ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ກ່າວຄຳປາໄສ ຕໍ່ຊາວເຄັນຍາ ກ່ອນອອກເດີນທາງ ຕໍ່


Obama Africa
please wait
Embed

No media source currently available

0:00 0:01:18 0:00

ຊົມວີດີໂອ ລາຍງານນີ້

ປະທານາທິບໍດີ ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ມ້ວນທ້າ​ຍ
ການ​ຢ້ຽມຢາມ​ອາ​ຟຣິກາ ໄລຍະ 3 ມື້ ດ້ວຍ​ການ​ກ່າວ​ຄຳ​ປາ​ໄສ
ຕໍ່​ປະຊາຊົນ ​ເຄັນ​ຢາ​ຢູ່​ໃນ​ນະຄອນຫຼວງໄນ​ໂຣບີ ​ໃນ​ວັນ​ອາທິດ
​ມື້​ນີ້ ​ທີ່​ຄາດ​ກັນ​ວ່າ ຈະ​ເນັ້ນ​ເຖິງ​ຜົນ​ກະທົບ ​ທາງ​ດ້ານ​ຄວາມ​ຮູ້ສຶກ
ຂອງ​ການ​ຢ້ຽມຢາມ​ບ້ານ​ເກີດຂອງ​ມື້​ລາງ​ພໍ່​ຂອງ​ທ່ານ​.

ຢູ່​ໃນ​ການ​ແຈ້ງ​ໃຫ້​ຊາບ​ໂດຍ​ຫຍໍ້ ຕໍ່​ບັນດາ​ຜູ້​ສື່​ຂ່າວ ທ່ານ Ben
Rhodes ​ໂຄສົກ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ປະທານາທິບໍດີ
ກ່າວ​ວ່າ ທ່ານ​ໂອ​ບາ​ມາ ຈະ “ປະກາດ​ຢ່າງ​ຈະ​ແຈ້ງ” ວ່າ
ຄວາມ​ພະຍາຍາມ​ເພື່ອ​ຕໍ່ສູ້​ກຸ່ມ​ພວກ​ກໍ່​ການ​ຮ້າຍ ຈະ​ບໍ່​ຄວນ​ນຳ​
ໄປ​ສູ່​ ການ​ເຮັດ​ໃຫ້​ເສື່ອ​ມ​ເສຍ​ຊ່ື​ສຽງ​ຂອງ​ພົນລະ​ເມືອງ​ທັງ​ໝົດ.

ຈາກ​ນະຄອນຫຼວງ​ໄນ​ໂຣບີ ທ່ານ​ໂອ​ບາ​ມາ ຈະບິນ​ຕໍ່​ໄປ​ຍັງ​ນະຄອນຫຼວງອາ​ດິສອາ​ບາ​ບາ
ຂອງ​ອີ​ທິ​ໂອ​ເປຍ ເພື່ອ​ຢ້ຽມຢາມ​ປະ​ເທດ​ດັ່ງກ່າວ ​ເປັນຄັ້ງທຳ​ອິດ ໃນ​ຂະນະ​ທີ່​ດຳລົງ​ຕຳ​ແໜ່ງ​
ເປັນ​ປະທາ​ນາ​ດີ.

ປະທານາທິບໍດີ ເຄັນຢາ ທ່ານ Uhuru Kenyatta (ຂວາ) ຕ້ອນຮັບ ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຢູ່ທີ່ສະພາແຫ່ງຊາດ ໃນນະຄອນຫຼວງ Nairobi, ວັນທີ 25 ກໍລະກົດ 2015. (Photo: Aru Pande / VOA)
ປະທານາທິບໍດີ ເຄັນຢາ ທ່ານ Uhuru Kenyatta (ຂວາ) ຕ້ອນຮັບ ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຢູ່ທີ່ສະພາແຫ່ງຊາດ ໃນນະຄອນຫຼວງ Nairobi, ວັນທີ 25 ກໍລະກົດ 2015. (Photo: Aru Pande / VOA)


