ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ແຕ່ງຕັ້ງ ທ່ານ​ນາງ Loretta Lynch ​ເປັນ ລມຕ ຍຸດຕິທຳ


ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ (ຂວາ) ແລະທ່ານ​ນາງ Loretta Lynch (ຊ້າຍ) ​ຫົວໜ້າ​ໄອ​ຍະການ ສະຫະລັດ ​ຢູ່ເຂດ Brooklyn ນະຄອນ​ນິວຢອກ ຜູ້ທີ່ທ່ານ ໂອບາມາ ແຕ່ງຕັ້ງໃຫ້ເປັນ ລັດຖະມົນຕີ ຍຸດຕິທຳ ຄົນໃໝ່ ກຳລັງກ່າວ ໃນລະຫວ່າງ ພິທີຖະແຫລງຂ່າວ ທີ່ທຳນຽບຂາວ ໃນວໍຊິງຕັນ, ວັນທີ 8 ພະຈິກ 2014.
ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ (ຂວາ) ແລະທ່ານ​ນາງ Loretta Lynch (ຊ້າຍ) ​ຫົວໜ້າ​ໄອ​ຍະການ ສະຫະລັດ ​ຢູ່ເຂດ Brooklyn ນະຄອນ​ນິວຢອກ ຜູ້ທີ່ທ່ານ ໂອບາມາ ແຕ່ງຕັ້ງໃຫ້ເປັນ ລັດຖະມົນຕີ ຍຸດຕິທຳ ຄົນໃໝ່ ກຳລັງກ່າວ ໃນລະຫວ່າງ ພິທີຖະແຫລງຂ່າວ ທີ່ທຳນຽບຂາວ ໃນວໍຊິງຕັນ, ວັນທີ 8 ພະຈິກ 2014.

ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້​ແຕ່ງຕັ້ງໃຫ້
ທ່ານ​ນາງ Loretta Lynch ​ໄອ​ຍະ​ການຂອງລັດຖະບານກາງ ທີ່
ນະຄອນນິວຢອກ ​ເຂົ້າຮ່ວມໃນ​ຄະນະ​ລັດຖະບານ​ຂອງ​ທ່ານ ​
ເປັນລັດຖະມົນຕີ ຍຸດຕິ​ທຳ ຊຶ່ງ​ເປັນ​ເຈົ້າໜ້າ​ທີ່ປະຕິບັດ​ກົດໝາຍ
ສູງ​ສຸດ​ຂອງປະເທດ.

ໃນການ​ປະກາດ​ແຕ່ງຕັ້ງ ເມື່ອ​ວັນ​ເສົາ​ວານ​ນີ້ ປະທານາທິບໍດີ ​
ໂອ​ບາ​ມາ ​ກ່າວ​ວ່າ ທ່ານ​ບໍ່ສາມາດ​ນຶກ​ເຖິງ ລັດຖະກອນຄົນໃດ
ດີກ​ວ່າ​ນີ້ ​ສຳ​ຫລັບ​ຕຳແໜ່ງດັ່ງກ່າວ. ຕະຫລອດ​ລະຍະ 30 ປີ​
ໃນການ​ເຮັດ​ວຽກ​ ຂອງ​ທ່ານ​ນາງນັ້ນ ທ່ານ​ ໂອ​ບາ​ມາ ກ່າວ​ວ່າ
ທ່ານ​ນາງ Lynch ແມ່ນໂດດເດັ່ນ ​ໃນ​ຖານະເປັນ​ທະນາຍຄວາມ
ທີ່ “ໜັກ​ແໜ້ນ” “ຍຸ​ດ ຕິທຳ” ​ແລະ “ເປັນອິດສະຫຼະ” ​ ທີ່ໄດ້ “ຕໍ່ສູ້​ຢ່າງ​ອົງອາດ” ກັບ
ການ​ກໍ່​ການ​ຮ້າຍ ການ​ສໍ້​ໂກງ​ເງິນ ​ແລະ ການ​ຈາລະ​ກຳ​ທາງ​ອີນ​ເຕີ​ແນັດ “ຊຶ່ງ ທັງໝົດນີ້
ແມ່ນດຳເນີນໄປ ​ໃນ​ຂະນະ​ທີ່ທຳການປົກປ້ອງ​ ສິດທິພົນ​ລະ​ເມືອງຢ່າງແຂງຂັນ.”

