ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ປ. ໂອບາມາ ເວົ້າວ່າ ຖ້ອຍຄຳ ສຳນວນໂວຫານ ກ່ຽວກັບ ອົບພະຍົບ ຊີເຣຍຄວນຢຸດເຊົາ


ຊາວອົບພະຍົຍ ກຳລັງພາກັນຢ່າງມູ້ງໜ້າສູ່ Austria ທີ່ເມືອງ Sentilj, ປະເທດ Slovenia.
ຊາວອົບພະຍົຍ ກຳລັງພາກັນຢ່າງມູ້ງໜ້າສູ່ Austria ທີ່ເມືອງ Sentilj, ປະເທດ Slovenia.

ປະທານ​າທິບໍດີ Barack Obama ​ໄດ້​ຕິຕຽນ ບັນດາ​ນັກ​ການ
​ເມື​ອງອາ​ເມຣິກັນ ໃນ​ການ​ຄັດຄ້ານການ​ຕັ້ງ​ຖິ່ນ​ຖານອົບ​ພະ​ຍົບ
ຊີເຣຍ ​ໂດຍ​ກ່າວ​ວ່າ ຖ້ອຍຄຳການ​ປາກ​ເວົ້າຂອງ​ເຂົາ​ເຈົ້າ​ນັ້ນ
ກົງກັນຂ້າມ​ກັບ​ຄ່ານິຍົມ​ຂອງ ອາ​ເມຣິກັນ ​ແລະ​ອາດ​ກາຍ​ເປັນ
ເຄຶ່ອງມືຂອງການ​ຂົນ​ຂວາ​ຍເອົາຄົນເຂົ້າໃນ​ກຸ່ມ​ຫົວຮຸນ​ແຮງ
​ລັດ​ອິສລາມກໍເປັນໄດ້.

ນັບ​ແຕ່​ພວກ​ກໍ່​ການ​ຮ້າຍໂຈມຕີ ນະຄອນຫລວງປາຣີເປັນຕົ້ນ
ມາ ບັນດາ​ນັກ​ການ​ເມືອງ​ພັກ ຣີພັບ​ບລິ​ກັນ ​ໄດ້​ຮຽກຮ້ອງ​ໃຫ້​
ຢຸດເຊົາຕັ້ງ​ຖິ່ນ​ຖານ ​ອົບ​ພະຍົບຊີ​ເຣຍທັງ​ໝົດ ຫລື​ອະນຸຍາດ
​ໃຫ້​ພຽງ​ແຕ່ ອົບ​ພະຍົບຊີ​ເຣຍທີ່​ເປັນ​ຊາວ​ຄຣິສຕຽນ ​ເຂົ້າ​ມາ
ສະຫະລັດ ​ໂດຍ​ໂຕ້ແຍ້ງວ່າ ບາດກ້າ​ວເຫຼົ່າ​ນັ້ນ​ຈະ​ກີດ​ກັນ ບໍ່ໃຫ້ພວກ​ກໍ່​ການ​ຮ້າຍ​ຊີ​ເຣຍ
​ນຳ​ເອົາ​ການ​ໂຈມ​ຕີ​ທີ່​ຄ້າຍ​ຄື​ກັນ​ມາສູ່ ສະຫະລັດ.

ໃນການກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ທີ່ ກອງ​ປະຊຸມ​ສຸດ​ຍອດ ​ຮ່ວມມື​ເສດຖະກິດ ​ເອ​ເຊຍ​ປາຊິ​
ຟິກ (APEC) ທີ່​ນະຄອນ​ຫລວງມາ​ນີລາ ​ໃນ​ວັນ​ພຸດ​ມື້​ນີ້ ທ່ານ Obama ກ່າວ​ວ່າ “ພວກ
​ເຮົາ​ບໍ່​ໄດ້​ຮັບ​ໃຊ້​ເປັນ​ຢ່າງ​ດີ ​ເວລາ​ພວກ​ເຮົາ​ຕອບໂຕ້​ຕໍ່ ການ​ໂຈມ​ຕີ​ກໍ່​ການ​ຮ້າຍ ພວກ​ເຮົາ
ເກີດ​ຄວາມ​ຢ້ານ​ກົວແລະສັບສົນ.”

ບັນດາ​ສະມາ​ຊິກ​ສະພາ​ພັກຣີພັບ​ບລິກກັນ ​ໄດ້​ຮຽກຮ້ອງ​ໃຫ້ໂຈະ​ແຜນ​ຕັ້ງ​ຖິ່ນ​ຖານ ທີ່​ເພີ້​ມ
​ຊາວ​ຊີ​ເຣຍ 10,000 ຄົນຢູ່​ໃນ​ສະຫະລັດ ຢູ່​ໃນ​ການ​ໂຕ້ວ່າ​ທີ ທີ່ເຫັນ​ໂຕ​ຢ່າງ​ຢູ່ໃນ​ບັນດາ​
ປະ​ເທດຢູ​ໂຣບ ທີ່​ວ່າການ​ຕັ້ງ​ຖີ່​ນຖານ​ນັ້ນ​ທຳ​ຮ້າຍ​ຄວາ​ມ ປອດ​ໄພ.

