ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ຈະປົກປ້ອງ ການເງິນຂອງ ຊາວອາເມຣິກັນ ທີ່ເຮັດວຽກເຮັດການ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ຈະໃຫ້
ການປົກປ້ອງການເງິນຂອງຊາວອາເມຣິກັນທີ່ເຮັດວຽກເຮັດການ.

ໃນຄຳປາໄສປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ ປະທານາ
ທິບໍດີໂອບາມາໄດ້ກ່າວຢ້ຳເຖິງຄວາມກ້າວໜ້າທີ່ໄດ້ຮັບມາໃນການ
ປົກປ້ອງຜູ້ບໍລິໂພກຊາວອາເມຣິກັນນັບແຕ່ທ່ານໄດ້ລົງນາມໃນກົດ ໝາຍປະຕິຮູບຕະຫຼາດຮຸ້ນ ເມື່ອຫ້າປີກ່ອນ ຮວມທັງການເອົາບາດ
ກ້າວໃໝ່ທີ່ສຳຄັນໂດຍຫ້ອງການປົກປ້ອງດ້ານການເງິນຂອງຜູ້ບໍລິ
ໂພກ ຫລື CFPB ທີ່ເປັນອິດສະຫຼະ ໃນຕົ້ນອາທິດນີ້ ເພື່ອປ້ອງກັນ ບໍ່ໃຫ້ມີການປະຕິບັດແບບບໍ່ຖືກຕ້ອງໃນການກູ້ຢືມໄລຍະສັ້ນດອກ
ເບ້ຍສູງນັ້ນ.

ປະທານາທິບໍດີໄດ້ກ່າວຢ້ຳເຖິງຄວາມໝັ້ນໝາຍຂອງທ່ານທີ່ຈະຕໍ່ສູ້ ເພື່ອສ້າງຄວາມກ້າວ ໜ້າໃຫ້ແກ່ເສດຖະກິດຂອງຊົນຊັ້ນກາງແລະຄ້ຳປະກັນວ່າ ທຸກໆຄົນທີ່ເຮັດວຽກເຮັດການ ດ້ວຍຄວາມຂະຫຍັນໝັ້ນພຽງ ຈະປະສົບ ກັບຄວາມກ້າວໜ້າໄດ້ ໃນຂະນະທີ່ ຄັດຄ້ານຕໍ່ ການພະຍາຍາມໂດຍພັກຣີພັບບລີກັນທີ່ຈະສ້າງຄວາມອ່ອນແອໃຫ້ແກ່ຫ້ອງການປົກປ້ອງ ດ້ານການເງິນຜູ້ບໍລິໂພກ ແລະຫຼຸດພາສີຂະໜາດໃຫຍ່ໃຫ້ແກ່ຊາວອາເມຣິກັນທີ່ຮັ່ງມີດ້ວຍ ການສ້າງຄວາມເສຍຫາຍໃຫ້ແກ່ພວກຊົນຊັ້ນກາງນັ້ນ.

ເສຍໃຈ ທີ່ບໍ່ສາມາດເບິ່ງໄດ້ເທື່ອ ເວລານີ້
XS
SM
MD
LG