ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ສະເໜີງົບປະມານ ການໃຊ້​ຈ່າຍ 4 ພັນ 1 ຮ້ອຍ​ຕື້​ໂດ​ລາ ສຳລັບສົກປີ 2017


ຮ່າງງົບປະມານລັດຖະບານກາງ ສຳລັບສົກປີ 2017 ຂອງ ປະທານາທິບໍດີ Barack Obama.
ຮ່າງງົບປະມານລັດຖະບານກາງ ສຳລັບສົກປີ 2017 ຂອງ ປະທານາທິບໍດີ Barack Obama.

ປະທານ​າທິບໍດີ ສະຫະລັດ ​ທ່ານ​ບາ​ຣັກ ​ໂອບາ​ມາ ໄດ້​ເປີດ​ເຜີຍ
ແຜນ ການ​ໃຊ້​ຈ່າຍ 4 ພັນ 1 ຮ້ອຍ​ຕື້​ໂດ​ລາ ​ໃນ​ວັນ​ອັງຄານ​ວານ
​ນີ້​ ສຳລັບສົກ​ປີ ທີ່​ຈະ​ເລີ້​ມ​ໃນ​ເດືອນ​ຕຸລາ​ຈະ​ມາ​ເຖິງ​ນີ້ ​ແຕ່​ວ່າ
ພັກຣີພັບ​ບລິ​ກັນ ທີ່​ຄວບຄຸມ​ສະພາ ຕຽມ​ພ້ອມ​ທີ່​ຈະສົ່ງ​ສັນ​ຍານ​
ຂອງຕົນ​ຈະບໍ່​ເອົາ​ຫົວຊາ​ກັບຂໍ້​ເລີ້​ມ​ໃໝ່​ຫຼາຍໆ​ຢ່າງຂອງ​ທ່ານໃນ
ລະຫວ່າງປີ​ສຸດ​ທ້າຍຂອງ​ທ່ານ ທີ່​ຢູ່​ໃນ​ຕຳ​ແໜ່​ງ.

ຢູ່​ໃນ​ປີ​ການ​ເລືອກ​ຕັ້ງ​ເອົາ​ ປະ​ທາ​ນາ​ທິບໍດີ ທີ່​ຈະເຂົ້າມາ​ຮັບ​ຕຳ​
ແໜ່​ງ ແທນນັ້ນ ​ປະທານາທິບໍດີພັກ​ເດ​ໂທ​ແຄຣັດ ​ໄດ້​ສະ​ເໜີ​ໂຄງ
ການ​ຕ່າງໆ​ ​ທີ່​ແນ່ນ​ອນວ່າ ​ເປັນ​ທີ່ໜ້າ​ສົນ​ໃຈ​ໃຫ້ແກ່່​ບັນດາ​ຜູ້​ສະ
ໜັບສະໜູນ ​ໃນ​ທີ່​ສຸດ ຜູ້​ທີ່​ຖືກ​ສະ​ເໜີ​ໃຫ້ເປັນ​ປະທານາທິບໍດີພັກ
​ເດໂມ​ແຄຣັດ ​ແລະ​ອາດ​ຈະຖືກ​ຄັດຄ້ານ ​ຢ່າງໜ້ອຍ​ກໍ​ແມ່ນ​ໂດຍ ຜູ້​ສະມັກ​ຂອງພັກຣີພັບ​ບລິກກັນ.

ງົບປະມານສົກ​ປີ 2017 ຂອງປະທາ​ນາ​ທິບໍດີ Obama ​ເພີ້ມຂື້ນ​ 5 ​ເປີ​ເຊັນ​ຈາກ​ລະດັບ​
ຂອງ​ປີນີ້ີ້ ​ໂດຍ​ຮຽກຮ້ອງ​ໃຫ້​ເພີ້​ມການ​ໃຊ້ຈ່າຍ​ ໃນ​ການຕໍ່ສູ້​ກັບພວກ​ລັດ​ອິສລາມ​ ຢູ່​ທົ່ວ
ພາກ​ຕາ​ເວັນ​ອອກ​ກາງ ​ເພີ້ມການ​ເກັບ​ພາສີນ້ຳມັນ​ດິບ 10 ​ໂດ​ລາ​ຕໍ່​ຖັງ ​ເພື່ອ​ໃຫ້​ສະໜັບ
ສະ​ໜຸນ​ ໂຄ​ງ ການຄົມມະນາຄົມຕ່າງໆ ທີ່ “ສະອາດ” ​ການ​ລິ​ເລີ້ມຄົ້ນຄວ້າ​ໃໝ່​ເພື່ອ​ປິ່ນ
ປົວ​ມະ​ເຮັງ ​ແລະ ເພີ້​ມຊ່ວຍ​ເຫລືອ​ດ້ານ​ການ​ເງິນ​ແກ່ ບັນດາ​ນັກຮຽນ ​ມະຫາ​ວິທະຍາ​ໄລ
​ທີ່​ມີ​ລາຍ​ໄດ້​ຕໍ່າ.

ທ່ານ Obama ຕ້ອງການ​ເງິນ 7 ພັນ 5 ຮ້ອຍລ້ານໂດ​ລາ ​ເພື່ອ​ຕໍ່ສູ້​ກັບກຸ່ມ​ລັດ​ອິສລາມ ​
ເພີ້​ມຂື້ນ 50 ​ເປີ​ເຊັນ ​ຮວມທັງ​ເງິນ​ທີ່ໃຊ້ຈ່າຍ​ສຳ ລັບ​ຊື້ ລະ​ເບີ​ດນຳທິດ​ທາງ​ທີ່ສະຫລາດ
ຫລາຍ​ກວ່າ 45,000 ລູກ.

​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ ຄົນ​ໜຶ່ງ​ຈາກ ກະຊວງ​ຕ່າງປະ​ເທດ ກ່າວໃນ​ວັນ​ອັງ ຄານ​ວານ​ນີ້​ວ່າ
ທ່ານ Obama ຍັງ​ຊອກ​ຫາ​ເງິນ 50 ພັນ 1 ຮ້ອຍ ລ້ານ​ໂດ​ລາ ​ໃນ​ປີ​ຈະ​ມານີ້ ​ເພື່ອ​ສະໜັບ
ສະໜູນ​ການ​ທູດ ​ແລະ​ຄວາມ​ພະຍາຍາມ​ຊ່ວຍ​ເຫລືອ ທີ່​ຈະສ້າງ​ຄວາມ​ກ້າວໜ້າດ້ານ
​ຄວາມ​ປອດ​ໄພ ​ແລະ​ຮັບ​ມື​ກັບໄພ​ຂົ່ມຂູ່​ໃໝ່​ຢູ່​ທົ່ວ​ໂລກ ຮວມທັງ​ຊັບພະ​ຍາກ​ອນ ​ເພື່ອ​ຕໍ່ສູ້​
ກັບພວກ​ຫົວ​ຮຸ​ນ​ແຮງ​ຈັດ.

XS
SM
MD
LG