ສະມາຊິກ​ສະພາ​ສູງ ​ແລະ​ຜູ້​ສະມັກ​ປະທານາທິບໍດີ ທ່ານ Ted Cruz ​ແຫ່ງ​ລັດ Texas
ກ່າວ​ວ່າ ທ່ານ​ມີ​ແຜນທີ່​ຈະ​ວາງ​ຮ່າງ​ກົດໝາຍ​ອອກມາ ຫ້າມອົບ​ພະຍົບມຸສລິ​ມຊີ​ເຣຍ ເຂົ້າ
​ມາສະ​ຫະລັດ. ປະທານ​ສະພາ​ຕໍ່າ ທ່ານ Paul Ryan ​ໄດ້​ຮຽກຮ້ອງ​ໃຫ້ໂຈະ​ການ​ຮັບ​ເອົາ
ອົບ​ພະຍົບ​ຊີ​ເຣຍ. ບັນດາ​ຜູ້ປົກຄອງ​ລັດ ຫລາຍ​ກວ່າ​ຊາວຄົນ​ໄດ້​ໃຫ້​ສັນຍານເຖິງ ​ແຜນ
​ຂອງ​ເຂົາ​ເຈົ້າກີດ​ກັ້ນ​ອົບ​ພະຍົບ ​ໃນ​ການ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ບັນດາລັດ​ຂອງ​ເຂົາ​ເຈົ້າ.

ໂດຍບໍ່ໄດ້ບົ່ງຊື່ຜູ້ໃດ ທ່ານ Obama ​ໄດ້​ສະ​ເໜີ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ຈຳນວນ​ໜຶ່ງ​ ໄດ້
​ຍຸຍົງໃຫ້ໂຕ້ຖຽງຢ່າງແຮງເພື່ອ​ຈຸດປະສົງທາງດ້ານ​ການເ​ມື​ອງ.

ປະທານສະພາຕໍ່າ ທ່ານ Paul Ryan, ຮວມກັບ ສະມາຊິກສຽງສ່ວນຫລາຍ ທ່ານ Steve Scalise, ຊ້າຍ, ພົບປະກັບບັນດານັກຂ່າວ ທີ່ ລັດຖະສະພາ
ປະທານສະພາຕໍ່າ ທ່ານ Paul Ryan, ຮວມກັບ ສະມາຊິກສຽງສ່ວນຫລາຍ ທ່ານ Steve Scalise, ຊ້າຍ, ພົບປະກັບບັນດານັກຂ່າວ ທີ່ ລັດຖະສະພາ

“​ເວລາ​ສ່ວນ​ບຸກຄົນ​ກ່າວ​ວ່າ ພວກ​ເຮົາ​ຄວນ​ທົດ​ລອງ​ຄວາມ​ເຊື່ອ​ຖື​ສາສະໜາ​ ​ແລະ​ພຽງ​ແຕ່
​ຄຣິສຕຽນ ພິສູດ​ວ່າ​ເປັນຄຣິສຕຽນ ທີ່​ຈະ​ຕ້ອງ​ອະນຸຍາດ​ໃຫ້​ເຂົ້າ​ມາ ນີ້​ເປັນຄວາມ​ເວົ້າ​ທີ່​ບໍ່
​ເປັນຕາ​ຟັງ ​ແລະ​ກົງກັນ​ຂ້າມກັບ​ຄຸນ​ຄາ​ຂອງ​ອາ​ເມຣິກັນ” ທີ່​ປະທານາທິບໍດີໄດ້​ໂຕ້​ຖຽງ.

ລັດຖະບານ ທ່ານ Obama ​ໄດ້ປ້ອງ​ກັນ​ການກວດ​ສອບດຳ​ເນີນ​ເອົາ​ອົບ​ພະຍົບ​ເຂົ້າ​ມາ​
ສະຫະລັດ ​ໂດຍ​ກ່າວ​ວ່າ ​ເຂົາ​ເຈົ້າ​ຕ້ອງ​ຜ່ານ​ການກວດ​ສອບ​ຢ່າງ​ເຄັ່ງ​ຄັດ​ທີ່​ຈະ​ໃຊ້​ເວລາ​
18 ຫາ 24 ​ເດືອນ. ທ່ານ​ຍິນ​ດີກາ​ນສະ​ເໜີ​ໃດໆ​ທີ່​ຈະ​ເຣັດ​ໃຫ້​ການ​ດຳ​ເນີນດັ່ງກ່າວ​ນີ້​ດີ​ຂື້ນ.

XS
SM
MD
LG