ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ຕ້ອນຮັບ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານອາເບ ທີ່ທຳນຽບຂາວ


ປະທານາທິບໍດີ Barack Obama ແລະນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe.
ປະທານາທິບໍດີ Barack Obama ແລະນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe.

ປະ​ທາ​ນາ​ທິບໍດີ Barack Obama ຕ້ອນຮັບ ນາຍົກລັດຖະມົນ
ຕຍີ່ປຸ່ນ ທ່ານ Shinzo Abe ທີ່​ນຳ​ນຽບຂາວ ​ໃນ​ວັນ​ອັງຄານ​ມື້​ນີ້
​ໃນ​ການ​ຢ້ຽມຢາມ​ຢ່າ​ງ​ເປັນ​ທາງ​ການ ທີ່​ຄາດ​ວ່າຈະ​ເນັ້ນ​ໜັກ​ໃສ່
ການ​ຂະຫຍາຍການຮ່ວມມືໃນດ້ານ​ປ້ອງ​ກັນ​ປະ​ເທດ​ແລະຄວາມ
ສຳພັນ​ດ້ານເສດຖະກິດ.

ກ່ອນ​ໜ້າການມາ​ຢ້ຽ​ມຢາ​ມ ທ່ານ​ Abe ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​
ສູງ​ອື່ນໆ​ ຂອງຍີ່ປຸ່ນ ໄດ້ພົບ​ກັບ​ຄູ່​ຕຳ​ແໜ່ງ ຝ່າຍສະຫະລັດ ​ທີ່ນະ
ຄອນ​ນິວຢອກ ​ໃນ​ວັນ​ຈັນ​ວານ​ນີ້ ​ແລະ​ໄດ້ຕົກລົງທີ່ຈະເສີມຂະ
ຫຍາຍ ​ການເປັນພັນ​ທະ​ມິດໃນດ້ານ​ປ້ອງ​ກັນ​ປະ​ເທດໃຫ້ແໜ້ນ
ແຟ້ນຂຶ້ນກວ່າເກົ່າ ຊຶ່ງເປັນການ​ເຄື່ອນ​ໄຫວ​ ທີ່ມີການເບິ່ງກັນ​ຢ່າງ​
ກວ້າ​ງຂວາງ​ວ່າ ​ເປັນ​ການ​ຕອບໂຕ້​ຕໍ່​ຈີນ ທີ່​ກຳລັງ​ມີອຳນາດເພີ້ມຂຶ້ນນັ້ນ.

ການ​ດັດ​ແປງ​ນະໂຍບາຍໄດ້​ຊ່ວຍ​ໃຫ້​ຍີ່ປຸ່ນ ມີບົດບາດຫລາຍຂຶ້ນຢູ່ໃນບັນຫາ​ຂັດ​ແຍ້​ງ
ຂອງ​ນາໆ​ຊາດ ໂດຍອະນຸຍາດໃຫ້​ໂຕ​ກຽວ ​ເຂົ້າ​ໄປຊ່ວຍ​ປ້ອງ​ກັນປະເທດ​ທີ​ສາມ ແລະ
​ເພີ້​ມຄວາມເຂັ້ມແຂງໃຫ້ແກ່ບົດບາດ​ຂອງ​ຕົນໃນໂຄງການປ້ອງ​ກັນ​ລູກ​ ສອນ​ໄຟ ການ
ກວດ​ທຸ່ນລະ​ເບີດ ​ແລະການ​ກວດຄົ້ນກຳ​ປັ່ນ.

​ນີ້​ເປັນ​ເທື່ອ​ທຳ​ອິດ​ໃນ​ຮອບ 18 ປີ ທີ່ສະຫະລັດ ​ແລະ ຍີ່​ປຸ່ນ​ໄດ້​ດັດ​ແປງ​ແກ້ໄຂ ນະໂຍບາຍ
ດ້ານປ້ອງກັນ​ປະ​ເທດ​ຂອງ​ຕົນ. ການ​ເຄື່ອນ​ໄຫວ​ດັ່ງກ່າວມີຂຶ້ນລຸນຫຼັງ​ ການ​ຕັດສິນ​ໃຈ​ຂອງ
ຍີ່ປຸ່ນໃນປີ​ກາຍ​ນີ້ ໃນການຕີ​ຄວາມ​ໝາຍ​ຄືນ​ໃໝ່​ກ່ຽວ​ກັບລັດ ຖະທຳ​ມະນູນທີ່ຮັກສັນຕິ​ຂອງ
ຕົນ ​ໂດຍ​ອະນຸຍາດ​ໃຫ້ຍີ່ປຸ່ນເຂົ້າຮ່ວມ​ການ​ເປັນພັນ ທະມິດເພື່ອປ້ອງ​ກັນ​ປະເທດຮ່ວມກັນ.

ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ກ່າວ​ທີ່​ກອງ​ປະຊຸມ​ນັກ​ຂ່າວ​ວ່າ
“ມື້​ນີ້ ​ເຮົາ​ວາງ​ຂີດ​ໝາຍ ໃນການ​ສ້າງ​ຕັ້ງສະມັດ​ຖະພາບ​ຂອງຍີ່ປຸ່ນ​ ​ເພື່ອ​ປ້ອງ​ກັນ​ບໍ່​ພຽງ​
ແຕ່ດິນ​ແດນ​ຕົນ​ເອງ ​ແຕ່ຍັງປ້ອງ​ກັນສະຫະລັດ ແລະ​ບັນດາ​ປະເທດພາຄີ​ອື່ນໆ ຕາມທີ່​ມີ​
ຄວາມຈຳເປັນ.”

ທ່ານ Kerry ຍັງ​ໄດ້​ໃຫ້ການ​ຄໍ້າປະກັນ​ຄັ້ງໃໝ່​ອີກວ່າ ບັນດາ​ໝູ່​ເກາະ​ທີ່​ອ້າງ​ເອົາ​ກຳມະສິດ
​ທັງ​ຈາກ​ປະ​ເທດຈີນ ​ແລະ ຍີ່ປຸ່ນນັ້ນ ແມ່ນນອນຢູ່ໃນຂອບເຂດສົນທິ ສັນຍາປ້ອງ​ກັນປະ
ເທດ​ຮ່ວມກັນ ຊຶ່ງໝາຍ​ຄວາ​ມວ່າ ວໍ​ຊິງ​ຕັນ ມີ​ພັນທະຕ້ອງໃຫ້ການ​ຊ່ວຍ​ເຫລືອແກ່​ໂຕ​ກຽວ
ໃນ​ກໍລະນີ​ທີ່​ບັນດາໝູ່​ເກາະດັ່ງກ່າວ​ຖືກ​ໂຈມ​ຕີ.

US Japam Abe
please wait
Embed

No media source currently available

0:00 0:01:24 0:00

XS
SM
MD
LG