ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໂອບາມາ ກຳນົດ ໃຫ້ຕູນີເຊຍ ເປັນ​ພັນທະມິດ ທີ່ສຳຄັນ ຂອງ ສະຫະລັດ ນອກອົງການ NATO


ປະທານາທິບໍດີ ຕູ​ນີ​ເຊຍ ທ່ານ Beji Caid Essebsi.
ປະທານາທິບໍດີ ຕູ​ນີ​ເຊຍ ທ່ານ Beji Caid Essebsi.

ໃນ​ວັນ​ພະຫັດ​ວານ​ນີ້ ປະທານາທິບໍດີ​ສະຫະ​ລັດ ທ່ານບາຣັກ ​
ໂອ​ບາ​ມາ ​ໄດ້​ກຳນົດ​ ໃຫ້​ປະ​ເທດຕູ​ນີ​ເຊຍ ເປັນ​ພັນທະມິດ ທີ່
ສຳຄັນປະເທດນຶ່ງ ນອກອົງການ NATO ຂອງ​ສະຫະລັດ ​ໂດຍ
​ກ່າວ​ຍ້ອງຍໍ ການ​ປະຕິ​ຮູບ​ ໄປ​ສູ່ປະຊາທິປະ​ໄຕ​ຂອງ​ປະ​ເທດ
ດັ່ງກ່າວ ຫຼັງຈາກ​ການ​ລຸກ​ຮືຂຶ້ນຂອງຊາວ​ອາຣັບ ​ໃນລະດູບານ
​ໃໝ່ ​ປີ 2011 ທີ່​ເອີ້ນ​ວ່າ Arab Spring ນັ້ນ.

ປະ​ເທດທີ່ຕັ້ງຢູ່​ໃນ​ເຂດ​ອາ​ຟຣິກາ​ເໜືອດັ່ງກ່າວ ກາຍ​ມາ​ເປັນ
ປະ​ເທດ​ທີ 16 ທີ່​ສະຫະລັດ​ໄດ້ແຕ່ງຕັ້ງໃຫ້ເປັນພັນທະມິດ ເພື່ອ
​ສ້າງ​ຄວາມເຂັ້ມ​ແຂງທາງ​ດ້ານ​ທະຫານ ​ແລະ​ດ້ານ​ການ​ເງິນ
ທີ່​ເຊື່ອມ​ຕໍ່​ກັນ​ລະຫວ່າງ ທັງ​ສອງ​ປະ​ເທດ ​ໃນ​ຂະນະ​ທີ່ບໍ່ມີຂໍ້​ຕົກ
ລົງຮ່ວມ​ກັນ​ ໃນດ້ານ​ການປ້ອງ​ກັນປະ​ເທດ. ນັບ​ຕັ້ງ​ແຕ່ປີ 1989 ​ເປັນຕົ້ນມາ ສະຫະລັດ ​
ໄດ້​ສ້າງຕັ້ງ ພັນທະ​ມິດກັບ​ບັນດາ​ປະ​ເທດຕ່າງໆ ຢູ່​ນອກອົງການ​ນາ​ໂຕ້ ຫຼື North Atlantic
Treaty Organization ທີ່ສ່ວນໃຫຍ່ປະກອບດ້ວຍບັນດາ ປະເທດໃນຢູໂຣບນັ້ນ.

ທ່ານໂອ​ບາ​ມາ ​ໄດ້​ພົບ​ປະ​ກັບ ປະທານາທິບໍດີ ຕູ​ນີ​ເຊຍ ທ່ານ Beji Caid Essebsi ຢູ່​ທີ່​
ທຳນຽບຂາວ. ຜູ້ນຳ​ອາ​ເມຣິກາ ກ່າວ​ວ່າ ທ່ານ​ເພິ່ງພໍ​ໃຈ ທີ່​ໄດ້​ຍິນ​ເຖິງ ການ​ປ່ຽນ​ແປງທາງ​
ການ​ເມືອງ​ ໄປສູ່ປະຊາ ທິປະ​ໄຕ ຂອງຕູ​ນີ​ເຊຍ. ທ່ານ Essebsi ​ແມ່ນ​ຜູ້ນຳ​ຄົນ​ທຳ​ອິດ​ ທີ່​
ຖືກ​ເລືອກ​ຕັ້ງ​ ​ແບບ​ປະຊາ​ທິປະ​ໄຕ ໃນໄລຍະ 60 ປີ​ ຂອງ​ປະຫວັດສາດ ທີ່​ຕູ​ນີ​ເຊຍເປັນ
ເອກ​ະລາດ.

ຜູ້ນຳ​ອາ​ເມຣິກາໃຫ້ຄຳໝັ້ນສັນຍາ​ວ່າ ສະຫະລັດ​ຈະ​ໃຫ້ການ​ຊ່ອຍ​ເຫຼືອ ​ໄລຍະ​ສັ້ນ ສຳຫລັບ ​
ຕູ​ນີ​ເຊຍ ​ເພື່ອໃຫ້​ຕູ​ນີ​ເຊຍ​ສຳ​ເລັດ​ປະຕິ​ຮູ​ບ​ເສດຖະ ກິດຂອງ​ຕົນ ​ແລະ ຮັບ​ມື​ກັບບັນຫາ​
ຄົນ​ຫວ່າງ​ງານ.

ປະທານາທິບໍດີ Essebsi ກ່າວ​ຕໍ່ ​ທ່ານໂອ​ບາ​ມາ ວ່າ ການຫັນ​ປ່ຽນ​ ຂອງ​ຕູ​ນີ​ເຊຍນີ້ ແມ່ນ​
ຍັງ​ສືບຕໍ່ໄດ້ຮັບການ​ຂົ່ມຂູ່ ​ຈາກກຸ່ມ​ກໍ່​ການ​ຮ້າຍຕ່າງໆ.

US Tunisia
please wait
Embed

No media source currently available

0:00 0:01:00 0:00

XS
SM
MD
LG