ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໂອບາມາ ເປີດເຜີຍ ຮ່າງງົບປະມານ ມູນຄ່າ 4 ພັນຕື້ ໂດລາ ຂອງລັດຖະບານກາງ ສຫລ


ປ. ບາຣັກ ໂອບາມາ ຖະແຫຼງທີ່ກະຊວງຄວາມປອດໄພພາຍໃນ ຂອງ ສຫລ ກ່ຽວກັບຮ່າງງົບປະມານ ປີ 2016 ຂອງທ່ານ (2 ກຸມພາ 2015)
ປ. ບາຣັກ ໂອບາມາ ຖະແຫຼງທີ່ກະຊວງຄວາມປອດໄພພາຍໃນ ຂອງ ສຫລ ກ່ຽວກັບຮ່າງງົບປະມານ ປີ 2016 ຂອງທ່ານ (2 ກຸມພາ 2015)

​ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ສົ່ງຮ່າງງົບ
ປະມານທີ່ມູນຄ່າ 4 ພັນຕື້ໂດລາໄປໃຫ້ລັດຖະສະພາສະຫະລັດ
ພິຈາລະນາທີ່ຮຽກຮ້ອງໃຫ້ມີການຂຶ້ນພາສີຊາວອາເມຣິກັນຜູ້ຮັ່ງ
ມີ ແລະບໍລິສັດທີ່ລ້ຳລວຍທັງຫຼາຍ. ແຜນການຂອງທ່ານໂອບາ
ມາ ຈະຍຸດຕິຂໍ້ບັງຄັບໃນການຈຳກັດການໃຊ້ຈ່າຍ ແລະຂຶ້ນພາ
ສີຊາວອາເມຣິກັນທີ່ຮັ່ງມີ ຊຶ່ງ​ເທົ່າ​ກັບເປັນການ​ເປີດ​ທາງ​ສຳຫຼັບ
ການຕໍ່ສູ້ຄັ້ງສຳຄັນ ໃນເລື້ອງງົບປະມານ ກັບລັດຖະສະພາ ທີ່ ຄອບງຳໂດຍພັກຣີພັບບລີກັນນັ້ນ. ຜູ້ສື່ຂ່າວວີໂອເອ ປະຈຳທຳ
ນຽບຂາວ Luis Ramirez ມີລາຍງານກ່ຽວກັບເລື້ອງນີ້ ດັ່ງໄພ ສານຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການສົ່ງຮ່າງງົບປະມານ ຂອງປະທານາທິບໍດີບາຣັກ ໂອບາມາ ໄປຮອດຕຶກລັດຖະສະພາ ແມ່ນເປັນພຽງແຕ່ການເລີ້ມຕົ້ນເທົ່ານັ້ນ ຂອງອັນທີ່ສັນຍາວ່າ ຈະເປັນການຕໍ່ສູ້ກັນເປັນເວ ລາຫຼາຍໆເດືອນ ກັບສະມາຊິກຂອງພັກຣີພັບບລີກັນຢູ່ໃນລັດຖະສະພາທີ່ຄັດຄ້ານຕໍ່ການ ຂຶ້ນພາສີແລະການເພີ້ມການໃຊ້ຈ່າຍຕ່າງໆ.

ປະທານາທິບໍດີໂອບາມາ ພວມກະກຽມການຕໍ່ສູ້ ກັບບັນດາສະມາຊິກພັກຣີພັບບລີກັນທີ່ ຢາກໃຫ້ເພີ້ມການໃຊ້ຈ່າຍທາງດ້ານທະຫານແຕ່ບໍ່ໃຫ້ເພີ້ມການໃຊ້ຈ່າຍກ່ຽວກັບໂຄງການ ພາຍໃນປະເທດຕ່າງໆ ທີ່ທ່ານກ່າວວ່າ ຈະຊ່ອຍພວກຄົນຊັ້ນກາງນັ້ນ.

ທ່ານໂອບາມາເວົ້າວ່າ “ຂ້າພະເຈົ້າຈະບໍ່ຮັບເອົາງົບປະມານທີ່ຈະຕັດຂາດການກ່ຽວ ພັນອັນຈຳເປັນລະຫວ່າງຄວາມໝັ້ນຄົງແຫ່ງຊາດກັບຄວາມໝັ້ນຄົງທາງດ້ານເສດ ຖະກິດຂອງພວກເຮົານັ້ນ.”

