ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ​ໂອ​ບາ​ມາ​ ຈະ​ເປີດ​ເຜີຍ​ ແຜ​ນຕັດ​ ການ​ປ່ອຍ ​ມົນລະ​ພິດ ​ທາດ ຄາບ​ອນລົງ


ປະ​ທາ​ນາທີ​ບໍ​ດີ​ ສະຫະລັ​ດ ທ່ານ ບາ​ຣັກ ​ໂອ​ບາ​ມາ ​ພວມ​ກຽມພ້ອມ​ ທີ່​ຈະ​ເປີດ​​ເຜີຍກົດ​ລະບຽບ​ໃໝ່ ​ໃນ​ວັນ​ຈັນ​ມື້​ອື່ນ​ນີ້ ​ໂດຍ​ແນ​​ໃສ່​ ການ​ຕັດ​ມົນ​ລະ​ພິດ ​ທາດ ຄາບ​ອນ ຈາກ​ໂຮງ​ໄຟຟ້າ​ແຫ່ງ​ຕ່າງໆ​ຂອງ​ປະ​ເທດ.
ປະ​ທາ​ນາທີ​ບໍ​ດີ​ ສະຫະລັ​ດ ທ່ານ ບາ​ຣັກ ​ໂອ​ບາ​ມາ ​ພວມ​ກຽມພ້ອມ​ ທີ່​ຈະ​ເປີດ​​ເຜີຍກົດ​ລະບຽບ​ໃໝ່ ​ໃນ​ວັນ​ຈັນ​ມື້​ອື່ນ​ນີ້ ​ໂດຍ​ແນ​​ໃສ່​ ການ​ຕັດ​ມົນ​ລະ​ພິດ ​ທາດ ຄາບ​ອນ ຈາກ​ໂຮງ​ໄຟຟ້າ​ແຫ່ງ​ຕ່າງໆ​ຂອງ​ປະ​ເທດ.

ປະທານາ​ທິບໍດີ​ ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ພວມ​ກຽມພ້ອມ​ທີ່​ຈະ​ເປີດເຜີຍກົດ​ລະບຽບ​ໃໝ່​ໃນ​ວັນ​ຈັນ​ມື້​ອື່ນ​ນີ້ ​ໂດຍ​ແນໃສ່​ການ​ຕັດ​ມົນ​ລະ​ພິດ ​ທາດ ຄາບ​ອນ ທີ່​ເກີດ​ມາ​ຈາກ​ໂຮງ​ໄຟຟ້າ​ແຫ່ງ​ຕ່າງໆ​ຂອງ​ປະ​ເທດ.

​ເປົ້າໝາຍ​ກໍແມ່ນ​ເພື່ອ​ຫຼຸດ​ຜ່ອນ​ການ​ປ່ອຍ​ທາດ ຄາບ​ອນ​ໂດຍລົງ 32 ​ເປີ​ເຊັນ​ຕ່ຳ​ກວ່າ​ລະດັບ​ຂອງ​ປີ 2​005 ພາຍ​ໃນປີ 2030. ​ແຕ່​ລະ​ລັດ​ຈະ​ໄດ້​ມີ​ຄວາມ​ຮັບຜິດຊອບ​ສຳລັບ​ການ​ຮ່າງແຜນ ການ​ຂອງ​ພວກ​ເຂົາ​ເຈົ້າ​ ເພືື່ອ​ໃຫ້​ບັນລຸເປົ້າໝາຍ​ທີ່​ວ່າ​ນັ້ນ. ​ແຜນ​ດັ່ງກ່າວຈະ​ຕ້ອງ​ມີ​ຜົນ​ບັງຄັບ​ໃຊ້ພາຍ​ໃນປີ 2022.

ທ່ານ ​ໂອ​ບາ​ມາ ​ໄດ້​ເປີດ​ເຜີ​ຍກົດລະບຽບ​ສະບັບເບື້​ອງຕົ້ນ​ໃນປີກາຍ​ນີ້ ທີ່​ຈະ​ເລີ່​ມ​ 2 ປີ​ລ່ວງໜ້າ ​ແລະ ​ມີ​ເປົ້າໝາຍ​ທີ່​ບໍ່​ຮຸນ​ແຮງເທົ້າ​ກັບ​ການ​ຕັດ​ການ​ປ່ອຍ​ທາດ ​ຄາບ​ອນ​ໂດຍ 30 ​ເປີ​ເຊັນ.

