ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ຮຽກຮ້ອງ ໃຫ້ສະພາ ຢຸດຫຼິ້ນ ເກມການ​ເມືອງ


 Singapur Başbakanı Lee Hsien Loong, Beyaz Saray'ın güney bahçesinde düzenlenen törende küçük bir kızın fotoğrafını çekiyor.
 Singapur Başbakanı Lee Hsien Loong, Beyaz Saray'ın güney bahçesinde düzenlenen törende küçük bir kızın fotoğrafını çekiyor.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ທ່ານ
ຢາກໃຫ້ສະພາປະເກມການເມືອງໄວ້ຕ່າງຫາກ ເພື່ອຈະໄດ້ເພັ່ງ
ເລັງແທນ ໃສ່ການຊອກຫາຊ່ອງທາງ ສຳຫຼັບເຮັດໃຫ້ຊາວອາເມ
ຣິກັນທຸກໆຄົນ ສາມາດປະກອບສ່ວນເຂົ້າຮ່ວມ ໃນການຟື້ນໂຕ
ຄືນຂອງປະເທດຊາດ ທີ່ກຳລັງດຳເນີນ ຢູ່ໃນຂະນະນີ້.

ປະທານາທິບໍດີເວົ້າວ່າ ເລື່ອງດັ່ງກ່າວຈະເປັນຈຸດໃຫຍ່ໃຈຄວາມສຳຄັນໃນຄຳປາໄສຕໍ່ລັດ ຖະສະພາແລະປະເທດຊາດຂອງທ່ານໃນວັນອັງຄານຈະມານີ້.

ໃນຄຳປາໄສ ປະຈຳສັບປະດາຂອງທ່ານ ໃນວັນເສົາມື້ນີ້ ທ່ານໂອບາມາກ່າວວ່າ ປີ 2014 ເປັນປີທີ່ວຽກເຮັດງານທຳມີການເຕີບໂຕໄວທີ່ສຸດ ນັບແຕ່ຊຸມປີ 1990 ເປັນຕົ້ນມາ. ຍິ່ງໄປ ກວ່ານັ້ນ ອັດຕາຄົນຫວ່າງງານໃນປີ 2014 ກໍໄດ້ຫລຸດລົງໄວກວ່າປີໃດໆ ນັບແຕ່ປີ 1984 ເປັນຕົ້ນມາ.

ທ່ານກ່າວວ່າ ການຟື້ນໂຕຄືນຂອງອາເມຣິກາ ແມ່ນເປັນຄວາມຈິງ ແລະເວລານີ້ ມັນແມ່ນ ພາລະໜ້າທີ່ຂອງພວກເຮົາ ທີ່ຈະເຮັດໃຫ້ເປັນທີ່ແນ່ໃຈວ່າ ຊາວອາເມຣິກັນທຸກໆຄົນຮູ້ສຶກ
ວ່າ ເຂົາເຈົ້າເປັນພາກສ່ວນນຶ່ງ ໃນການຟື້ນໂຕຄືນຂອງປະເທດຊາດພວກເຮົາ.

ປະທານາທິບໍດີໂອບາມາເວົ້າວ່າຊາວອາເມຣິກັນທຳມະດາສາມັນ 3 ຄົນທີ່ເປັນພາກສ່ວນ ໃນການຟື້ນໂຕຄືນຂອງປະເທດຊາດ ຈະໄປຮ່ວມກັບທ່ານ ຢູ່ທີ່ຕຶກຫໍລັດຖະສະພາ ໃນລະ ຫວ່າງການກ່າວຄຳປາໄສຕໍ່ສະພາແລະປະເທດຊາດຂອງທ່ານ ໃນແລງວັນອັງຄານຈະມາ
ນີ້ ຮວມທັງ ນັກລົບເກົ່າຄົນນຶ່ງ ທີ່ສູນເສຍຂາທັງສອງເບື້ອ ຢູ່ອັຟການິສຖານ ແຕ່ເມື່ອໄວໆ ມານີ້ ໄດ້ຍ້າຍເຂົ້າໄປຢູ່ເຮືອນໃໝ່ ພ້ອມກັບພັນລະຍາ ແລະລູກສາວແມ່ຍິງ ທີ່ເກີດໃໝ່ນຳ
ດ້ວຍ.

U.S. President Barack Obama says he wants Congress to put aside political games to focus instead on finding ways every American can participate in the resurgence the country is currently experiencing.

The president said that message will be the theme of his State of the Union address Tuesday.

In his weekly address Saturday, Obama said 2014 was the "fastest year for job growth since the 1990s." In addition, unemployment fell faster in 2014 than any year since 1984.

He said "America's resurgence is real" and now it is "our job" to make sure every American feels they are "a part of our country's comeback."

President Obama said three everyday Americans who have been part of the country's recovery will join him at the Capitol Tuesday during his speech, including a veteran who lost both legs in Afghanistan, but who recently moved into a new house with his wife and baby girl.

XS
SM
MD
LG