ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ກ່າວຖະແຫລງວ່າ 'ພວກ​ເຮົາ​ບໍ່​ໄດ້ ​​ເຮັດສົງຄາມ​ກັບ​ອິສລາມ'


Obama: We Are Not at War with Islam
please wait

No media source currently available

0:00 0:02:27 0:00

ເບິ່ງວີດີໂອ ລາຍງານເລື່ອງນີ້

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້ຮຽກຮ້ອງ​
ໃຫ້ບັນດາຜູ້ນຳສັງຄົມພົ​ນລະ​ເຮືອນ ​ແລະ​ສາສະໜາ ​ໃນທົ່ວ​ໂລກ
​ໃຫ້​ມີຄວາມສາມັກຄີກັນເພື່ອ​ຕໍ່ສູ້​ຕ້ານ “ຄຳ​ໝັ້ນສັນຍາ​ທີ່ບໍ່​ຈິງ​
ຂອງ​ພວກ​ຫົວ​ຮຸນ​ແຮງ​ຈັດ”
​ແລະ​ໃຫ້​ປະຕິ​ເສດ​ຕໍ່ແນວ​ຄິດທີ່​ວ່າ
ກຸ່ມ​ “ການ​ກໍ່​ການ​ຮ້າຍ” ຕ່າງໆນັ້ນ ​ເປັນ​ຕົວ​ແທນ​ຂອງ​ສາສະໜາ
ອິສລາມ.

ທ່ານ​ໂອ​ບາ​ມາ​ກ່າວ​ ​ໃນ​ວັນ​ພຸດ​ວານ​ນີ້ ​ຢູ່​ທີ່ກອງ​ປະຊຸມ​ກ່ຽວ​ກັບ
ການ​ຕໍ່ສູ້ຕ້ານ​ພວກຫົວຮຸນ​ແຮງຈັດໃນ​ວໍ​ຊິງ​ຕັນ ວ່າ “ພວກ​ເຂົາ​
ພະຍາຍາມ​ວາດພາບຕົນເອງ​ວ່າ​ ເປັນ​ຜູ້ນຳ​ທາງ​ສາສະໜາ
​ເປັນ​ນັກ​ຕໍ່ສູ້​ເຮັດສົງ ຄາມ​ສັກສິດ ແຕ່ພວກ​ເຂົາ​ບໍ່​ແມ່ນ​ພວກ​ຜູ້ນຳ​ທາງ​ສາສະໜາ ພວກ​ເຂົາ​ເປັນຜູ້​ກໍ່​ການ​ຮ້າຍ. ພວກ​ເຮົາ​ບໍ່​ໄດ້ເຮັດສົງຄາມ​ກັບ​ອິສລາມ. ພວກ​ເຮົາ​ພວມເຮັດ​ສົງຄາມ​ກັບ ພວກ​ຄົນ​ຜູ້​ທີ່ໄດ້​ບິດ​ເບືອນ​ອິສລາມ.”

ທ່ານ​ໂອ​ບາ​ມາ ກ່າວ​ຕໍ່​ຄະນະ​ຜູ້​ແທນ ຢູ່​ທີ່​ກອງ​ປະຊຸມ​ເປັນເວລາສາມ​ມື້ ວ່າ ການ​ຕໍ່ສູ້ຕ້ານ​ພວກຫົວຮຸນ​ແຮງຈັດ ອາດ​ບໍ່​ສາມາດ​ເອົາ​ຊະນະໄດ້​ ດ້ວຍແສນ​ຍານຸພາບ​ທາງ​ທະຫານ​ພຽງ​ຢ່າງ​ດຽວ​ເທົ່ານັ້ນ​.

ທ່ານ​ຍັງ​ໄດ້ຂໍ​ຮ້ອງ​ໂດຍ​ກົງ​ຕໍ່​ຊາວ​ມຸສລິ​ມຄົນສຳຄັນໆ ​ໃຫ້ດຳເນີນການ ເພີ້ມຕື່ມ ເພື່ອແຍກ​ໂຕອອກ​ຫ່າງ​ ຈາກຈາກແນວຄິດ​ໃດໆທີ່ໂຫດຮ້າຍ. ທ່ານ​ກ່າວ​ວ່າ ໝົດ​ທຸກ​ຄົນ ມີໜ້າ​ທີ່ໃຫ້
“​ເວົ້າອອກ​ມາ​ຢ່າງ​ຈະ​ແຈ້ງ” ​ ໃນ​ການ​ຄັດຄ້ານ ການກໍ່​ຄວາມຮຸນ​ແຮງ​ຕໍ່​ພວກ​ຄົນ​ທີ່​ບໍລິສຸດ.

ທ່ານ​ໂອ​ບາ​ມາ​ເວົ້າອີກວ່າ “ບັນດາ​ຜູ້ນຳ​ມຸສລິ​ມ ຕ້ອງ​ໄດ້ດຳເນີນການ ຫຼາຍໄປ ກວ່ານີ້​
ບໍ່​ພຽງແຕ່​ເຮັດ​ໃຫ້​ ບໍ່​ມີ​ຄວາມ​ເຊື່ອ​ຖືຕໍ່ແນວ​ຄິດ​ທີ່ວ່າ​ ປະ​ເທດ​ຂອງ​ພວກ​ເຮົາ ພະຍາ
ຍາມ​ທີ່​ຈະປາບ​ປາມອິສລາມ.”

​ກອງ​ປະຊຸມ​ສຸດ​ຍອດ ມີ​ຂຶ້ນຂະນະທີ່ ສະຫະລັດ ​ແລະ ບັນດາ​ພັນທະ​ມິດ​ຂອງ​ຕົນ ກຳລັງ​ພະຍາຍາມ​ຮັບ​ມື​ກັບ ກຸ່ມ​ຫົວ​ຮຸນ​ແຮງ​ຈັດ​ລັດ​ອິສລາມ​ທີ່​ກຳລັງ​ຂະຫຍາ​ຍຕົວຢ່າງ​ວ່ອງ​ໄວ ​ແລະການນອງເລືອດເພີ້ມ ຂຶ້ນຢູ່​ໃນ​ອີຣັກ ​ແລະ​ຊີ​ເຣຍ ພ້ອມ​ກັນ​ກັບ ການ​ໂຈມ​ຕີຫຼາຍໆ​ບັ້ນ
​ໃນ​ອອສ​ເຕຣ​ເລຍ ກາ​ນາ​ດາ ​ຝຣັ່ງ ​ແລະ ​ເດັນ​ມາກ​ອີກ​ດ້ວຍ.

US EXTREMISM VIDEO
please wait
Embed

No media source currently available

0:00 0:02:30 0:00

U.S. President Barack Obama urged civic and religious leaders around the world to unite in the fight against the "false promises of extremism" and reject the notion that "terrorist" groups represent Islam.

"They try to portray themselves as religious leaders, holy warriors," Mr. Obama said Wednesday at a Washington conference on countering violent radicalism. "They are not religious leaders, they are terrorists. We are not at war with Islam.We are at war with people who have perverted Islam."

Mr. Obama told delegates at the three-day conference that the fight against extremism could not be won with military might alone.

He also appealed directly to prominent Muslims to do more to distance themselves from brutal ideologies. He said all individuals have a duty to "speak up very clearly'' in opposition to violence against innocent people.

"Muslim leaders need to do more than discredit the notion that our nations are determined to suppress Islam,'' Obama said.

The summit comes as the United States and its allies are struggling with the rapid, bloody rise of the extremist group Islamic State in Iraq and Syria, and recent terrorist attacks in Australia, Canada, France, and Denmark.

XS
SM
MD
LG