ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫລັງຈາກ ມີການເຫັນດີ ກ່ຽວກັບ ເລື້ອງດິນຟ້າອາກາດແລ້ວ ຈະມີຫຍັງເກີດຂື້ນ


Once a Climate Agreement is Reached, What Next?
please wait

No media source currently available

0:00 0:02:35 0:00

ເຊີນຊົມ ວີດີໂອ

ຄວາມ​ຄາດໝາຍ​ທີ່​ສຳຄັນ ຈາກ​ກອງ​ປະຊຸມສອງ​ອາທິດ ກ່ຽວ
​ກັບ​ການ​ປ່ຽນ​ແປງດິນ​ຟ້າ​ອາກາດ​ ຂອງສະຫະປ​ຊາຊາດ ທີ່​ໃກ້​
ຈະ​ເລີ້ມ​ຂື້ນ​ຢູ່ນະຄອນຫລວງ​ປາຣີ ກໍແມ່ນວ່າ ຜົນອອກ​ມາ​ນັ້ນ
ຄວນຈະຕ້ອງ​ໃຫ້​ເປັນ​ແຜນການ​ອັນໜັກ​ແໜ້ນ ​ທີ່​ມີ​ເປົ້າ​ໝາຍ
​ສາມາດ​ບັນລຸ​ໄດ້​ໂດຍທຸກໆ​ປະ​ເທດ​ທີ່​ເຂົ້າ​ຮ່ວມ ຊຶ່ງ​ມີ​ຄວາມ
ໝາຍວ່າ ພາຍ​ໃນປີ 2025 ​ການ​ປ່ອຍ​ທາດ carbon ຈະ​ຢູ່​ອັນ
​ດັບ​ຕໍ່​າ​ກວ່າ​ທີ່​ມີ​ຢູ່ໃນ​ທຸກ​ວັນ​ນີ້. ແຕ່​ວ່າ​ເວລາ​ໃດ​ ​ການ​ຕົກລົງ​
ໄດ້​ບັນ​ລຸ​ກັນ​ແລ້ວ ການຈັດຕັ້ງປະຕິບັດ​ໂຕ​ຈິງ​ຈະ​ເປັນ​ແບບ ​ໃດ​
ນັ້ນ?ນັກ​ຂ່າວວີ​ໂອ​ເອ Jane Bojadzievski ມີລາຍ​ງານກ່ຽວ​
ກັບ ​ເລື້ອງນີ້ ຊຶ່ງ ກິ່ງ​ສະຫວັນ ຈະ​ນຳມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​
ຕໍ່​ໄປ.

ໃບຜັດເກັລພະລັງງານຈາກລົມ
ໃບຜັດເກັລພະລັງງານຈາກລົມ

ມີ​ຄວາມ​ຫວັງກັນ​ຢູ່ ​ໃນ​ການ​ຮັບ​ມື​ກັບ​ຜົນ​ກະ​ທົບທີ່​ພາ​ໃຫ້ໂລກ​
ມະ​ນຸດຂອງ ​ເຮົາຮ້ອນ​ເອົ້າຂຶ້ນຢ່າງ​ວ່ອງ​ໄວ ​ອີງ​ຕາມ ສະ​ມາ​ຊິກ
​ສ​ະ​ພາຕ່ຳ ສະ​ຫະ​ລັດ ທ່ານ Don Byer ຊຶ່ງ​ເປັນ​ສະມາຊິກຢູ່​ໃນ
ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດຮ່ວມ ແລະ​ຄະ​ນະ​ກຳ​ມະ​ການ
ຊັບ​ພະ​ຍາກອນທຳ​ມະ​ຊາດ​ຂອງ​ສ​ະ​ພາຕ່ຳ.

