ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. Obama ຈະໄປຢ້ຽມຢາມ ​ເອ​ເຊຍ ເພື່ອໃຫ້ຄວາມໝັ້ນໃຈ ຄືນໃໝ່ ແກ່ພັນທະມິດ (ວີດີໂອ)


Obama to Reassure Asian Allies
please wait

No media source currently available

0:00 0:02:28 0:00

ເບິ່ງລາຍງານ ກ່ຽວກັບລາຍງານນີ້.

ປະທານາທິບໍດີ Barack Obama ເລີ້ມຕົ້ນການຢ້ຽມຢາມ​
ເອ​ເຊຍ ​ເປັນ​ເວລາ​ນຶ່ງອາທິດ ໃນວັນອັງຄານມື້​ອື່ນນີ້ ເພື່ອ
ໃຫ້ຄຳໝັ້ນໃຈຄື​ນ​ໃໝ່ ຕໍ່ບັນດາພັນທະມິດໃນຂົງເຂດນັ້ນ.
ທ່ານ Obama ຈະເດີນທາງໄປ ປະເທດ ຍີ່ປຸນ ເກົາຫຼີໃຕ້
ມາເລເຊຍ ແລະຟີລິປິນ. ຜູ້ສື່ຂ່າວວີໂອເອ ປະຈຳທຳນຽບ
ຂາວ Luis Ramirez ມີລາຍງານ ຊຶ່ງ​ໄຊ​ຈະ​ເຣີນສຸກ ຈະ
ນຳ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ປະເທດຈີນ ບໍ່ໄດ້ຢູ່ໃນລາຍການເດີນທາງ ຂອງປະທານາທິ
ບໍດີ ​ໂອ​ບາ​ມາ ແຕ່ວ່າ ໃນຂະນະທີ່ຈີນພະຍາຍາມ ທີ່ຈະຄວບ
ຄຸມ ບາງ​ເຂດ​ຂອງທະເລຈີນຕາເວັນອອກ ແລະທະເລຈີນໃຕ້
ຢູ່​ນີ້ ​ເລື້ອງປັກກິ່ງ ກໍແມ່ນຢູ່ໃນຈິດໃຈຂອງທ່ານ Obama ແລະ ພັນທະມິດທັງຫຼາຍ ທີ່
ທ່ານກຳລັງຈະໄປຢ້ຽມຢາມ.

ການຕັດ​ລາຍ​ຈ່າຍທາງດ້ານການທະຫານ ຂອງສະຫະລັດລົງ ກຳລັງເຮັດໃຫ້ພັນທະມິດ
ໃນຂົງເຂດດັ່ງກ່າວ ວິຕົກກ່ຽວ​ກັບ ຄຳໝັ້ນສັນຍາຂອງວໍຊິງຕັນ ທີ່ຈະປົກປ້ອງພວກເຂົາເຈົ້າ.

ນັກວິເຄາະ Bruce Klingner ຈາກ​ມູນ​ນິທິ ມູນ​ມໍລະດົກ​ ຫລື Heritage Foundation
ສະ​ແດງ​ຄວາມ​ເຫັນ​ດັ່ງ​ນີ້:

ທ່ານ Klingner ເວົ້າວ່າ:
“ຂ້າພະ​ເຈົ້າ ໝັ້ນໃຈວ່າ ປະທານາທິບໍດີ ​ໂອ​ບາ​ມາ ຈະໃຊ້ວາຈາອັນໜັກແໜ້ນ
ເພື່ອສ້າງຄວາມໝັ້ນໃຈແກ່ບັນດາພັນທະມິດຂອງ​ພວກ​ເຮົາ ວ່າພວກເຮົາຍັງ
ແລ່ນໄດ້ໄວ ແລະໂດດໄດ້ສູງຄື​ເກົ່າ ແຕ່ວ່່າພວກເຂົາ ຈະເຊື່ອຫຼືບໍ່ນັ້ນ ແມ່ນ
ອີກເລື້ອງນຶ່ງຕ່າງຫາກ. ພັນທະມິດ ຂອງພວກເຮົາ ກໍຄູ່ຕໍ່ສູ້ ຂອງ​ພວກ​ເຮົາ ​
ແມ່ນສາມາດອ່ານ​ ເອກະສານງົບປະມານໄດ້ ຢ່າງງ່າຍດາຍ ຄືກັນກັບພວກ
ເຮົາ ຢູ່ວໍຊິງຕັນ.”


