ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ໂອບາມາ ຈັດກອງປະຊຸມຫາລື ເລື້ອງລັດທິຫົວຮຸນແຮງຈັດ ໃນອາເມຣິກາ


Obama Summit Targets American Extremism
please wait

No media source currently available

0:00 0:02:29 0:00

ເບິ່ງວີດີໂອ ກ່ຽບກັບລາຍງານນີ້.

ໃນ​ວັນ​ພຸດ​ມື້​ອື່ນ​ນີ້ ປະທາ​ນາ​ທິບໍດີ Barack Obama ຈະ​ເປັນ
​ເຈົ້າພາບ ​ກອງ​ປະຊຸມ​ສຸດ​ຍອດບັ້ນ​ໜຶ່ງ​ທີ່ຈະ​ນຳ​ເອົາ ຕຳຫລວດ
ຜູ້ນຳ​ດ້ານ​ສາສະໜາແລະ​ຄົນ​ອື່ນໆ​ອີກ ມາ​ສົນທະນາ​ຫາລື​ກັນ
ກ່ຽວ​ກັບ​ວ່າ ຈະ​ຮັບ​ມື​ກັນແນວ​ໃດ ກັບລັດທິ​ຫົວ​ຮຸນ​ແຮງຈັດ​ຢູ່​ໃນ
​ບັນດາຄຸ້ມໃນ​ຫົວເມືອງ​ຕ່າງໆ​ຂອງ​ອາ​ເມຣິກາ​ນັ້ນ. ກອງ​ປະຊຸມ
ທີ່​ຊື່ວ່າ Summit on Countering Violent Extremism ​
ແມ່ນແນ​ໃສ່ເພື່ອ​ພິຈາລະນາ​ເບິ່ງ​ການ​ດຳ​ເນີນ​ຄວາມ​ພະຍາຍາມ
ຢູ່​ພາຍ​ໃນ​ປະ​ເທດແລະ​ຕ່າງປະເທດ ​ເພື່ອ​ຫາ​ທາງ​ປ້ອງ​ກັນ​ບໍ່​ໃຫ້
​ພວກ​ນິຍົມ​ລັດທິຫົວ​ຮຸນ​ແຮງ​ຈັດ ຊອກ​ເກນ​ເອົາ​ຊາວ​ໜຸ່ມ​ຢູ່​ໃນ​ອາ​
ເມຣິກາ​ແລະ​ແຫ່ງ​ອື່ນໆ ​ໄປ​ເຂົ້າ​ຮ່ວມກັບພວກ​ເຂົາ. ຜູ້​ສື່​ຂ່າວ​ວີ​ໂອ
​ເອ ປະຈຳ​ທຳນຽບຂາວ Luis Ramirez ມີ​ລາຍ​ລະອຽດ ຊຶ່ງ​ດາຣາ
ຈະ​ນຳ​ມາສະ​ເໜີ​ທ່ານ.

ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ ທີ່​ນະຄອນຫລວງປາຣີ ​ຂອງປະເທດຝຣັ່ງ ເມື່ອ​ເດືອນ
ມັງກອນ​ຜ່ານ​ມາ ​ໄດ້ສ້າງ​ຄວາມ​ກັງວົນ​ໃຫ້​ທ່ານ​ໂອ​ບາ​ມາ ​ຫລາຍ​ພໍ​ສົມຄວນ ຈົນ​ທ່ານ​ຕ້ອງ
ໄດ້​ຮຽກກອງ​ປະ​ຊຸມ ທີ່​ໄດ້​ຖືກ​ເລື່ອນ​ເວລາ ​ມາດົນ​ນານ​ແລ້ວ​ນັ້ນຂຶ້ນ. ​ຈຸດປະສົງ​ກໍ​ແມ່ນເພື່ອ
ຊອກ​ຫາ​ສາ​ເຫດ​ຕົ້ນ​ຕໍ່ຂອງລັດທິ​ຫົວ​ຮຸນ​ແຮງ​ຈັດ ​ແລະ​ຫາ​ວິທີ​ທາງ​ຢຸດພວກ​ຊາວ​ໜຸ່ມ ຢູ່​ໃນ
ອາ​ເມຣິກາແລະ​ແຫ່ງ​ອື່ນໆ ບໍ່​ໃຫ້​ເຂົ້າ​ຮ່ວມ​ກັບ​ພວກ​ກຸ່ມ​ກໍ່​ການ​ຮ້າຍ ​ເຊັ່ນ​ກຸ່ມ​ລັດ​ອິສລາມ Islamic State ຫລື IS.

