາມ ຢູ່​ແຂວງ​ຫລວງ​ນ້ຳທາ ທີ່​ສ້າງຕັ້ງຂຶ້ນ​ໃນ​ປີ​ດຽວ​ກັນ
​ແຕ່​ທີ່​ຖື​ວ່າ​ໄດ້​ມີ​ການ​ພັດທະນາ​ຢ່າງ​ໄວວາ​ທີ່​ສຸດ ກໍ​ແມ່ນ​ເຂດ​ເສດຖະກິດ​ພິເສດສາມ ຫລ່ຽມ
​ຄຳ​ທີ່​ເມືອງ​ຕົ້ນ​ເຜິ້ງ​ ໃນ​ແຂວງ​ບໍ່ແກ້ວ​ດັ່ງກ່າວ.

ສ່ວນ​ນະຄອນຫລວງ​ວຽງ​ຈັນ ກໍ​ມີ​ຢູ່​ເຖິງ 5 ​ເຂດ​ຄື​ນິຄົມ​ອຸດສາຫະກຳ ​ແລະ​ການ​ຄ້າ​ວຽງ​ຈັນ
-​ໂນນ​ທອງ ​ເຂ​ດ​ເສດຖະກິດ​ສະ​ເພາະ​ດົງ​ໂພ​ສີ ​ເຂ​ດ​ເສດຖະກິດ​ສະ​ເພາະ​ລ່ອງ​ແຖ່ງ-ວຽງ​ຈັນ ​ເຂດ​ພັດທະນາ​ກວມ​ລວມຢຸ່ທີ່​ເມືອງໄຊ​ເສດ​ຖາ ​ແລະ​ເຂດ​ເສດຖະກິດ​ສະ​ເພາະ​ບຶງ​
ທາດຫລວງ ທີ່​ລົງທຶນ​ໂດຍ​ບໍລິສັດ​ຈາກ​ຈີນ​ອີກ​ເຂດ​ໜຶ່ງ.

ນອກຈາກ​ນີ້ ລັດຖະບານ​ລາວຍັງ​ໄດ້​ວາງ​ເປົ້າໝາຍ​ທີ່​ຈະ​ສ້າງຕັ້ງ​ເຂ​ອ​ເສດຖະກິດ​ພິ​ເສດ ​
ແລະ​ເຂດ​ເສດຖະກິດ​ສະ​ເພາະ ​ໃນ​ເຂດ​ແຂວງ​ຕ່າງໆ​ໃຫ້​ໄດ້​ທັງ​ໝົດ​ເຖິງ 41 ​ແຫ່ງ​ ໃນ​ທົ່ວ​
ປະ​ເທດ​ອີກດ້ວຍ ຫາກ​ແຕ່​ວ່າ​ກໍ​ຍັງ​ບໍ່​ມີ​ການ​ກຳນົດ​ຢ່າງ​ຊັດ​ເຈນ​ວ່າ ຈະ​ດຳ​ເນີນ​ການ​ໃຫ້​
ບັນ​ລຸ​ເປົ້າໝາຍ​ດັ່ງກ່າວ​ໄດ້​ຢ່າງ​ແທ້​ຈິງ​ເມື່ອ​ໃດ​ແທ້.

ແຕ່​ຢ່າງ​ໃດ​ກໍ​ຕາມ​ສຳ​ຫລັບ​ເຂດ​ເສດຖະກິດ ທັງ 10 ​ເຂດ​ທີ່​ໄດ້​ສ້າງຕັ້ງຂຶ້ນ​ແລ້ວນັ້ນ
ລັດຖະບານ​ລາວ​ໄດ້​ອະນຸຍາດ​ໃຫ້​ສຳປະທານ​ທີ່​ດິນ​ໄປ​ແລ້ວ ຄິດ​ເປັນ​ພື້ນ​ທີ່​ລວມກັນ​
ກວ້າງ​ກວ່າ 13,000 ​ເຮັກ​ຕາ.

XS
SM
MD
LG