ປະທານາທິບໍດີ Obama ຈະຢຸດ​ແວ່ຢ້ຽມຢາມ ຍີ່ປຸ່ນ ມາເລເຊຍ ແລະ ຟີລິປິນ ຊື່​ງພວກ
ປະເທດ​ເຫລົ່າ​ນີ້ ກຳລັງມີຂໍ້ຂັດແຍ້ງ​ເລື້ອງເຂດແດນ ກັບຈີນ.

ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Chuck Hagel ທີ່ຫາກໍເດີນທາງກັບ​ຈາ​ກ
ການ​ຢ້ຽມຢາມປະ​ເທດຈີນ ​ໄດ້ກ່າວວ່າ ສະຫະລັດ ບໍ່​ໄດ້​ເຫັນປັກກິ່ງ ວ່າ​ເປັນສັດຕູ. ແຕ່ວ່າ
ທາງລັດຖະບານວໍ​ຊິງ​ຕັນ ເຫັນປະເທດຈີນ ກັບກອງທັບ​ຈີນ​ ທີ່​ເຕີບໃຫຍ່​ຂື້ນ​ນັບ​ມື້ນັ້ນ
ວ່າມີ​ຄວາມ​ສາມາດ​ ບົ່ມ​ຊ້ອນ ທີ່​ຈະ​ເປັນໄພຂົ່ມຂູ່ໄດ້.

ການຕັດສິນໃຈ ຂອງວໍຊິງຕັນ ທີ່ບໍ່ໂຈມຕີ ກອງທະຫານຂອງຊີເຣຍ ຫຼື ບໍ່ສະໜອງການ​ສະໜັບສະໜຸນ ທີ່ສຳຄັນທາງທະຫານ​ໃຫ້​ແກ່ຢູເຄຣນ ໄດ້ພາ​ໃຫ້​ມີ​ການ​ຕັ້ງຄຳຖາມຂຶ້ນ​ມາ
ກ່ຽວ​ກັບວ່າ ສະຫະລັດຈະກ້າວເຂົ້າ​ໄປປົກປ້ອງ ພັນທະມິດທັງຫຼາຍ ຢູ່​ໃນເຂດເອເຊຍ ຫລືບໍ່?

ທ່ານ Ely Ratner ​ເປັນນັກວິເຄາະກ່ຽວ​ກັບເອເຊຍ ປະຈຳສູນກາງ ຄວາມໝັ້ນຄົງ​ໃໝ່
ຂອງອາເມຣິກາ ຫຼື Center for a New American Security.

ທ່ານ Ratner ເວົ້າວ່າ:
“ແນ່ນອນ ໄດ້ມີການເວົ້າເຖິງ ມີ​ການຖາມເຖິງ ຢູ່ເລື້ອຍໆ ກ່ຽວກັບ ອຳນາດ
ແລະອິດທິພົນ ຂອງສະຫະລັດ ກ່ຽວ​ກັບການ​ເຄື່ອນ​ໄຫວ​ ຂອງ​ສະຫະລັດ ຕໍ່
ເຫດການ ຢູ່​ໃນຊີເຣຍ ແລະຢູເຄຣນນັ້ນ. ແຕ່ພວກເຮົາຈະໄດ້ເຫັນວ່າ ຄວາມ
ພະຍາຍາມເທື່ອນີ້ ແມ່ນ​ແຈ້ງ​ຂາວ​ວ່າ ມີ​ເປົ້າ​ໝາຍ​ເພື່ອສົ່ງສານ​ ຫລື ​ຂໍ້ຄວາມ​
ບອກ​ໃຫ້​ຮູ້​ວ່າ ສະຫະລັດ ຍັງມີ​ຄວາມ​ໝາຍໝັ້ນ ຕໍ່​ເອ​ເຊຍ ແລະຍັງຄົງເຂັ້ມ
ແຂງ ຢູ່ໃນເອເຊຍ ຄື​ເກົ່າ.”