ປະທານາທິບໍດີໂອບາມາກ່າວວ່າ ທັງສອງຢ່າງນັ້ນ ແມ່ນຄວບ​ຄູ່​ໄປ​ພ້ອມ​ກັນ.

ແຜນການໃຊ້ຈ່າຍ ປີ 2016
ແຜນການໃຊ້ຈ່າຍ ປີ 2016

ປະທານາທິບໍດີໂອບາມາເວົ້າວ່າ “ຖ້າເຮົາຫາກບໍ່ມີໂຄງລ່າງ
ພື້ນຖານ ທີ່ຈຳເປັນແລ້ວ ຖ້າເຮົາຫາກບໍ່ມີ ລະບົບການສື່
ສານແຖບຄວາມຖີ່ກວ້າງ ຖ້າເຮົາຫາກບໍ່ມີຕາໜ່າງໄຟຟ້າ
ທີ່ສະຫຼາດ ທັງໝົດນັ້ນ​ແມ່ນ​ຈະເຮັດໃຫ້ພວກເຮົາມີຄວາມ
ອ່ອນແອຫຼໍ່ແຫຼມຕື່ມຂຶ້ນ.”

ຮ່າງງົບປະມານຂອງປະທານາທິບໍດີຈະເພີ້ມການໃຊ້ຈ່າຍຂອງ
ລັດຖະບານກາງ ຂຶ້ນ 6 ເປີເຊັນກວ່າໆ ຊຶ່ງ​ເປັນການລົງທຶນ ທີ່
ທ່ານເວົ້າວ່າ ມີຄວາມຈຳເປັນເພື່ອຍົກ​ລະດັບພວກຊົນຊັ້ນກາງ ​ໃຫ້ໄດ້ຮັບຜົນປະໂຫຍດຕ່າງໆເຊັ່ນການເຂົ້າ​ມະຫາວິທະຍາໄລໂດຍບໍ່ຕ້ອງເສຍຄ່າ ການ ເບິ່ງແຍກລູກເຕົ້າແລະໂຄງການຕ່າງໆສຳລັບພວກເດັກນ້ອຍກ່ອນຊັ້ນອະນຸບານຕະຫຼອດ ທັງໂຄງການໃນດ້ານໂຄງລ່າງພື້ນຖານເພື່ອສ້າງຖະໜົນຫົນທາງແລະຂົວ​ເພີ້​ມຂຶ້ນ. ປະທາ ນາທິບໍດີເວົ້າວ່າ ແຜນການຂອງທ່ານແມ່ນຊອກຫາຊ່ອງ​ທາງ ​ແລະໃຫ້ຊາວອາເມຣິກັນທັງ ຫລາຍທີ່ເຮັດວຽກໜັກ ​ໄດ້ມີໂອກາດປະສົບຄວາມສຳເລັດ.

ຮ່າງງົບປະມານ ຂອງ ປ. ໂອບາມາ
ຮ່າງງົບປະມານ ຂອງ ປ. ໂອບາມາ

ປະທານາທິບໍດີີໂອບາມາເວົ້າວ່າ “ຮ່າງງົບປະມານທີ່ສະພາ
ມີຢູ່ໃນກຳມືເວລານີ້ ແມ່ນສ້າງຂຶ້ນມາອີງຕາມຫຼັກຄຸນຄ່າ
ເຫລົ່ານັ້ນ. ມັນຊ່ອຍ​ໃຫ້ບັນດາຄອບຄົວທີ່ເຮັດວຽກເຮັດ
ການ ມີ​ເງິນ​ເຫລືອ​ ສຳ​ຫລັບ​ໃຊ້​ຈ່າຍ​ຫລາຍ​ຂຶ້ນ ​ໂດຍ​ໃຫ້
ການ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ໃນ​ດ້ານ​ຕ່າງໆເຊັ່ນວ່າຈ່າຍເງິນ
ໃຫ້ ໃນເວລາເຂົາເຈົ້າປ່ວຍ ແລະຈ່າຍເງິນຄ່າເບິ່ງແຍງ
ລູກເຕົ້າ​ໃຫ້ໂດຍ​ຖື​ວ່າ​ມັນເປັນບູລິມະສິດທາງດ້ານເສດ
ຖະກິດ ສຳລັບພວກເຂົາເຈົ້າ.”

