ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຊິກ ສະພາສູງ Joni Ernst ຕອບໂຕ້ ຄຳ​ປາໄສ ຕໍ່ປະ​ເທດ​ຊາດ ຂອງ ປ. ໂອບາມາ


ທ່ານນາງ Joni Ernst ສະມາຊິກສະພາສູງ ກ່າວຕອບ ຄຳປາໄສ ຕໍ່ປະເທດຊາດ ຂອງ ປະທານາທິບໍດີ Barack Obama.
ທ່ານນາງ Joni Ernst ສະມາຊິກສະພາສູງ ກ່າວຕອບ ຄຳປາໄສ ຕໍ່ປະເທດຊາດ ຂອງ ປະທານາທິບໍດີ Barack Obama.

ສະມາຊິກ​ສະພາ​ສູງສັງກັດພັກຣີພັບບລີກັນ ທ່າ​ນນາງ Joni
Ernst ກ່າວວ່າລັດຖະສະພາຊຸດໃໝ່ ທີ່​ພັກ​ຂອງ​ທ່າ​ນາ​ງຄວບ
​ຄຸມນັ້ນຈະທຳການເພັ່ງເລັງຄືນໃໝ່ໃນການແກ້ໄຂຄວາມ​ເປັນ​
ຫ່ວງ​ຂອງປະຊາຊົນ​ອາ​ເມຣິກັ ດ້ວຍ​ການ​ລິ​ເລີ້ມ​ເປົ້າ​ໝາຍ​ໃສ່​
ການ​ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ​ລົກເລີກ​ກົດໝາຍ​ປະກັນ​ໄພ​
ສຸຂະ​ພາບລາຄາຖືກ ທີ່ເປັນລາຍເຊັນ​ ຂອງປະທາ​ນາ​ທິບໍດີ
Obama ນັ້ນ.

​ໃນ​ການ​ຖະແຫຼງຕອບ​ທີ່ເປັນ​ປະ​ເພນີ ຕໍ່​ປາໃສຕໍ່ສະພາ ​ແລະປະ​ເທດ​ຊາດຂອງ​ປະທານາ
ທິບໍດີ ​ໃນ​ຄືນ​ວັນ​ອັງຄານ​ວານ​ນີ້ທ່ານ​ນາງ Ernst ກ່າວ​ວ່າ ສະພາ ​ໄດ້​ປະຕິບັດ​ງານມາ​
ຫລາຍ​ປີ​ດ້ວຍ “ການ​ເຫັນ​ດີ​ແລ້ວ” ທີ່​ໄດ້​ສ້າງ “ຈຸດ​ສຳຄັນ​ໃນການຖະແຫຼງທາງການ​ເມືອງ
ທີ່​ບໍ່​ເ​ປັນ​ການ​ແກ້​ໄຂຢ່າງ​ແທ້​ຈິງ.”

US SOTU CONGRESSIONAL REAX CNPK
please wait

No media source currently available

0:00 0:02:58 0:00

ທ່ານ​ນາງ ​ໄດ້​ຢຳ້ຄືນ​ເຖິງ ຄວາມ​ປາດ​ຖະໜາ​ຂອງ ພັກຣີພັບ​ບລິ​ກັນ ທີ່​ຈະ​ຕັດ​ການໃຊ້
ຈ່າຍຂອງລັດຖະບານ​ກາງລົງ ​ແລະ​ສ້າງຄວາມກໍ້າ​ເກິ່ງ​ໃຫ້ງົບປະມານແຫ່ງ​ຊາດ ​ໃນ​ຂະນະ​
ທີ່​ຍັງ​ຂະຫຍາຍການພົວພັນທາງ​ເສດຖະກິດຂອງສະຫະລັດ ກັບ​ໂລກ.