​ໃນ​ຄຳ​ຖະ​ແຫລ​ງປະນາມ​ລັດທິ​ຫົວ​ຮຸນ​ແຮງ​ຈັດ ຫລາຍໆ​ຄັ້ງ​ເມື່ອ​ໄວໆ​ມາ​ນີ້ ທ່າ​ນ​ໂອ​ບາ​ມາ
ໄດ້​ລະມັດລະວັງ ທີ່​ຈະ​ບໍ່​ເອີ່ຍ​ຊື່​ສາສະໜາ​ອິສລາມ​ອອກ​ມາ ​ແຕ່​ໄດ້​ເອີ່ຍ​ເຖິງ​ການ​ບໍ່​ຍອມຮັບ
ຊຶ່ງ​ກັນ​ແລະ​ກັນ​ໃນ​ດ້ານສາສະໜາ​ໂດຍ​ທົ່ວ​ໄປ ວ່າ​ເປັນ​ໂຕ​ການ​ ຫລື​ສາ​ເຫດ.

ປະທານາທິບໍດີ ​ໂອ​ບາ​ມາ ກ່າວ​ວ່າ “ໜຶ່ງ​ໃນ​ບັນດາ​ວິທີ​ແກ້​ໄຂ​ທີ່​ດີທີ່​ສຸດ ຕໍ່​ພວກ
ອຸດົມການທີ່​ເຕັມ​ໄປ​ດ້ວຍ​ຄວາມ​ກຽດ​ຊັງ​ກັນ ທີ່​ພະຍາຍາມ​ຈະ​ເກນ​ເອົາ​ຜູ້​ຄົນ
ແລະຫັນປ່ຽນ​ຜູ້​ຄົນ​ໃຫ້​ເປັນ​ພວກ​ຫົວ​ຮຸນ​ແຮງ​ຈັດ ທີ່​ນິຍົມການ​ກໍ່ຄວາມ​ຮຸນ​ແຮ​ງ
ນັ້ນ ກໍ​ຄື​ຕົວຢ່າງ​ຂອງ​ສັງຄົມທີ່​ມີ​ຄວາມ​ຫລາກ​ຫລາຍ​ຊົນ​ຊາດ ​ແລະ​ຍອມຮັບ​
ຊຶ່ງ​ກັນ​ແລະ​ກັນ ​ຂອງ​ພວກ​ເຮົາ​ເອງ ທີ່​ຍິນ​ດີ​ຮັບ​ເອົາ​ການ​ປະກອບສ່ວນ​ຂອງ
ຜູ້​ຄົນ​ທັງ​ໝົດ ​ໂຮມ​ທັງ​ປະຊາຊົນ ຈາກ​ທຸກໆ​ສາສະໜາ.”

ບາງ​ເທື່ອ ມັນ​ກໍ​ແມ່ນ​ຢູ່ໃນ​ບັນດາຄຸ້ມຕ່າງໆ ທີ່​ທຸກ​ຍາກ​ແລະເຕັມ​ໄປ​ດ້ວຍ​ພວກ​ແກ໊ງອັນທະ
ພານ​ຂອງ​ອາ​ເມຣິກາ​ເອງ ທີ່​ວິ​ໄສ​ທັດ​ອັນ​ນີ້ ຕົກ​ຢູ່​ໃນ​ອັນຕະລາຍ.

ຮູບ​ເງົາ​ວີ​ດີ​ໂອ​ເລື້ອງ​ໜຶ່ງ ທີ່​ຫ້ອງການ​ສືບສວນ​ກາງ​ສະຫະລັດ ຫລື FBI ນຳ​ອອກ​ເຜີຍ​ແຜ່
ທາງ YouTube ທີ່​ສະ​ແດງ​ໃຫ້​ເຫັນ​ນັກ​ລົບ​ຄົນ​ໜຶ່ງ​ຂອງ​ກຸ່ມ​ລັດອິສລາມ ປາກ​ພາສາ​ອັງກິດ
ສຳນຽງອາ​ເມຣິກັນ ​ໄດ້​ພາ​ໃຫ້ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ມີ​ຄວາມ​ເປັນຫ່ວງ​ເພີ້​ມຂຶ້ນວ່າ
ພວກ​ຊາວ​ໜຸ່ມອາ​ເມ​ຣິກັນທີ່ມີ​ຊີວິດລຳບາກ​ນັ້ນ ອາດ​ສາມາດ​ຖືກ​ເກນ​ໄປ​ໄດ້ ໂດຍງ່າຍ​.

