ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ພົບປະກັບ ປ. ຣັດເຊຍ ທ່ານພູຕິນ ກ່ຽວກັບ ວິກິດການ ໃນ ຊີເຣຍ


ປະທານາທິບໍດີ ສະຫະລັດ ທ່ານ Barack Obama ພົບປະກັບ ປະທານາທິບໍດີ Vladimir Putin ທີ່ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ທີ່ນະຄອນ New York.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ພົບປະກັບ ປະທານາທິບໍດີ Vladimir Putin ທີ່ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ທີ່ນະຄອນ New York.

ໃນ​ລະຫວ່າງ​ການ​ພົບ​ປະກັນ ນຶ່ງ​ຕໍ່​ນຶ່ງ ​ໃນ​ວັນ​ຈັນ​ວານ​ນີ້ ຢູ່​ນອກ
​ກອງ​ປະຊຸມ​ ສະມັດຊາ​ໃຫຍ່ສະຫະ​ປະຊາ​ຊາດ ປະທານາທິບໍດີ
ສະຫະລັດ ທ່ານ Barack Obama ​ແລະ ​ປະທານາທິບໍດີຣັດ
​ເຊຍ ທ່ານ Vladimir Putin ​ໄດ້​ໂອ້ລົມກັນກ່ຽວ​ເລື້ອງຊີ​ເຣຍ
ໂດຍມີຄວາມເຫັນແຕກຕ່າງກັນ ກ່ຽວກັບບົດ​ບາດ ​ຂອງ ປະທາ​
ນາ​ມິ​ບໍດີຊີ​ເຣຍທ່ານ Bashar al-Assad ​ແຕ່​ກໍເຫັນ​ພ້ອມນຳ​
ກັນທີ່ຈະບໍ່ຂວາງທາງ ໃນການປະຕິບັດງານທາງ​ທະຫານຂອງ
ອີກຝ່າຍນຶ່ງ.

​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງທຳນຽບຂາວ​ຄົນ​ນຶ່ງ ​ໄດ້​ກ່າວຫລັງ​ຈາກ
ການ​ພົບ​ປະກັນ​ທີ່ນະຄອນ​ນິວຢ​ອກເປັນເວລາ 90 ນາ​ທີ ​ຂອງ
ຜູ້ນຳທັງສອງ ວ່າ​ “ນີ້​ບໍ່​ແມ່ນ​ສະຖານະ​ການ ​ທີ່​ຜູ້​ໃດ​ຜູ້​ນຶ່ງ​ ຈະ​ຊອກ​ຫາຊ່ອງທາງເພື່ອສ້າງ
​ຄະແນນ​ໃນ​ການ​ພົບ​ປະກັນ. ຂ້າພະ​ເຈົ້າ​ຄິດ​ວ່າ ​ໄດ້​ມີ​ຄວາມ​ປາດ​ຖະໜາຮ່ວມກັນທີ່ຈະ
ຊອກ​ຫາຊ່ອງ​ທາງ​ ໃນອັນ​ທີ່​ພວກ​ເຮົາ​ສາມາດ​ແກ້ໄຂສະຖານະ​ການຢູ່ໃນ​ຊີ​ເຣຍ.”

At UN, Obama, Putin Remain Sharply Divided on Syria, Ukraine
please wait

No media source currently available

0:00 0:02:42 0:00

​ເຈົ້າ​ໜ້າ​ທີ່​ຮ້ອງ​ການພົບປະໃນຄັ້ງນີ້ວ່າ “ເຈາະ​ຈົງ” ​ແລະ “ຄືດັ່ງ​ທຸລະ​ກິດ” ຊຶ່ງເປັນການ​ພົບ
ປະເທຶ່ອທຳ​ອິດ ​ໃນຮອບ​ສອງ​ປີກວ່າໆ ​ແມ່ນໄດ້ສະແດງ​ໃຫ້​ເຫັນ​ຢ່າງ​ຈະແຈ້ງກ່ຽວກັບຈຸດ
ປະສົງ​ຂອງຣັດ​ເຊຍ. ຈຸດປະສົງຂອງພວກເຂົາເຈົ້າແມ່ນ ເພື່ອຕາມລ່າກຸ່ມລັດອິສລາມ ແລະສະໜັບສະໜູນລັດຖະບານ.

ເຈົ້າໜ້າທີ່ກ່າວວ່າ ສະຫະລັດບໍ່ໄດ້ຖືວ່າການເສີມກຳລັງທະຫານຂອງຣັດເຊຍຢູ່ໃນຊີເຣຍ
ເປັນໄປໃນທາງທີ່ສ້າງຄວາມເສຍຫາຍ ເພື່ອໃຫ້ມີຜົນລັບໃນທາງທີ່ດີ ແຕ່ຄວາມເຫັນຂອງ
ລັດຖະບານທ່ານໂອ​ບາ​ມາກ່ຽວກັບເລື້ອງຣັດ​ເຊຍນັ້ນ ຈະ​ຂື້ນ ກັບ​ບົດບາດ​ຂອງ​ເຂົາ​ເຈົ້າ ໃນຂັ້ນຕອນໄປຈະ​ເປັນ​ຢ່າງ​ໃດ.

ເຈົ້າ​ໜ້າ​ທີ່​ໄດ້​ສະ​ເໜີແນະວ່າ ຖ້າ​ຫາກ​ຣັດ​ເຊຍ​ ໃຊ້​ກຳລັງ​ທະຫານ ແຕ່ພຽງຢ່າງ ດຽວສູ້​ລົບ​ກັບກຸ່ມລັດອິສລາມ ​ອາດ​ຈະເປັນການດີຢູ່. ແຕ່ຖ້າ​ຫາກ​ວ່າ​ເຂົາ​ເຈົ້າ​ໃຊ້ ​ກຳລັງ​ເພື່ອສ້າງ
ຄວາມເຂັ້ມແຂງໃຫ້ແກ່ທ່ານ Assad ເພື່ອສູ້​ລົບ​ກັບປະຊາຊົນ​ຂອງ​ທ່ານ​ເອງ ມັນ​ຈະເປັນ​ຜົນໃນທາງ​ລົບ.

ເຈົ້າໜ້າທີ່ກ່າວວ່າ “ຂ້າພະ​ເຈົ້າຄິດ​ວ່າຣັດ​ເຊຍ ​ເຂົ້າ​ໃຈ​ເປັນ​ຢ່າງ​ດີໃນຄວາ​ມສຳ ຄັນຂອງ​ການແກ້​ໄຂ​ບັນຫາ​ການ​ເມືອງ​ໃນ​ຊີ​ເຣຍ ​ແລະ​ມັນມີຂັ້ນຕອນທີ່ກຳລັງດຳເນີນຢູ່ໃນການ
ຊອກ​ຫາທາງແກ້​ໄຂ​ທາງການ​ເມືອ​ງ. ພວກ​ເຮົາ​ມີ​ຄວາມເຫັນ​ແຕກ​ຕ່າງ​ກັນ ກ່ຽວຜົນ​ຂອງ
​ການ​ດຳ​ເນີນຂັ້ນຕອນນັ້ນຈະອອກມາໃນຮູບໃດ” ​ໂດ​ຍສະ​ເພາ​ະ​ຢ່າ​ງຍິ່ງ ໃນເລື້ອງທີ່​ພົວ​
ພັນ​ກັບທ່ານ Assad.

UN Obama Putin
please wait
Embed

No media source currently available

0:00 0:01:58 0:00

XS
SM
MD
LG