ທ່ານ​ນາງ Joni Ernst ກ່າວ​ວ່າ “ມາພາກັນ​ທັບ​ມ້າງ​ສິ່ງ​ກີດ​ຂວາງ​ການ​ຄ້າ ຢູ່​ບ່ອນ​ຕ່າງໆ​
ຄື ຢູ​ໂຣບ ​ແລະ​ເຂດ​ປາຊິ​ຟິກ. ມາ​ພາກັນ​ຂາຍ​ໃຫ້​ຫລາຍ​ຂື້ນ​ໃນ​ສິ່ງ​ທີ່​ເຮົາ​ຜະລິດ ​ແລະ​ປູກ
ຢູ່ໃນສະຫະລັດຢູ່ທີ່ນັ້ນ ເພື່ອ​ເຮົາ​ຈະສາມາດ​ເສີມຂະຫຍາຍ​ການຜະລິດ ​ຄ່າ​ຈ້າງ ​ແລະ​ວຽກການ​ຢູ່​ທີ່​ນີ້ ຢູ່ບ້ານ​ຂອງ​ເຮົາ.”

ທ່ານ​ນາງ Ernst ຍັງ​ກ່າວ​ວ່າ ສະພາ​ຈະ​ສົນທະນາ​ຊ່ອງ​ທາງ ​ເພື່​ອປະ​ເຊີນ​ໜ້າ​ກັບ​ການ​ກໍ່
​ການ​ຮ້າຍ ຮວມທັງ​ບັນດາ​ກຸ່ມ​ເຊັນ​ວ່າ al-Qaida ​ແລະ ລັດ​ອິສລາມ ​ໂດຍ​ກ່າວ​ວ່າ ການ
​ຂົ່ມຂູ່​ເຫລົ່າ​ນີ້ “ບໍ່​ສາມາດຈະ​ເປັນຄວາມ​ປາດ​ຖະໜາ”

ທ່ານນາງເວົ້າວ່າ “ກຳລັງ​ຂອງ​ຄວາມຮຸນ​ແຮງ ​ແລະ​ການກົດຂີ່ ບໍ່​ເອົາຫົວຊາຕໍ່​ຜູ້​ໄຮ້​ດຽງສາ ພວກ​ເຮົາ​ຕ້ອງການ​ແຜນການ​ຮອບດ້ານເພື່ອ​ເອົາ​ໄຊຊະນະ​ພວກ​ເຂົາ.”

ສະມາຊິກ​ສະພາ​ສູງ ທີ່​ຖືກ​ເລືອກ​ຕັ້ງ​ໃນ​ເດືອນ​ພະຈິກທີ່​ຜ່ານ​ມາ ກ່າວ​ວ່າ ລັດຖະສະພາ​ຊຸດ
​ໃໝ່ ຍັງ​ຈະ​ດຳເນີນງານເພື່ອຊອກຫາ​ຊ່ອງ​ທາງປ້ອງ​ກັນການ​ໂຈມ​ຕີ​ທາງ​ອິນ​ເຕີແນັດ ​ແລະ
"ປະ​ເຊີນ​ໜ້າ​ກັບ​ຄວາມມັກໃຫຍ່ໄຝ່ສູງທາງດ້ານ​ນິວ​ເຄລຍຂອງ​ອີຣ່ານ.”

ເບິ່ງຄຳປາໄສຕອບ ຂອງພັກຣີພັບບລີກັນ

Republican U.S. Senator Joni Ernst say the new Congress controlled by her party will have a renewed focus on addressing the concerns of Americans, with intitatives targeting job creation and repealing President Barack Obama's landmark healthcare law.

In giving the traditional response to the president's State of the Union address Tuesday night, Ernst said Congress has worked for years with a "stale mindset" that produced "political talking points, not serious solutions."

She reiterated a Republican desire to cut federal spending and balance the nation's budget, while also expanding America's economic engagement with the world.

"Let's tear down trade barriers in places like Europe and the Pacific.Let's sell more of what we make and grow in America over there so we can boost manufacturing, wages and jobs right here, at home."

Ernst also said congress will discuss ways to confront terrorism, including groups like al-Qaida and the Islamic State, saying those threats "can't just be wished away."

"The forces of violence and oppression don't care about the innocent.We need a comprehensive plan to defeat them."

The senator, who was elected in November, said the new Congress will also work on ways to prevent cyber attacks and to "confront Iran's nuclear ambitions."

XS
SM
MD
LG