​ທ່ານ Don Beyer ກ່າວ​ວ່າ “ສະ​ຫະ​ລັດໄດ້​ເຮັດ​ຫລາຍກວ່າ​ປະ​ເທດ​ອຶ່ນໆໃນ ໄລຍະ 7 ​
ປີ​ທີ່​ຜ່ານ​ມາ​ ເພື່ອ​ຫລຸດ​ຜ່ອນ​ການ​ປ່ອຍ​ທາດ carbon. ຫ​ລາຍໆ​ປະ​ເທດ​ຢູ່​ໃນ​ໂລກ ກຳ​
ລັງພ​າ​ກັນ​ເຮັດ​ວຽກ​ໜັກ. ​ຂ້າ​ພະ​ເຈົ້າມີ​ຄວາມ​ຫວັງ​ໄປໃນ​ແງ່ດີກ່ຽວ​ກັບ​ການເຈລະຈາ​ຢູ່
ນະຄອນປາ​ຣີ​ທີ່ຈະ​ມີ​ຂື້ນ​ໃນ​ບໍ່​ເທົ່​າ​ໃດອາ​ທິດ​ນີ້. ​ແມ່ນ​ແຕ່ຜູ້​ປ່ອຍມົນ​ລະ​ພິດລາຍ​ໃຫຍ່
ຄື​
ດັ່ງ​ຈີນ ແລະ​ອິນ​ເດຍ ຕ່າງກໍພາກັນເຕັມ​ໃຈທີ່​ຈະ​ສະ​ເໜີ​ແຜນ​ການ​ຕ່າງໆ.”

ເຖິງ​ຢ່າງ​ໃດ​ກໍ​ດີ ​ໜຶ່ງ​ໃນບັນ​ຫາຍາກທີ່​ສຸດ ແມ່ນ​ເລື້ອງການ​ເງິນ​ຂອງບັນ​ດາ​ປະ​ເທດ​ທີ່​ກຳ
​ລັງ​ພັດ​ທະ​ນາ ເພື່ອ​ຊ່ວຍ​ເຂົາ​ເຈົ້າຊອກ​ຫາ​ແຫລ່ງ​ພະ​ລັງງານທີ່​ຍືນ​ຍົງ. ​ສາດ​ສະ​ດາ​ຈານ
ທີ່ມະ​ຫາ​ວິ​ທະ​ຍາ​ໄລ George Mason ທ່ານ​ນາງ Mona Sarfaty ໄດ້​ສະ​ເໜີການ​ແກ້
​ໄຂ​ທີ່​ເປັນ​ໄປ​ໄດ້ດັ່ງນີ້:

​ສາດ​ສະ​ດາ​ຈານ Sarfaty ກ່າວ​ວ່າ “ການ​ເພີ້ມ​ແຜ່ນ​ເກັບພະ​ລັງແສງ​ຕາ​ເວັນ ​ແມ່ນ​ມີ
ຂຶ້ນຢ່າງຫລວງ​ຫລາຍໃນ​ທົດ​ສະ​ວັດ​ທີ່​ຜ່ານ​ມາ ແລະ​ເກີດ​ຂື້​ນ​ໄວ​ກວ່າ​ທີ່ຜູ້​ໃດ​ຜູ້​ໜຶ່ງຄາດ
​ຄິດ​ໄດ້​ວ່າ ​ມັນ​ເປັນ​ໄປ​ໄດ້. ​ບັດ​ນີ້ ມັນ​ມີ​ລາ​ຄາຖືກທີ່​ຈະ​ຜະ​ລິດ ພະ​ລັງ​ງານແສງ​ຕາ​ເວັນ
ກວ່າ​ພະ​ລັງ​ງານ​ອຶ່ນໆ​ຢູ່​ໃນ​ບາງ​ບ່ອນ. ​ເພາະ​ສະ​ນັ້ນສິ່ງທີ່​ພວກ​ເຮົາ​ຕ້ອງ​ການ​ເຮັດ​ກໍ​ຄື
ແຜ່ຂະ​ຫຍາຍພະລັງງານ​ແສງ​ຕາ​ເວັນທີ່​ບໍ່​ແພງ ເພື່ອ​ໃຫ້​ຫລາຍໆ​ຂົງເຂດທີ່ຕ້ອງ​ການ

ນັ້ນ​ ສາມາດ​ເອົາ​ໄປຊົມ​ໃຊ້ບໍ່​ວ່າ​ຈະ​ເປັນ​ພະ ​ລັງ​ງານ​ແສງ​ຕາ​ເວັນ ຫລື​ລົມ ຊຶ່ງ​ເປັນ​ພະ
ລັງງານສາມາດ​ຊົມ​ໃຊ້ຄືນ​ໃໝ່​ໄດ້ ທີ່​ມີ ຢູ່​ໃນ​ປັດ​ຈຸ​ບັນ​ນີ້."

