ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຈະພົບປະ
ໃນອາທິດໜ້າ ທີ່ ທຳນຽບຂາວ ກັບບັນດາປະທານາທິບໍດີ
Guatemala, Hounduras ແລະ El Salvador ເພື່ອສົນທະ
ນາຫາລື ກ່ຽວກັບການເດີນທາງຂອງພວກເດັກນ້ອຍ ຕ່າງດ້າວ
ຂ້າມຊາຍແດນເຂົ້າມາໃນສະຫະລັດ.
ທຳນຽບຂາວກ່າວວ່າ ທ່ານ Obama ໄດ້ເຊີນ ປະທານາທິບໍດີ
Guatemala ທ່ານ Otto Perez Molina ປະທານາທິບໍດີ
Honduras ທ່ານ Juan Orlando Hernandez ແລະ ປະທາ
ນາທິບໍດີ El Salvador ທ່ານ Sanchez Ceren ເພຶ່ອມາປຶກ
ສາຫາລື ກ່ຽວກັບການຫລັ່ງໄຫລເຂົ້າມາໃນສະ ຫະລັດຂອງ
ພວກເດັກນ້ອຍ ໃນວັນສຸກໜ້ານີ້.
ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ຮຽກຮ້ອງໃຫ້ ບັນດາລັດຖະບານ ອາເມຣິກາກາງ ປະຕິບັດງານເພີ້ມເຕີມ ເພື່ອຫລຸດຜ່ອນການຫລັ່ງໄຫລເຂົ້າມາຢ່າງຫລວງ ຫລາຍຂອງພວກເດັກ
ນ້ອຍ ທີ່ບໍ່ມີຜູ້ປົກຄອງ ທີ່ພະຍາຍາມເດີນທາງເຂົ້າມາໃນ ສະຫະລັດແບບຜິດກົດໝາຍນັ້ນ. ການຫລັ່ງໄຫລຂອງເດັກນ້ອຍຕ່າງດ້າວເຫຼົ່ານີ້ ໄດ້ກໍ່ໃຫ້ເກີດວິກິດທາງການດ້ານເມືອງ ແລະດ້ານຊາຍແດນ ຢູ່ໃນສະຫະລັດ.
ໃນວັນສຸກວານນີ້ ສະຫະລັດ ໄດ້ເນລະເທດຫຼືສົ່ງກັບຄືນຊາວອາເມຣິກາກາງອີກກຸ່ມນຶ່ງຮວມ
ທັງພວກເດັກນ້ອຍ ຈາກລັດ New Mexico ໃນພາກໃຕ້ຂອງສະຫະລັດ.