ຖ້າ​ໄດ້​ຮັບ​ການ​ຢືນຢັນໂດຍສະພາ​ສູງ​ແລ້ວ ທ່ານ​ນາງ Lynch ຈະ​ເຂົ້າ ຮັບ​ຕຳ​ແໜ່​ງ​ ແທນ
ລັດຖະມົນຕີຍຸດຕິ​ທຳ Eric Holder ຜູ້​ທີ່​ກຳລັງ​ພົ້ນຈາກຕຳ​ແໜ່​ງ ​ແລະ ຈະກາຍ​ມາ​ເປັນ
ຜູ້ຍິງ​ອາ​ເມຣິກັນ ​ເຊື້ອສາຍ​ອາ​ຟຣິກາ ຄົນ​ທຳ​ອິດ ທີ່​ເປັນ​ລັດຖະມົນຕີກະຊວງ​ຍຸດຕິ​ທຳ.
ທ່ານ Holder ​ແມ່ນເປັນ​ຜູ້​ຊາຍອາ​ເມຣິກັນ ​ເຊື້ອສາຍ​ອາ​ຟຣິກາ ຄົນ​ທຳ​ອິດ ທີ່​ດຳລົງ​
ຕຳ​ແໜ່​ງດັ່ງກ່າວ.

ທ່ານ​ນາງ Lynch ​ໃນ​ປັດຈຸ​ບັນ​ນີ້ ​ແມ່ນ​ເປັນ​ຫົວໜ້າ​ໄອ​ຍະການສະຫະ ລັດ ​ຢູ່ເຂດ Brooklyn ນະຄອນ​ນິວຢອກ ທີ່​ຮູ້ຈັກ​ກັນ​ວ່າ ​ເຂດພາກ​ຕາ​ເວັນ​ອອກ​ຂອງ​ນະຄອນ​ນິວຢອກ ​ໃນ​ລະບົບ​ສານສະຫະລັດນັ້ນ. ທ່ານ​ນາງ ​ໄດ້​ປາກົດໂຕ ພ້ອມກັນ​ກັບ​ ປະທານາທິບໍດີ ​ໂອ​ບາ​ມາ ​ແລະ ທ່ານ Holder ຢູ່​ທີ່​ທຳນຽບຂາວ ​ໃນ​ວັນ​ເສົາ​ວານ​ນີ້ ທ່ານ​ນາງ​ໄດ້​ໃຫ້​ຄຳ​ໝັ້ນ ສັນຍາວ່າ ຖ້າ​ໄດ້​ຮັບ​ການ​ຢືນຢັນຈາກສະພາ ຈະ​ເຮັດ​ວຽກ​ທຸກໆ​ມື້​ເພື່ອ​ປົກ​ປ້ອງ​ພົນລະ​ເມືອງ​ອາ​ເມຣິກັນ ​ໃຫ້​ປອດ​ໄພ ​ພ້ອມທັງ ອິດສະຫຼະພາບ ແລະ​ສິດທິຂອງເຂົາ​ເຈົ້ານຳດ້ວຍ.

ທ່ານ​ນາງ Lynch ​ເຄີບຮັບໜ້າທີ່ເປັນໄອ​ຍະການ​ສະຫະລັດ ​ໃນເຂດ​ Brooklyn ສອງເທື່ອ​
ມາແລ້ວ ຄືແຕ່ປີ 1999 ຫາ 2001 ​ແລະ ອີກ​ເທື່ອ​ນຶ່ງ ແຕ່ປີ 2010 ຈົນ​ເຖິງ​ປັດຈຸບັນ​ນີ້.

US ATTORNEY GENERAL VO
please wait

No media source currently available

0:00 0:00:35 0:00

XS
SM
MD
LG