ການ​ດຳ​ເນີນ​ຄວາມ​ພະຍາ​ຍາມ​ເພື່ອ​ປາບ​ພວກ​ແກ໊ງ ​ແລະ​ຍື່ນ​ມື​ໄປ​ຊ່ວຍເຫລື​ອປະຊາຊົນ​
ໃນ​ທ້ອງ​ຖິ່ນ ​ໂດ​ຍໜ່ວຍ​ງານ​ຕ່າງໆ ​ເຊັ່ນກົມ​ຕຳຫລວດ​ນະ​ຄອນ ລອສ ​ແອນ​ຈີ​ແລ​ສ ​ແມ່ນ
ເປັນ​ໂຕ​ແບບ​ຫລື​ແບບຢ່າງ ຂອງ​ວິ​ທີ​ຢຸດ​ຢັ້ງ​ພວກ​ຊາວ​ໜຸ່ມ​ອາ​ເມຣິກັນ ບໍ່​ໃຫ້​ຫັນ​ໄປ​ນິຍົມ
ລັດທິ​ຫົວຮຸນ​ແຮງ ​ແລະ​ຕຳຫລວດຈາກ​ນະ​ຄອນ ລອສ ​ແອນ​ຈີ​ແລ​ສ ພ້ອມ​ທັງ​ຈາກເຂດ​ຫົວ
ເມືອງ​ອື່ນໆ​ນຳ ກໍ​ຈະ​ເຂົ້າ​ຮ່ວມກອງ​ປະຊຸມ​ສົນທະນາ​ຫາລື​ໃນ​ຄັ້ງ​ນີ້​ນຳ.

ທ່ານ Josh Earnest ​ໂຄສົກ​ທຳນຽບຂາວ ​ເວົ້າ​ວ່າ “ມີ​ຫລາຍໆ​ຊຸມ​ຊົນ​ໃນ​ປະ​ເທດ​ນີ້
ບ່ອນ​ທີ່​ບັນດາ​ເຈົ້າ​ໜ້າ​ທີ່​ປະຕິບັດ​ກົດໝາຍ ​ໄດ້​ທຳ​ງານ​ຢ່າງ​ສຳ​ເລັດ​ຜົນ ຮ່ວມ​ກັບ​
ບັນດາ​ຜູ້ນຳ​ຊຸ​ມຊົນ ຊຶ່ງ​ຫລາຍໆ​ຄົນ​ກໍ​ມາ​ຈາກ​ຊຸມ​ຊົນ​ຊາວ​ມຸສລິ​ມນຳນັ້ນ ​ເພື່ອ​ຕ້ານ​
ຢັນ​ຄວາມ​ພະຍາຍາມ​ທີ່​ຈະ​ຫັນປ່ຽນ​ພວກ​ຊາວ​ໜຸ່ມທີ່​ທຸກຈົນ ​ໃຫ້​ຫັນ​ໄປນິຍົມ​ລັດທິ​
ຫົວ​ຮຸນ​ແຮງ. ສະ​ນັ້ນ ກອງ​ປະຊຸມ​ຄັ້ງ​ນີ້​ກໍ​ແມ່ນ​ຈະ​ເປັນ​ໂອກາດ ​ເປັນ​ເວທີ ບ່ອນ​ທີ່​
ທ່ານ​ປະທານາທິບໍດີຈະ​ສາມາດ​ສົນທະນາ ​ເລື້ອງການ​ດຳ​ເນີນຄວາມ​ພະຍາຍາມ
​ເຫລົ່າ​ນັ້ນ ກັບ​ພວກ​ຜູ້ນຳ​ຊຸມ​ຊົນ ​ແລະ​ພວກ​ເຈົ້າ​ໜ້າ​ທີ່​ຮັກສາກົດໝາຍ​ຈາກ​ທົ່ວ​ປະ
​ເທດ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ແບ່ງປັນ​ວິທີ​ການ​ປະຕິບັດທີ່ດີ​ທີ່​ສຸດ​ຂອງ​ເຂົາ​ເຈົ້າ ກັບ​ບັນ​ດາ​
ຜູ້ນຳ​ຈາ​ກຊຸມ​ຊົນ​ອື່ນໆ.”

