ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ໃຫ້ສັນຍານວ່າ ຍັງຈະບໍ່ມີ ການໂຈມຕີ ທາງ ອາກາດ ຕໍ່ຊີເຣຍ ໃນໄວໆນີ້ (ສະໄລດ໌/ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ປະທານາທິບໍດີ Barack Obama ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ ກ່ຽວ
ກັບຄວາມເປັນ ໄປໄດ້ ໃນການທີ່ອາດ​ຈະມີການໂຈມ​ຕີ​ທາງ​ອາ
ກາດຂອງສະຫະລັດ ​ໃນ​ທັນ​ໃດ ​ຕໍ່​ກຸ່ມ​ຫົວ​ຮຸນ​ແຮງຈັດ​ ລັດ​ອິສ
ລາມ​ໃນ​ຊີ​ເຣຍ ​ໃນ​ຂະນະ​ທີ່ພວກ​ກະບົດຈຸນີ້ ໄດ້ນຳ ອອກ​ເຜີຍ​
ແຜ່ວິ​ດີໂອ​ໃໝ່​ທີ່​ປາກົດ​ວ່າສະ​ແດງໃຫ້​ເຫັນ​ກ່ຽວກັບ​ການ​ຕັດ​ຫົວ​
ທີ່ໂຫດຮ້າຍ​ປ່າເຖື່ອນ.

ໃນການຖະແຫຼງຕໍ່​ບັນດາ​ນັກ​ຂ່າວ ໃນ​ວັນ​ພະຫັດ​ວານ​ນີ້​ທີ່ ທຳ
ນຽບຂາວ ທ່ານ Obama ກ່າວ​ວ່າ ທ່ານ​ຍັງ​ສືບຕໍ່ດຳເນີນງານ​
ກ່ຽວ​ກັບ​ແຜນການໃນຂອບເຂດທີ່​ກວ້າງຂວາງ ​ເພື່ອ​ຮັບມື​ກັບ
​ກຸ່ມ​ລັດອິສລາມ. ປະທານາທິບໍດີກ່າວ​ວ່າ ສະຫະລັດ ຈະ​ສືບຕໍ່
ໂຈມ​ຕີ​ເປົ້າ​ໝາຍຕ່າງໆ​ຂອງກຸ່ມລັດ​ອິສລາມ ຢູ່​ໃນ ອີຣັກ ຊຶ່ງ​ທ່ານ​ກ່າວ​ວ່າ ​ເປັນ​ການ​ສ້າງ
ຄວາມ​ເສຍ​ຫາຍ​ໃຫ້ແກ່ພວກ​ຫົວ​ຮຸນ​ແຮງ. ແຕ່ໃນຂະນະ ດຽວກັນ​ທ່ານ​ກໍກ່າວ​ວ່າການ
ຄາດຄະເນ​ຂອງ​ສື່ມວນ​ຊົນ ກ່ຽວ​ກັບ​ວ່າ​ໃນ​ບໍ່​ຊ້າ​ນີ້ ສະຫະລັດອາດ ຈະ​ຂະຫຍາຍ​ການ​ປະ
ຕິບັດ​ງານ​ເຂົ້າໄປ​ໃນຊິ​ເຣຍຫຼືບໍ່ນັ້ນ ຍັງ​ເປັນ​ທີ່ສັນນິດຖານກັນຢູ່.

ມີ​ການ​ຮຽກຮ້ອງ​ຫລາຍ​ຂື້ນ​ ເພື່ອໃຫ້ສະຫະລັດ​ເຂົ້າ​ແຊກ​ແຊງ ​ໃນ​ຂະນະ​ທີ່​ພວກ​ຫົວ​ຮຸນ
ແຮງ ສືບຕໍ່​ດຳ​ເນີນ​ການ​ ທີ່​ເຈົ້າ​ໜ້າ​ທີ່ສະຫະ​ປະຊາ​ຊາດ​ກ່າວ​ວ່າ ເທົ່າກັບ ເປັນການກວດ
ລ້າງ​ດ້ານຊົນຊາດຊົນເຜົ່າ ​ແລະ​ດ້ານ​ສາສະໜາ.