ຂໍ້ຄວາມດັ່ງກ່າວ ແມ່ນສຳຄັນ​ເປັນ​ພິ​ເສດ ສຳ​ຫລັບຍີ່ປຸ່ນ ຊຶ່ງເປັນພັນທະມິດສຳຄັນ​ຂອງ​
ສະຫະລັດ ຢູ່ໃນຂົງເຂດນັ້ນ ແລະເປັນບ່ອນທຳອິດ ທີ່ປະທານາທິບໍດີ ​ໂອ​ບາ​ມາ ຈະຢຸດ
​ແວ່​ຢ້ຽມຢາມ ​ແລະຢູ່ທີ່​ນັ້ນ ທ່ານ ໂອ​ບາ​ມາ ຈະພະຍາຍາມເລັ່ງລັດ​ໃຫ້​ດຳ​ເນີນ​ໄປ​ໄວຂຶ້ນ
ການເຈລະຈາ​ເຮັດ ຂໍ້ຕົກລົງການຄ້າພາກ​ພື້ນ ທີ່​ເອີ້ນ​ວ່າ ພາຄີຂ້າມປາຊີຟິກ ຫຼື
Trans-Pacific Partnership.

​ເລື້ອງການຄ້າ ກໍຢູ່ໃນລາຍການ​ເຈລະຈາ ຢູ່​ບ່ອນ​ຢຸດ​ແວ່​ແຫ່ງ​ຕໍ່​ໄປ​ຂອງ​ ທ່ານ​ ໂອ​ບາ​ມາ
ເຊັ່ນ​ກັນ ກໍ​ຄື ເກົາຫຼີໃຕ້ ຊຶ່ງ​ທ່ານຈະທຳ​ການປຶກສາຫາລື ກ່ຽວກັບເກົາຫຼີເໜືອນຳ ແລະ
ພ້ອມ​ດຽວ​ກັນ ກໍຈະພະຍາຍາມ ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ ​ໃນສາຍພົວພັນລະຫວ່າງໂຊລ
ແລະ ໂຕກຽວນຳ. ສາຍພົວພັນລະຫວ່າງ​ ສອງປະ​ເທດ​ນີ້ ​ໄດ້ເຄັ່ງຕຶງຂຶ້ນຍ້ອນຄວາມຊົງຈຳ
ກ່ຽວ​ກັບ​ການ​ກະທຳອັນໂຫດຮ້າຍຂອງຍີ່ປຸ່ນ ຕໍ່ເກົາຫຼີ​ໃຕ້​ ໃນເຄິ່ງທຳອິດຂອງສັດຕະວັດ
ທີ 20.

ທ່ານ ​ໂອ​ບາ​ມາ ຈະເປັນປະທານາທິບໍດີສະຫະລັດ ຜູ້ທຳອິດທີ່ຈະໄປ ຢ້ຽມຢາມ ມາເລເຊຍ
ນັບຕັ້ງແຕ່ ປີ 1966 ​ເປັນ​ຕົ້ນ​ມາ.

ຈຸດສຸດທ້າຍຂອງການຢ້ຽມຢາມ ແມ່ນຟີລິປິນ ບ່ອນທີ່ສະຫະລັດ ໄດ້ປິດ ຖານທັບເຮືອ
ຂອງຕົນລົງ ຫຼາຍທົດສະວັດມາແລ້ວ ແຕ່ໄດ້ທຳການ ເຈລະຈາ ມາ​ໄດ້​ໄລຍະ​ນຶ່ງ​ ເພື່ອສົ່ງ
ທະຫານ ເຮືອບິນ ​ແລະກຳ​ປັ່ນ ຂອງ​ສະຫະລັດ ​ໄປ​ປະຈຳຢູ່​ທີ່​ນັ້ນ ​ແບບ​ເປັນ​ການ​ໝຸນ​ວຽນ.
XS
SM
MD
LG