​ເຈົ້າໜ້າ​ທີ່​ທຳນຽບຂາວ​ກ່າວ​ວ່າ ກົດລະບຽບ​ສະບັບ​ໃໝ່ນີ້, ຖ້າ​ນຳ​ອອກ​ປະຕິບັດ​, ຈະເປັນ​ການ​ເພີ່ມ​ຈໍາ​ນວນ​ຂອງ​ພະລັງງານໃນ​ ສະຫະລັດ ທີ່​ຈະຜະລິດ​ໂດຍແຫຼ່ງ​ພະລັງງານ​ທົດ​ແທນເຖິງ 28 ​ເປີ​ເຊັນ.

ທ່ານ​ປະ​ທາ​ນາ​ທິບໍດີ​ໄດ້​ກ່າວໃນ​ວິ​ດີ​ໂອ ​ທີ່​ໄດ້ເອົາ​ລົງໃນ​ໜ້າ​ເຟສບຸກ ຂອງ​ທຳນຽບຂາ​ວ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ອາທິດ​ມື້​ນີ້ວ່າ ສະພາບ​ອາກາດ​ແມ່ນ​ກຳລັງ​ປ່ຽນ​ແປງ, ​ແລະ ວ່າ​ບັນ​ຫາ “ບໍ່​ແມ່ນເລື່ອງ​ສຳລັບ​ຄົນ​ຍຸກ​ຕໍ່​ໄປ.”

ທ່ານ ​ໂອ​ບາ​ມາ​ ​ໄດ້​ກ່າວ​ວ່າ “​ມັນ​ກຳລັງ​ປ່ຽນແປງໃນ​ທາງ​ທີ່​ເປັນ​ໄພ​ຂົ່ມຂູ່​ຕໍ່​ເສດຖະກິດ, ຄວາມ​ໝັ້ນຄົງ​ຂອງ​ພວກ​ເຮົາ ​ແລະ ສຸ​ຂະ​ພາບ​ຂອງ​ພວກ​ເຮົາ.” “ນີ້ບໍ່​ແມ່ນ​ຄວາມ​ຄິດ​ເຫັນ, ມັນ​ແມ່ນ​ຂໍ້​ເທັດ​ຈິງ​ທີ່ໜູນ​ຫຼັງ​ໂດຍ​ຂໍ້​ມູນ​ທີ່​ໄດ້​ຖືກ​ເກັບ​ກຳ​ມາ ຢ່າງ​ລະ​ມັດ​ລະວັງເປັນ​ເວລາ​ຫຼາຍທົດ​ສະ​ວັດ ​ແລະ ຄວາມ​ຄິດ​ເຫັນ​ທາງ​ ດ້ານ​ວິທະຍາສາດຢ່າງ​ຖ້ວມ​ລົ້ນ.ແລະ ມັນ​ກໍ​ມີ​ຜົນ​ຕາມ​ມາ​ທີ່​ຮ້າຍ​ແຮງ​ສຳລັບ​ຮູບ​ແບບ​ການ​ດຳລົງ​ຊີວິດ​ຂອງ​ພວກ​ເຮົາ​ໃນ​ປະຈຸ​ບັນ.”

ທ່ານ​ໄດ້​ອ້າງ​ອີງ​ເຖິງລະດູ​ຮ້ອນ​ທີ່​ຮ້ອນ​ຂຶ້ນ​ກວ່າ​ເກົ່າ, ລະດັບ​ນ້ຳ​ທະ​ເລ​ທີ່​ສູງ​ຂຶ້ນ ​ແລະ ສະພາບ​ອາກາດ​ທີ່​ຮຸນ​ແຮງເກີດຂຶ້ນ​ເປັນ​ປະຈຳ, ​ເຊິ່ງທ່ານ​ເອີ້ນ​ມັນ​ວ່າ​ໄພພິບັດ​ທີ່ມີ​ລາຄາ​ແພງ ​ແລະ ​ເປັນ​ອັນຕະລາຍ​ຂຶ້ນ​ກວ່າເກົ່າ.

XS
SM
MD
LG