ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ແມ່ຕູ້ Jeralean Talley ຜູ້​ທີ່​ມີ​ອາຍຸ ​ຍືນທີ່​ສຸດ ໃນ​ໂລກ ກະກຽມ ສະຫຼອງ ວັນຄ້າຍວັນເກີດ 116 ປີ


Oldest Person American
please wait

No media source currently available

0:00 0:00:48 0:00

ເບິ່ງວີດີໂອ ລາຍງານນີ້

ແມ່ຕູ້ Jeralean Talley ​ແມ່ນ​ກຳລັງກະ​ກຽມ ທີ່ຈະທຳການ
ສະ​ເຫຼີມສະຫຼອງ ​ສອງ​ຕໍ່ຊ້ອນ.

​ແມ່ຕູ້ Talley ​ເມື່ອ​ບໍ່​ນານ​ມາ​ນີ້ ​ໄດ້​ກາຍ​ມາ​ເປັນ ຜູ້​ທີ່​ມີ​ອາຍຸ​ຍືນ
​ທີ່​ສຸດໃນ​ໂລກ ທີ່​ຍັງ​ມີ​ຊີວິດ​ຢູ່ ​ ​ແລະ ​ໃນ​ວັນ​ທີ 23 ພຶດສະພາ ປີ​ນີ້
ຜູ້ກ່ຽວ ​ຈະ​ສະ​ເຫຼີມສະຫຼອງ ວັນ​ຄ້າຍ​ວັນ​ເກີດ ຄົບຮອບ 116 ປີ.

ຜູ້ກ່ຽວໄດ້​ກາຍ​ມາ​ເປັນ ຜູ້​ທີ່​ມີ​ອາຍຸ​ຍືນ​ທີ່​ສຸດ​ຂອງ​ໂລກ ທີ່​ຍັງ​ມີ​ຊີວິດ​ຢູ່ ຫຼັງຈາກ​ທີ່ ​ແມ່ຕູ້
Gertrude Weaver ​ໄດ້​ເສຍຊີວິດ​ໄປ ລວມອາຍຸ​ໄດ້ 116 ປີ ​ໃນຕົ້ນ​ເດືອນເມສາ​ປີ​ນີ້. ​
ແມ່ຕູ້ Talley ອາ​ໄສ​ຢູ່​ໃນ​ເຂດຊານ​ເມືອງ ຂອງນະຄອນ Detroit ທີ່​ ​ຫ້ອມ​ລ້ອມ ​ໂດຍ
ຍາດຕິ​ພີ່​ນ້ອງ 5 ຊົ່ວ​ຄົນ ລວມທັງ ​ເຫລນ​ຊາຍ ອາຍຸ 2 ປີ ຊື່ວ່າ ທ້າວ Armmell Holloway.

ແມ່ຕູ້ Talley ​ເວົ້າວ່າ “ທຸກ​ສິ່ງ​ທຸກ​ຢ່າງ ມາ​ຈາກ​ເບື້ອງ​ບົນ. ທຸກ​ສິ່ງ​ທຸກ​ຢ່າງ ແມ່ນມາ​
ຈາກ​ເບື້ອງບົນ​ເທົ່າ​ນັ້ນ.”

ແມ່ຕູ້ Talley ​ເກີດຢູ່​ລັດ Georgia ​ເມື່ອວັນ​ທີ 23 1899. ລາວໄດ້ຍົກຍ້າຍ​ໄປ ລັດ Michigan ກັບ​ສາມີ​ຂອງ​ລາວ ທ່ານ Alfred Talley ​ໃນ​ປີ 1953 ຍ້ອນ​ວຽກ​ງານ​ຂອງ​ສາມີ ຢູ່​ທີ່​ໂຮງງານ​ບໍລິສັດ​ Ford. ສາມີ​ຂອງ​ລາວ ​ເສຍ​ຊີວິດ ​ໃນ​ປີ 1988.

ຫຼາຍໆປີຜ່ານມາ​ ແມ່ຕູ້ Talley ​ໄດ້​ດຳລົງ​ຊີວິດ ຢ່າງ​ຫ້າວຫັນ ລູກ​ສາວຂອງ​ລາວ ​ໄວ 77 ປີ
ຊື່ວ່າ Thelma Holloway ກ່າວ​ວ່າ “​ແມ່ນ​ແລ້ວ ລາວ ​ຫລິ້ນ bowling ​ເລື້​ອຍໆມາຈົນ
ອາຍຸ​ໄດ້ 104 ປີ ​ແລະ ລາວ​ຈຶ່ງ ​ເຊົາ​ຫລິ້ນ.”

Jeralean Talley is gearing up for a double celebration.

She recently became the world's oldest-known living person and on May 23 she will celebrate her 116th birthday.

She became the world's oldest-known living person after Gertrude Weaver died at the age of 116 in early April.
She lives in a suburb of Detroit, surrounded by her five generation family, including 2-year old great-great-grandson Armmell Holloway.

(JERALEAN TALLEY, WORLD'S OLDEST-KNOWN LIVING PERSON)

"Everything comes from above. Everything just comes from above.''

Talley was born in Georgia on May 23, 1899.She moved to Michigan with her husband, Alfred Talley, in 1935 for his job at a Ford plant. He died in 1988.

Throughout the years, Talley has maintained an active lifestyle, her 77-year-old daughter Thelma Holloway says.

(THELMA HOLLOWAY, TALLEY'S DAUGHTER)

"Yeah, she bowled up until she was 104, and she quit bowling.''

XS
SM
MD
LG