ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໂອບາມາ ຮຽກຮ້ອງ ໃຫ້ມີຄວາມສຳພັນ ຢ່າງໃກ້ຊິດ ທາງດ້ານເສດຖະກິດ ກັບອິນເດຍ


Obama Urges Closer Economic Ties During Historic India Visit
please wait

No media source currently available

0:00 0:02:36 0:00

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ສະ
ຫະລັດ ແລະອິນເດຍ ຕ້ອງໄດ້ດຳເນີນການ ໃຫ້ດີຕື່ມຂຶ້ນ ເພື່ອ
ຈະໄດ້ຮັບຜົນປະໂຫຍດຈາກຄວາມບົ່ມຊ້ອນໃນຄວາມສຳພັນ ທາງດ້ານເສດຖະກິດຂອງຕົນໂດຍກຳຈັດອຸບປະສັກບາງຢ່າງ ທີ່ຂັດຂວາງບໍ່ໃຫ້ມີການຄ້າແລະການລົງທຶນຫຼາຍຂຶ້ນ. ຜູ້ສື່ຂ່າວ
ວີີໂອເອ Arun Pande ມີລາຍງານຈາກນິວເດລີກ່ຽວກັບກັບຄຳ
ຖະແຫລງຂອງປະທານາທິບໍດີໂອບາມາ ຫລັງຈາກໄດ້ເຂົ້າຮ່ວມ ໃນວັນສາທາລະນະລັດ ຂອງອິນເດຍ ດັ່ງໄພສານ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ມັນເປັນບ່ອນນັ່ງ ທີ່ເຄີຍນັ່ງໂດຍນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ແລະປະ ທານາທິບໍດີຣັດເຊຍ ທ່ານ Vladimir Putin.

ແຕ່ໃນວັນສາທາລະນະລັດຂອງອິນເດຍ ທີ່ມີຝົນຕົກລິນໃນຄັ້ງນີ້ ມັນແມ່ນປະທານາທິບໍ ດີສະຫະລັດໄດ້ເຂົ້າໄປນັ່ງເປັນເທື່ອທຳອິດຄຽງຂ້າງນາຍົກລັດຖະມົນຕີອິນເດຍເພື່ອຊົມ ການເດີນສວນສະໜາມເປັນເວລາ 2 ຊົ່ວໂມງຂອງກອງພັນທະຫານອູດແລະເຮືອບິນລົບ ທີ່ບິນຜ່ານໄປ.

ຮູບຂອງປະທານາທິບໍດີໂອບາມາ ແລະນາຍົກລັດຖະມົນຕີ Narendra Modi ຄົງຈະບໍ່ ພາດສາຍຕາ ບັນດາປະເທດເພື່ອນບ້ານຂອງອິນເດຍໄປໄດ້ ໂດຍສະເພາະແລ້ວແມ່ນ
ຈີນ.

ທ່ານ Ben Rhodes ຮອງທີ່ປຶກສາທາງດ້ານຄວາມໝັ້ນຄົງແຫ່ງຊາດ ຂອງທຳນຽບຂາວ ກ່າວວ່າ ການຮ່ວມມືເພີ້ມຂຶ້ນລະຫວ່າງອິນເດຍກັບສະຫະລັດຈະຊ່ອຍຄ້ຳປະກັນສະຖຽນ ລະພາບ ແລະກໍ່ໃຫ້ເກີດສະຖານະການທີ່ທຸກໆຝ່າຍມີໂອກາດທີ່ຈະສຳເລັດໄດ້ ເທົ່າທຽມ
ກັນ ຢູ່ໃນເຂດເອເຊຍປາຊີຟິກ.

ທ່ານ Rhodes ເວົ້າວ່າ “ສັນຍານກໍຄືວ່າພວກເຮົາຈະມີໜ້າຢູ່ທີ່ນີ້ ພວກເຮົາຈະຮ່ວມ ມືກັນກັບອິນເດຍຢູ່ນີ້ ພວກເຮົາມີຜົນປະໂຫຍດແລະຄຸນຄ່າຮ່ວມກັນຈຳ ນວນນຶ່ງ ໃນພູມີພາກສ່ວນນີ້ຂອງໂລກ ແລະອີກຄັ້ງນຶ່ງ ເມື່ອເວົ້າເຖິງຈີນ ຂ້າພະເຈົ້າຄິດວ່າ ສັນຍານນັ້ນບໍ່ແມ່ນໃນວິທີທີ່ເປັນປໍລະປັກ ແຕ່ເປັນວິທີທີ່ພວກເຮົາມີສອງປະເທດ ໃຫຍ່ໆ ມີຄວາມໝາຍໝັ້ນເພື່ອຍົກສູງວິທີທາງທີ່ອີງຕາມຕົວບົດກົດໝາຍໃນການ ເຮັດທຸລະກິດຫຼາຍກວ່າ.”

ແລະການດຳເນີນການເພື່ອໃຫ້ເປັນການງ່າຍຂຶ້ນສຳຫລັບອິນເດຍແລະສະຫະລັດເຮັດ
ທຸລະກິດໄດ້ນັ້ນ ແມ່ນຫົວຂໍ້ສຳຄັນ ໃນລະຫວ່າງກອງປະຊຸມສຸດຍອດທີ່ມີຂຶ້ນ ຫລັງຈາກ
ການເດີນສວນສະໜາມໃນວັນຈັນຜ່ານມານີ້.

ປະທານາທິບໍດີໂອບາມາແລະນາຍົກລັດຖະມົນຕີ Modi ໄດ້ພົບພໍ້ກັບບັນດາປະທານຄະ ນະກຳມະການບໍລິຫານ ຫລື CEO ຂອງບໍລິສັດອາເມຣິກັນແລະອິນເດຍກ່ຽວກັບອຸບປະ ສັກຂັດຂວາງຕ່າງໆເພື່ອຂະຫຍາຍການຄ້າແລະການລົງທຶນລະຫວ່າງປະເທດທັງສອງ.