​ໃນ​ຂະ​ນະ​ດຽວ​ກັນ ການ​ຊ່ວຍ​ເຫລືອ​ດ້ານ​ການເງິນແກ່​ບັນ​ດາ​ປະ​ເທດ​ທຸກ​ຈົນເພື່ອ ​ໃຫ້​ເຂົາ
ເຈົ້າ​ຕັດ​ການ​ປ່ອຍ​ແກັ​ສ​ເຮືອນ​ແກ້ວ ແລະຮັບ​ມື​ກັບ​ບັນ​ຫາ​ຄວາມ​ຮ້ອນ​ເອົ້າຂອງ​ໂລກ ຊຶ່ງ
​ຍັງ​ສືບ​ຕໍ່​ເປັນ​ອຸບປະສັກ​ທີ່​ໃຫຍ່ທີ່​ສຸດທີ່​ຍັງ​ຄ້າງ​ຄາ​ຢູ່ ເຖິງ​ແມ່ນ​ວ່າ​ຊ່ອງ​ຫວ່າງ​ກຳ​ລັງຫລຸດ
​ນ້ອ​ຍ​ລົງ​ແລ້ວ​ກໍ​ຕາມ.

​ທ່ານ​ນາງ Aliya Hag ຈາກສະ​ພາ​ປ້ອງ​ກັນ​ຊັ​ບ​ພະ​ຍາ​ກອນ​ທຳ​ມະ​ຊາດ ຮັບ​ຮູ້​ວ່າ ຍັງ​ບໍ່​ມີ
ການ​ປົວ​ແ​ປງ​ທີ່​ວ່ອງໄວໃດໆ​ເທື່ອ.

ທ່ານ Ariya Hag ກ່າວ​ວ່າ “ບັນ​ດາປະ​ເທດ​ທີ່​ກຳ​ລັງພັດ​ທະ​ນາ ເປັນປະ​ເທດ​ທີ່ ຫລໍ່​
ແຫຼມທີ່​ສຸດ​ຕໍ່​ຜົນ​ກະ​ທົບ​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້​າ​ອາ​ກາດແລະ​ເຂົາ​ເຈົ້າ​ຕ້ອງ
​ການ​ໆຊ່ວຍເຫລືອຈາກ ບັນ​ດາ​ປະ​ເທດທີ່​ຈະ​ເລີນທາງ​ດ້ານ​ອຸດ​ສາ​ຫະ​ກຳ ຊຶ່ງ​ເປັນ​ຜູ້​
ຮັບ​
ຜິດ​ຊອບ​ກ່ຽວກັບ​ ສ່ວນ​ໃຫຍ່​ຂອງ​ມົນ​ລະ​ພິດ ທີ່​ເຮັດ​ໃຫ້​ເກີດ​ຄວາມ​ອົບເອົ້າ ໃນ​
ປັດ​
ຈຸ​ບັນ​ ນັ້ນບໍ່​ໄດ້​ກ່າວເຖິງວ່າ ບັນ​ດາ​ປະ​ເທດກຳ​ລັງ​ພັດ​ທະ​ນາ​ບໍ່​ຕ້ອງ​ການ​ທີ່​ຈະ
ເລີ້ມ​
ຫລຸດ​ຜ່ອນການ​ປ່ອຍ​ແກັສດັ່ງກ່າວ​ຂອງ​ເຂົາ​ເຈົ້າ​ໂດຍ​ທັນ​ທີ ແຕ່​ພວກ​ເຮົາ​ຕ້ອງ​ການ​ຊອກ​ຫາທາງ ລະ​ດົມເງິນ​ທຶນໃຫ້ພຽງ​ພໍ ເພື່ອ​ໃຫ້ເປັນ​ທີ່​ແນ່​ໃຈ​ວ່າເຂົາ​ເຈົ້າ​ສາ​
ມາດ​ສ້າງແລະ​ກະ​ກຽມ​ຮັບ​ມື​
ກັບ​ຜົນ​ກະ​ທົບ​ຈາກການ​ປ່ຽນ​ແປງ​ຂອງ ​ດິນ​ຟ້າ​ອາ​ກາດ
ທີ່​ໄດ້​ເກີດ​ຂຶ້ນ​ແລ້ວ​ນັ້ນ.

​ແຕ່​ແນວ​ໃດ​ກໍ​ຕາມ ​ໂອກາດ​ໃນ​ທີ່​ຈະ​ບັນລຸ​ຂໍ້​ຕົກລົງ​ຮອບດ້ານຢູ່​ທີ່​ປະ​ເທດ​ຝຣັ່ງນັ້ນ ​ແມ່ນ
​ຍັງ​ບໍ່​ມີ​ຄວາມ​ແນ່ນອນ​ເທື່ອ.

XS
SM
MD
LG