ຮ່ອງຮອຍອັນນຶ່ງໃນການຕໍ່ສູ້ຢ່າງຂຸ້ນຂ້ຽວທີ່ຂວາງໜ້າຢູ່ນັ້ນ ກໍຄືສະມາຊິກຂອງພັກຣີພັບ ບລີກັນໄດ້ຕຳໜິຕິຕຽນແຜນດັ່ງກ່າວຂອງປະທານາທິບໍດີ.

ທ່ານ Mitch McConnell ຜູ້ນຳພັກສຽງສ່ວນຫລາຍ ກໍ​ຄືພັກຣີພັບບລີກັນ ຢູ່ໃນສະພາສູງ ສະຫະລັດກ່າວວ່າ “ມີຫລາຍສິ່ງຫຼາຍຢ່າງໃນທາງບວກ ທີ່ທ່ານ​ປະທານາທິບໍດີສາ ມາດກະທຳໄດ້ແທນທີ່ຈະສຸມ​ໃສ່ເລື້ອງພາສີແລະການໃຊ້ຈ່າຍທີ່ຊ້ຳ​ຊາກໜ້າເບື່ອ. ໂດຍພື້ນຖານແລ້ວ ພວກເຮົາໄດ້ເຫັນ ແບບເກົ່ານີ້ ມາທຸກໆປີ. ມັນແນໃສ່ເລື້ອງ ການຂະຫຍາຍລັດຖະກອນແທນທີ່ຈະເວົ້າເຖິງເລື່ອງໂອກາດ. ມັນບໍ່ເຄີຍກ້ຳເກິ່ງ ກັນເລີຍ.”

ການຕໍ່ສູ້ກັນຈະມີຂຶ້ນໃນໄລຍະຫລາຍໆເດືອນຕໍ່ໜ້າ ໂດຍທີ່ສະມາຊິກພັກຣີພັບບລີກັນກໍ ມີກຳນົດທີ່ຈະນຳສະເໜີຮ່າງງົບປະມານຂອງຕົນ ພາຍໃນສອງສາມອາທິດຂ້າງໜ້ານີ້.

Obama Unveils Budget, Setting Up Battle With Congress
please wait

No media source currently available

0:00 0:01:52 0:00

U.S. President Barack Obama has sent a $4 trillion budget to Congress that calls for tax hikes mainly on wealthier Americans and corporations.Mr. Obama's plan ends mandated spending caps and calls for raising taxes on the wealthy, setting the stage for a major budget battle with the Republican-controlled Congress. VOA White House correspondent Luis Ramirez reports.

The arrival of President Obama's budget on Capitol Hill is only the start of what promises to be a months-long battle with Republicans in Congress who oppose the tax hikes and increased spending.

President Obama is preparing for a fight with Republicans who want to boost military spending but not pay for more domestic programs that he says would help the middle class.

"I will not accept a budget that severs the vital link between our national security and our economic security."

The two, he said, go hand in hand.

"If we don't have a vital infrastructure, if we don't have broadband, if we don't have a smart grid, all of that makes us more vulnerable."

The president's budget raises federal spending by more than six percent, investment that he says is needed to boost the middle class with benefits like free college, childcare and preschool programs, and infrastructure projects to rebuild roads and bridges.The president says his plan seeks to give all Americans who work hard a chance to succeed.

"The budget that Congress now has in its hands is built on those values.It helps working families' paychecks go farther by treating things like paid sick leave and childcare as the economic priorities that they are."

In a sign of the intense battle that lies ahead, Republicans criticized the plan.

"There are so many positive things he could have done instead of phoning in a tired, tax and spend manifesto.We basically see the same thing every year.It focuses on growing the bureaucracy instead of opportunity.It doesn't balance, ever."

The battle is to be played out over the next several months, with Republicans due to present their own budget proposal in the coming weeks.

XS
SM
MD
LG