ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມືປືນ ຂ້າໂຕເອງຕາຍ ຫຼັງຈາກ ຍິງຄົນຈຳນວນຫຼາຍ ເສຍຊີວິດ ທີ່ມະຫາວິທະຍາໄລ ລັດ Oregon


ດອກໄມ້ໄວ້ອາໄລ ຢູ່ນອກມະຫາວິທະຍາໄລ ຊຸມຊົນ Umpqua ໃນເມືອງ Roseburg, ລັດ Oregon, 2 ຕຸລາ, 2015.
ດອກໄມ້ໄວ້ອາໄລ ຢູ່ນອກມະຫາວິທະຍາໄລ ຊຸມຊົນ Umpqua ໃນເມືອງ Roseburg, ລັດ Oregon, 2 ຕຸລາ, 2015.

ເຈົ້າ​ໜ້າ​ທີ່​ລັດ Oregon ​ໄດ້​ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ມີືປືນ​ທີ່​ສັງຫານນັກຮຽນ 9 ຄົນ ​ແລະ ນາຍຄູ​ຄົນ​ໜຶ່ງ​ທີ່ວິທະຍາ​ໄລຊຸ​ມຊົນ ​ໄດ້​ຂ້າ​ໂຕ​ຕາຍ​ຫຼັງ​ຈາກ​ການ​ຍິງ​ປະທ​ະກັນໃນ​ເວລາ​ສັ້ນ​ໆກັບ​ຕຳຫຼວດ.

ຜູ້ກວດກາ​ທາງ​ການ​ແພດ​ໄດ້ສະ​ໃຫ້​ບົດ​ສະຫຼຸບດັ່ງກ່າວ​ຫຼັງຈາກ​ໄດ້​ກວດ​ສອບ​ສົບ​ຂອງ​ທ້າວ Christopher Harper Mercer ​ອາຍຸ 26 ປີ, ທີ່​ໄດ້​ເສຍ​ຊີວິດ​ພາຍ​ຫຼັງກາ​ນຍິງ​ຄົນ​ຈຳນວນ​ຫຼາຍ ທີ່​ວິທະ ຍາ​ໄລຊຸມ​ຊົນ Umpqua ​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ.

​ໃນ​ວັນ​ເສົາ​ວານ​ນີ້, ຕຳຫຼວດ​ເມືອງ Douglas ທ່ານ John Hanlin ຍັງ​ໄດ້ກ່າວຕື່ມ​ວ່າ ຕຳຫຼວດ​ໄດ້​ຄົ້ນ​ພົບ​ປືນ​ອີກ​ກະ​ບອກ​ໜຶ່ງ​ຂອງ​ມື​ປືນຄົນ​ນັ້ນ​, ເຮັດ​ໃຫ້​ຈຳ ນວນຂອງ​ອາວຸດ​ທີ່​ຖືກ​ຍຶດ​ໄດ້​ກາຍເປັນທັງ​ໝົດ 14 ກະບອກ.

ທ່ານ Hanlin ກ່າວ​ວ່າ ​ການ​ສືບສວນ​ສອບ​ສວນ​ທີ່​ໃຫຍ່ ​ແລະ ສັບ​ຊ້ອນ​ກຳລັງ​ດຳ​ເນີ​ນຢູ່, ​ແລະ ຕຳຫຼວດ​ກໍ​ຍັງ​ສຳພາດ​ຜູ້​ເຫັນ​ເຫດການ​ຫຼາຍ​ຮ້ອຍ​ຄົນ ​ແລະ ​ເພື່ອນ​ບ້ານ, ​ແລະ ທຳ​ການ​ທົດ​ລອງ​ທາງ​ວິ​ທະຍາ​ສາດ​ ຊິ້ນ​ສ່ວນ​ຂອງ​ຫຼັກ​ຖານ, ​ເພື່ອ​ສັນນິຖານ​ວ່າ ​ແມ່ນ​ຫຍັງ​ເປັນ​ສາ​ເຫດ​ທີ່​ເຮັດ​ໃຫ້​ມີ​ການ​ກໍ​ເຫດ​ຮຸນ​ແຮງ​ໃນ​ຄັ້ງ​ນີ້.

ມື​ປືນ​ຕິດ​ອາວຸດ​ຈຳນວນ​ຫຼາຍຄົນ​ດັ່ງກ່າວ​ໄດ້​ປະ​ໜັງສື​ຄວາມ​ຄຽດ​ຊັງໄວ້​ໃນ​ທີ່​ເກີດ​ເຫດ, ເຊິ່ງ ອີງ​ຕາມ​ການ​ລາຍ​ງານ​ຂ່າວໄດ້​ກ່າວ​ວ່າ ລາວ “ຮູ້ສຶກ​ວ່າໂລກ​ນີ້​ເຕັ​ມ​ໄປ​ດ້ວຍ​ການ​ຕໍ່​ຕ້ານລາວ.”

ປະທາ​ນາ​ທິບໍດີ ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້​ກ່າວ​ກ່ຽວ​ກັບ​ການ​ຍິງ​ກັນ​ຕາຍ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ, ​ເມື່ອ​ທ່ານ​ໄດ້​ຮຽກຮ້ອງໃຫ້​ປະຊາຊົນ​ ອາ​ເມ​ຣິກາ ຜັກ​ດັນໃຫ້​ມີ​ການ​ຈຳກັດ​ການ​ໃຊ້​ປືນ​ທີ່ເຄັ່ງ​ຄັດ​ຂຶ້ນ​ຕື່ມ​ໂດຍ​ການລົງ​ຄະແນນສຽງ​ເລືອກ​ເອົາບັນດາ​ເຈົ້າ​ໜ້າ​ທີ່ຜູ້ທີ່ ໝາຍ​ໝັ້ນ​ຕໍ່​ການ​ຜ່ານ​ກົດໝາຍ​ຄວບ​ຄຸມ​ປືນ​ໃນລັດຖະ​ສະພາ.

XS
SM
MD
LG