​ໃນ​ວັນ​ສຸກ​ມື້​ນີ້ ກຸ່ມ​ສືບ​ລັບ SITE ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ ໄດ້ນຳອອກ​ເຜີຍ​ແຜ່ ວີ​ດີ​ໂອ
ທີ່​ປາກົດວ່າ​ສະ​ແດງ​ໃຫ້​ເຫັນ​ຜູ້​ຊາຍ​ສາມ​ຄົນ​ໃສ່​ໜ້າ​ກາກ ຕັດ​ຫົວ​ທະ ຫານເຄີດສ໌ຄົນນຶ່ງ​ທີ່​
ຖືກ​ຈັບໄດ້. ກຸ່ມດັ່ງກ່າວເວົ້າ​ວ່າ ວີ​ດີ​ໂອໄດ້ເຕືອນຜູ້ນຳຊາວ ເຄີດສ໌ ທ່ານ Massud Barzani ​ໃຫ້​ຢຸດ​ເຊົາ​ເປັນ​ພັນທະ​ມິດ​ກັບກຳລັງ​ທະຫານ ສະຫະລັດ.

Obama: No Strategy Yet on Islamic State Threat
please wait

No media source currently available

0:00 0:01:54 0:00

ກຸ່ມ​ດັ່ງກ່າວໄດ້ນຳອອກ​ເຜີຍ​ແຜ່ຊ້ຳແລ້​ວຊ້ຳອີກ​ວິີດີ​ໂອການ​ປະຫານ​ຊີວິດ​ທີ່​ນອງ​ເລືອດ
ຮວມ​ທັງການ​ຕັດ​ຫົວ​ນັກ​ຂ່າວສະຫະລັດ ທ່ານ James Foley​. ນອກ ນັ້ນພວກເຂົາ​ຍັງ​
ໄດ້​ຂົ່ມຂູ່ທີ່​ຈະ​ທຳການປະຫານຊີວິດດ້ວຍ​ການ​ຕັດ​ຫົວຕື່ມອີກຖ້າ​ຫາກ​ວ່າສະຫະລັດ ບໍ່​
ຢຸດ​ເຊົາໂຈມ​ຕີ​ທາງ​ອາ​ກາດ ຢູ່​ໃນອີຣັກ.

Is West Doing Enough to Tackle Islamic State?
please wait

No media source currently available

0:00 0:03:24 0:00

ຫົວໜ້າ​ອົງການສະຫະ​ປະຊາ​ຊາດ ທ່ານ Ban ki-Moon ​ໃນ​ວັນ​ສຸກ​ມື້​ນີ້ໄດ້​ສະ​ແດງ​
ຄວາມບໍ່ພໍໃຈ ຕໍ່​ “​ການ​ສັງຫານ​ພົນລະ​ເຮືອນ ຢ່າງໂຫດຮ້າຍປ່າເຖື່ອນ.” ທ່ານ Ban
ກ່າວ​ວ່າ ບັນດາປະຊາ​ຄົມຕ່າງໆທີ່​ໄດ້​ຢູ່​ມາ​ຫລາຍ​ເຊັ່ນ​ຄົນ​ໃນພາກ​ເໜືອ​ຂອງ ​ອີຣັກ
ນັ້ນ ກຳລັງ​ຖືກ​ບັງ​ຄັບ​ໃຫ້​ຫລົບໜີ ຫລືບໍ່​ກໍຈະປະ​ເຊີນ​ກັບຄວາມ ຕາຍ ​ພຽງ​ແຕ່​ຍ້ອນ
ຄວາມ​ເຊື່ອ​ຖື​ທາງ​ສາສະໜາ​ຂອງ​ເຂົາ​ເຈົ້າເທົ່ານັ້ນ.

ອີຣັກ ຊິເຣຍ
please wait

No media source currently available

0:00 0:01:35 0:00

XS
SM
MD
LG