ປະທານາທິບໍດີໂອບາມາ ກ່າວວ່າ “ພວກເຮົາຄ້າຂາຍກັນ ປະມານ 100 ພັນ ລ້ານ ໂດລາຕໍ່ປີກັບອິນເດຍຊຶ່ງເປັນການປັບປຸງໃຫ້ດີຂຶ້ນຢ່າງຫຼວງຫຼາຍ ນັບແຕ່ຂ້າພະ ເຈົ້າເຂົ້າຮັບຕຳແໜ່ງ. ແຕ່ພວກເຮົາຄ້າຂາຍ ປະມານ 560 ພັນລ້ານໂດລາ ຕໍ່ປີ ກັບຈີນ. ນັ້ນແມ່ນ ເພື່ອໃຫ້ຄວາມຄິດບາງຢ່າງ ແກ່ທ່ານ ກ່ຽວກັບຄວາມເປັນໄປ
ໄດ້ຂອງການເຕີບໂຕ ທີ່ອິນເດຍອາດສາມາດເຮັດໄດ້ ແລະຄວາມບົ່ມຊ້ອນກ່ຽວ ກັບການຄ້າທີ່ເພີ້ມທະວີຂຶ້ນ ລະຫວ່າງປະເທດຂອງພວກເຮົາທັງສອງ.”

ປະທານາທິບໍດີໂອບາມາ ໄດ້ປະກາດກ່ຽວກັບການຂະຫຍາຍການຫາລື ໃນດ້ານຍຸດທະ ສາດລະຫວ່າງສະຫະລັດກັບອິນເດຍແລະຂໍ້ລິເລີ້ມໃໝ່ທີ່ເພັ່ງເລັງໃສ່ການນຳເອົາສິນຄ້າ “ທີ່ເຮັດຢູ່ອາເມຣິກາ” ເຂົ້າໄປຈຳໜ່າຍ ຢູ່ໃນອິນເດຍ ແລະການລົງທຶນເພີ້ມຂຶ້ນ ຂອງສະ ຫະລັດ ຢູ່ໃນຕະຫລາດພະລັງງານ ທີ່ໃຊ້ຄືນໃໝ່ໄດ້ ຂອງອິນເດຍ.

ນາຍົກລັດຖະມົນຕີ Modi ໃຫ້ຄຳໝັ້ນສັນຍາຕໍ່ບັນດາບໍລິສັດຕ່າງໆທີ່ຈະໃຫ້ການສະໜັບ ສະໜຸນແລະເປີດກວ້າງຫຼາຍຂຶ້ນແກ່ການລົງທຶນ.

ທ່ານເວົ້າວ່າ “ມັນຈະເປັນການສະໜັບສະໜຸນຕໍ່ນະວັດຕະກຳແລະປົກປ້ອງຊັບສິນ ທາງດ້ານສະຕິປັນຍາ. ມັນຈະເຮັດໃຫ້ງ່າຍຂຶ້ນ ໃນການເຮັດທຸລະກິດ.”

ແລະຈາກການປະກາດເມື່ອໄວໆມານີ້ ໃນຄວາມຄືບໜ້າ ຕໍ່ສະພາບການບໍ່ໄປບໍ່ມາ ກ່ຽວ ກັບຂອງຂໍ້ຕົກລົງນິວເຄລຍພົນລະເຮືອນັ້ນ ກໍຈະມີບໍລິສັດພະລັງງານອາເມຣິກັນ ໃນຈຳ
ນວນເພີ້ມຂຶ້ນ ຫວັງວ່ານີ້ຈະເປັນໂອກາດສຳຫລັບຕົນ.

U.S. President Barack Obama says the United States and India must do better to capitalize on untapped potential in their economic relationship -- by removing some of the roadblocks to greater trade and investment.As VOA correspondent Aru Pande reports from New Delhi, Mr. Obama spoke after participating in India's Republic Day celebration.

It is a seat that has been filled by Japanese Prime Minister Shinzo Abe and Russian President Vladimir Putin.

But on this rainy Indian Republic Day it was an American president who sat for the first time alongside the Indian prime minister for the two-hour parade, watching camel-mounted brigades and military jets go by.

The images of President Obama and Prime Minister Modi were not likely lost on India's neighbors, particularly China.

White House Deputy National Security Advisor Ben Rhodes says greater India-U.S. cooperation will ensure stability and "a level playing field" in the Asia-Pacific region.

"The signal is that we are going to be present here-- we are going to be cooperating with India here, we share a set of common interests and values in this part of the world.And again, with respect to China, I think that signal is not a hostile approach, but rather one in which we have two very big countries that are committedto upholding a rules-based way of doing business."

And making it easier for India and the United States to do business topped the agenda during a summit after the parade Monday.

President Obama and Prime Minister Modi met with American and Indian CEOs about the obstacles to boosting trade and investment between the two countries.

"We do about $100 billion a year in trade with India, which is a great improvement since I took office.But we do about $560 billion a year with China.That gives you some sense of the potential both for the kind of growth that India might unleash, and the potential for greater trade between our two countries."

The president announced the expansion of the U.S.-India strategic dialogue, and new initiatives focused on bringing more "Made in America" goods into India, and more U.S. investment in India's renewable energy market.

Prime Minister Modi promised companies a more nurturing and open environment for investment.

"It will nurture innovation and protect your intellectual property.It will make it easy to do business."

And with the recent announcement of a breakthrough in the impasse over a civilian nuclear deal, more American energy companies hope this will be the case.

XS
SM
MD
LG