ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ໂອບາມາ ກ່າວໃນຄຳປາໄສ ວ່າ ຈົ່ງໃຫ້ເດັກນ້ອຍແມ່ຍິງ ມີໂອກາດໄດ້ຮຽນ


ປະທານາທິບໍດີ ບາຣັກ ໂອບາມາ ໃຫ້ສຳພາດ ແກ່ອົງການຂ່າວຣອຍເຕີ້ ທີ່ທຳນຽບຂາວ (2 ກຸມພາ 2015)
ປະທານາທິບໍດີ ບາຣັກ ໂອບາມາ ໃຫ້ສຳພາດ ແກ່ອົງການຂ່າວຣອຍເຕີ້ ທີ່ທຳນຽບຂາວ (2 ກຸມພາ 2015)

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາແລະສະຕີໝາຍ
ເລກນຶ່ງ ທ່ານນາງ Mitchelle ຈະເປີດເຜີຍຂໍ້ລິເລີ້ມໃໝ່ ກ່ຽວກັບ
ເລື້ອງທີ່ປະທານາທິບໍດີກ່າວວ່າ ຢູ່ໃກ້ຈິດໃຈຂອງພວກທ່ານນັ້ນກໍ ຄືການສຶກສາສຳຫລັບເດັກນ້ອຍແມ່ຍິງ.

“ຈົ່ງໃຫ້ພວກເດັກນ້ອຍແມ່ຍິງໄດ້ຮັບການສຶກສາ” ຫຼື "Let Girls
Learn"
ແມ່ນຂໍ້ລິເລີ້ມໃໝ່ ທີ່ມີເປົ້າໝາຍແນໃສ່ ເພື່ອຊ່ອຍຊຸກຍູ້ ໃຫ້ພວກເດັກນ້ອຍແມ່ຍິງຢູ່ໃນທົ່ວໂລກໃຫ້ມີໂອກາດໄປໂຮງຮຽນ
ແລະບໍ່ໃຫ້ອອກໂຮງຮຽນ.

ປະທານາທິບໍດີ ທີ່ໄດ້ປະກາດກ່ຽວກັບໂຄງການໃໝ່ ໃນວັນເສົາ
ມື້ນີ້ ຢູ່ໃນຄຳປາໄສປະຈຳສັບປະດາຂອງທ່ານ ກ່າວວ່າ “ເວລານີ້ ມີເດັກນ້ອຍແມ່ຍິງ 62
ລ້ານຄົນ ຄວນຈະໄດ້ເຂົ້າໂຮງຮຽນ ແຕ່ກໍບໍ່ໄດ້ເຂົ້າ.”

ທ່ານກ່າວວ່າ ມີເຫດຜົນຫລາຍຢ່າງທີ່ແຕກຕ່າງກັນທີ່ເຮັດໃຫ້ພວກເດັກນ້ອຍແມ່ຍິງບໍ່ສາ ມາດໄປໂຮງຮຽນໄດ້ຮວມທັງຄວາມສ່ຽງຕໍ່ການທີ່ຈະໄດ້ຮັບອັນຕະລາຍຫຼືການຖືກລັກພາ
ໂຕ ຫລືແມ່ນກະທັງການຖືກສັງຫານໂດຍພວກຜູ້ຊາຍທີ່ຈະດຳເນີນການທຸກສິ່ງຢ່າງເພື່ອ ຍຸດຕິບໍ່ໃຫ້ພວກເດັກນ້ອຍແມ່ຍິງເຫຼົ່ານີ້ໄດ້ຮັບການສຶກສາ ນັ້ນແມ່ນເລື້ອງທີ່ໃຫຍ່ຫລາຍ.

ປະທານາທິບໍດີໂອບາມາ ກ່າວວ່າ ປະເທດໃດກໍຕາມ ທີ່ຕ້ອງການຢາກເປັນພາຄີ ກັບສະ ຫະລັດ ກ່ຽວກັບຂໍ້ລິເລີ້ມ ຈົ່ງໃຫ້ພວກເດັກນ້ອຍແມ່ຍິງໄດ້ຮັບການສຶກສານີ້ ຕ້ອງມີຄວາມ
ຈິງຈັງ ເພື່ອເຮັດໃຫ້ພວກເດັກນ້ອຍແມ່ຍິງ ໃນຈຳນວນເພີ້ມຂຶ້ນ ໄດ້ເຂົ້າໂຮງຮຽນ.

XS
SM
MD
LG