​ແຕ່​ພວກ​ວິຈານ​ກ່າວ​ວ່າ ຫົວ​ຂໍ້​ຂອງ​ກອງ​ປະຊຸມແມ່ນກວມ​ກ້ວາງໂພດ​ ແລະ​ບັນຫາ​ກໍ​ແມ່ນ
​ສະ​ລັບ​ຊັບຊ້ອນ​ຫລາຍ ຈົນ​ມັນ​ຄົງ​ຈະ​ເປັນ​ການ​ຍາກ ທີ່​ຈະ​ຄິດ​ຫາ​ໂຄງການ​ໃດໆ​ທີ່​ໄດ້ຜົນ
​ຂຶ້ນ​ມາ​ໄດ້ ​ເພື່ອ​ຮັບ​ມື​ກັບສາ​ເຫດ​ຕົ້ນຕໍ​ຂອງລັດທິ​ຫົວ​ຮຸນ​ແຮງ​ຈັດ​ນັ້ນ.

ທ່ານ Philip Lohaus ນັກວິ​ເຄາະ​ເລື້ອງ​ຄວາມ​ໝັ້ນຄົງຂອງ​ສະ​ຖາ​ບັນ ວິ​ສາ​ຫະກິດ​ອາ​ເມ
ຣິກັນ ຫລື American Enterprise Institute ກ່າວ​ວ່າ ການ​ສົນທະ​ນາ​ຫາລືກ່ຽວກັບ​ລັດທິ
ຫົວ​ຮຸນ​ແຮງ​ຈັດ​ຂອງ​ສາສະໜາ​ອິສລາມ​ນັ້ນ ​ໃນ​ບັ້ນ​ສຸດ​ທ້າ​ຍ​ແລ້ວ ກໍ​ແມ່ນ​ມີ​ຄວາມ​ຈຳ​ເປັນ.

ທ່ານ Lohaus ກ່າວ​ວ່າ “ມັນ​ເປັນ​ສິ່ງ​ສຳຄັນ​ທີ່​ຈະ​ຕ້ອງ​ເພ່ງ​ເລັງ​ໃສ່ຈຸດ​ໃດ​ຈຸດ​ໜຶ່ງ ​
ເປັນ​ການສະ​ເພາະ​ໃນ​ກອງ​ປະຊຸມ​ນີ້. ຂ້າພະ​ເຈົ້າ​ເຫັນ​ພ້ອມ​ນຳ​ ທີ່​ວ່າ​ເຂົາ​ເຈົ້າ​ຈຳ
​ເປັນ​ຕ້ອງ​ເຮັດໃຫ້​ແນ່​ໃຈ​ວ່າ ​ເຂົາ​ເຈົ້າ​ຈະ​ເພ່ງ​ເລັງ​ໂດຍ​ສະ​ເພາະ ​ໃສ່​ພວກ​ກົນ​ໃກ
​ແລະເຫດຜົນທີ່​ວ່າ ​ເປັນ​ຫຍັງ​ຜູ້ຄົນ​ຈຶ່ງ​ເຂົ້າ​ໄປ​ພົວພັນ​ນຳລັດທິ​ຫົວ​ຮຸນ​ແຮງ​ຈັດ​ຂອງ
ສາສະໜາ​ອິສລາມ ​ແທນ​ທີ່​ຈະ​ເປັນ​ລັດທິ​ຫົວ​ຮຸນ​ແຮງຈັດ​ໂດຍ​ທົ່ວ​ໄປ ​ແຕ່​ຂ້າພະ​
ເຈົ້າ​ກໍ​ຄິດ​ວ່າ ມັນ​ເປັນ​ບາດກ້າວ​ທຳ​ອິດທີ່​ດີ ​ແລະ​ບາງ​ທີ່​ໃນ​ເວລາ​ຕໍ່​ໄປ ກໍ​ອາດສາ
ມາດ​ມີການ​ສົນທະນາ​ຫາລື​ກັນ​ ຕິດຕາມ​ມາ​ອີກ ທີ່​ແນ​ໃສ່​ຫລາຍ​ຂຶ້ນ ບັນຫາລັດທິ
​ຫົວ​ຮຸນ​ແຮງ​ຈັດຂອງ​ສາສະ​ໜາ​ອິສລາມ​ນັ້ນ ໂດຍ​ສະ​ເພາະ.”

ກອງ​ປະຊຸມ​ສຸດ​ຍອດ​ທີ່​ວ່າ​ນີ້ ຈະ​ເປັນກ​ອງ​ປະຊຸມ​ທຳນອງ​ນີ້​ເທື່ອ​ທຳ​ອິດ ​ແລະ​ບາ​ງທີ ກໍ​ອາດ
ຈະ​ເປັນ​ຈຸດ​ເລີ້ມ​ຕົ້ນ​ຂອງ​ການ​ສົນທະນາ​ທີ່​ສຳຄັນ​ບັ້ນ​ໜຶ່ງ.

XS
SM
MD
LG