ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກ Hackers ລັກ​ຂໍ້ມູນ ພະນັກງານ ລັດຖະບານ ສຫລ​ ຫຼາຍກວ່າ 5 ລ້ານ 6 ​ແສນຄົນ


China US Xi
please wait
Embed

No media source currently available

0:00 0:00:52 0:00

ພວກ Hackers ທີ່ໄດ້ລັກ​ຂະ​ໂມ​ຍເອົາຂໍ້ມູນທາງ​ອິນ​ເຕີ​ແນັດ
ຂອງບັນດາພະນັກງານ​ລັດຖະບານ ສະຫະລັດຫຼາຍລ້ານຄົນ
ນັ້ນສາມາດລັກເອົາພາບແປະໂປ້ແລະລາຍ​ມື​ໄປ ​ຫຼາຍ​ກວ່າ​ທີ່
ໄດ້ຄາດຄິດ​ໄວ້​ໃນຕອນ​ທຳ​ອິດ​ ອິງ​ຕາມ​ສຳ​ນັກ​ງານ​ລັດຖະບານ
ທີ່​ໄດ້​ຖືກ​ໂຈມທາງອິນ​ເຕີ​ແນັດ.

​ໃນ​ລາຍ​ງານ​ຂອງ​ວັນ​ພຸດ​ວານ​ນີ້ ຫ້ອງການຄຸ້ມຄອງພະນັກງານ
ຂອງລັດຖະບານກາງສະຫະລັດ​ໄດ້​ກ່າວ​ວ່າ ການ​ສືບສວນ​ສອບ​
ສວນ​ເພີ້​ມຕື່ມ​ ​ໄດ້​ເປີດ​ເຜີຍໃຫ້ເຫັນວ່າ ມີປະຫວັດແປະໂປ້
ແລະລາຍ​ມື 5 ລ້ານ 6 ​ແສນຄົນ ທີ່​ໄດ້​ເກັບ​ກຳ​ໄວ້​ນັ້ນ ​ໄດ້​ຖືກ​ລັກຂະ​ໂມ​ຍ​ໄປຈາກ​ການ​ໂຈມ​ຕີ ຄືຫຼາຍ​ກວ່າ 5 ເທົ່າ ​ທີ່ໄດ້ຄາດຄິດ​ໄວ້ໃນ​ຕອນ​ຕົ້ນໆນັ້ນ. ​

ການ​ໂຈມ​ຕີ ທີ່​ໄດ້ຄົ້ນ​ພົບ​ເປັນ​ຄັ້ງ​ທຳ​ອິດ​ ​ໃນ​ຕົ້ນ​ປີ​ນີ້ ​ໄດ້ມີຜົນ​ກະທົບຕໍ່​ພະນັກງານ​ ທັງ​ໃນ​ປະຈຸ​ບັນ ​ແລະ​ອະດີດ ເກືອບ 22 ລ້ານ​ຄົນ ພ້ອມທັງ​ໃບ​ສະໝັກວຽກ​ງານ ​ແລະ​ຄອບ​ຄົວ​ຂອງ​ພວກ​ເຂົາ​ເຈົ້າ.

ຄະນະສືບສວນ​ສອບ​ສວນສະຫະລັດ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ເປັນ​ການ​ສ່ວນ​ຕົວ​ວ່າ ພວກ​ເຂົາ​ເຈົ້າ​ເຊື່ອ​ວ່າ ລັ​ດຖະບານ​ຈີນ ​ແມ່ນ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ລັກຂະໂມຍຂໍ້ມູນດັ່ງກ່າວ ​ແຕ່​ວ່າ​ທາງ​ເຈົ້າ​ໜ້າ​ທີ່​ຍັງ​ບໍ່​ທັນ​ໄດ້​ກ່າວ​ຫາ​ຢ່າງ​ເປັນ​ການເປີດເຜີຍ​ເທື່ອ.

ເປັນທີ່ຄາ​ດກັນວ່າ ປະທານາທິບໍດີ​ສະຫະລັ​ດ ທ່ານ​ບາຣັກ ​ໂອ​ບາ​ມາ ຈະ​ນຳ​ເອົາ​ບັນຫາ​ເລື້ອງ​ການ​ໂຈມ​ຕີທາງ​ອິນ​ເຕີ​ແນັດ ​ຂຶ້ນມາໂອ້ລົມກັນ ເວລາ​ທ່ານ​ພົບ​ປະ​ກັບ​ປະທານ​ປະ​ເທດຈີນ ທ່ານ Xi Jinping ທີ່​ທຳນຽບຂາວ ​ໃນ​ການ​ມາ​ຢ້ຽມຢາມ​ສະຫະລັດ ​ໃນ​ສັບປະດາ​ນີ້.

ລັດຖະບານ​ທ່ານ​ໂອ​ບາ​ມາ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອິນ​ເຕີ​ແນັດ ​ໂດຍ​ສະ​ເພະການ​ລັກຂະ​ໂມ​ຍຄວາມ​ລັບ​ທາງດ້ານການຄ້າ ແມ່ນໄດ້ກາຍມາເປັນບັນຫາສຳຄັນທີ່ສ້າງຄວາມຂຸ່ນ
ເຄື່ອງບໍ່ພໍໃຈ ໃນສາຍ​ພົວພັນ​ລະຫວ່າງສະຫະລັດ​ແລະ​ຈີນ.

​ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ​ເຈົ້າ​ໜ້າ​ທີ່​ທຳນຽບຂາວ ​ກໍ​ຍັງມີຄວາມລັງເລໃຈທີ່ຈະ​ນຳ​ເອົາ​ເລື້ອງການ​ໂຈມ​ຕີຕໍ່ຫ້ອງການຄຸ້ມຄອງພະນັກງານຂອງລັດຖະບານກາງ ຂຶ້ນມາໂອ້ລົມ ຊຶ່ງ​ເຫັນ​ວ່າ​ເປັນ​ການ​ກໍ​ລະ​ນີຈາລະກຳແບບດັ້ງເດີມຂອງລັດຖະບານນັ້ນ.

XS
SM
MD
LG