ທ່ານ Rhodes ກ່າວ​ວ່າ ທ່ານ​ໂອ​ບາ​ມາ ຈະ​ຍົກເອົາເລື້ອງ​ບັນຫາສິດທິ​ມະນຸດຂຶ້ນມາ​ ໃນ
​ອີ​ທິ​ໂອ​ເປຍ ດັ່ງ​ທີ່ທ່ານ​ໄດ້​ເຮັດ​ໄປ​ແລ້ວ​ຢູ່​ໃນ​ເຄັນ​ຢາ​ເຊັ່ນ​ກັນ. ​ໃນ​ລະຫວ່າງ​ກອງ​ປະຊຸມ​
ຖະ​ແຫລ​ງຂ່າວ ໃນ​ວັນ​ເສົາ​ວານ​ນີ້ ພ້ອມ​ກັນ​ກັບ​ຄູ່​ຕຳ​ແໜ່​ງຝ່າຍ​ເຄັນ​ຢາ ທ່ານ Uhuru
Kenyatta, ທ່ານ​ໂອ​ບາ​ມາ ກ່າວ​ວ່າ ທ່ານ​ເຊື່ອ​ວ່າ ປະ​ເທດ​ເຄັນ​ຢາ​ບໍ່​ຄວນ​ຈຳ​ແຍກບັນດາ​
ພົນລະ​ເມືອງຂອງ​ຕົນ ອີງ​ຕາມການເລືອກ​ ​ທາງເພດຂອງ​ເຂົາ​ເຈົ້າ.

ທ່ານ Rhodes ກ່າວ​ອີກ​ວ່າ ປະທານ​າທິບໍດີ ຍັງ​ຈະ​ຈັດການ​ໂຮມ​ຊຸມນຸມ​ບັນດາ​ຜູ້ນຳ​ປະ​ເທດ​ໃນ​ຂົງ​ເຂດ ​ເພື່ອ​ເພັ່ງ​ເລັງໃສ່​ສະພາ​ບ​ການຄວາມ​ໝັ້ນຄົງ​ທີ່​ກຳລັງ​ຊຸດ​ໂຊມ​ລົງ ​ໃນຊູ​ແດນ​ໃຕ້ ​ແຕ່​ທ່ານ​ກ່າວ​ວ່າ ​ເປັນ​ທີ່ຄາດ​ກັນ​ວ່າ ປະທາ​ນາ​ທິບໍດີ ຊິ​ມບາ​ເວ ທ່ານ Robert Mugabe ​ຈະບໍ່​ເຂົ້າຮ່ວມ​ການ​ຊຸມນຸມ​ທີ່​ວ່າ​ນັ້ນ.

Obama: US, Kenya United Against Terrorism, Al-Shabab
please wait

No media source currently available

0:00 0:01:05 0:00

ປະທານາທິບໍດີ ​ໂອ​ບາ​ມາ ​ໄດ້ສິ້ນ​ສຸດ​ການ​ຢ້ຽມຢາມ​ທີ່ເຕັມ​ໄປ​ດ້ວຍ​ພາລະກິດໃນວັນ​ເສົາ​ວານນີ້​ໃນ​ ນະຄອນຫຼວງ​ໄນ​ໂຣບີຢູ່​ທີ່​ງານ​ລ້ຽງອາຫາຄ່ຳ​ຈັດ​ໂດຍ ທ່ານ Kenyatta.

ທ່ານ ​ໂອ​ບາ​ມາ ​ໄດ້​ໃຫ້​ຂໍ້​ສັງ​ເກດວ່າ ພໍ່​ຜູ້ທີ່​ເກີດ​ຢູ່ໃນ​ເຄັນ​ຢາ​ຂອງທ່ານນັ້ນ ​ແລະ ທ່ານ Kenyatta ​ແມ່ນ​ຮູ້ຈັກ​ກັນ​ແລະ​ກັນ ​ແລະ​ກ່າວ​ຕໍ່ໄປວ່າ “ມັນ​ອາດ​ເປັນ​ການ​ຍາກ ທີ່ຈະ​ຈິນຕະນາການ​ໄດ້​ວ່າ ພວກ​ລູກຊາຍ​ຂອງ​ພວກເພິ່ນ ຈະມານັ່ງຢູ່ຮ່ວມ​ກັນໃນ​ມື້​ນີ້.”
ທ່ານ​ຍັງ​ໄດ້​ເວົ້າຊວນ​ໃຫ້​ຫົວ​ວ່າ “ພວກ ​ວິຈານ​ບາງ​ສ່ວນ​ຂອງ​ຂ້າພະ​ເຈົ້າ ຢູ່​ທາງບ້ານ
ແມ່ນ​ຕ່າງ​ກໍ​ເວົ້າກັນ​ວ່າ ຂ້າພະ​ເຈົ້າກັບ​ຄືນ​ມາ​ແຫ່ງ​ນີ້ ​ເພື່ອ​ຈະ​ຊອກ​ຫາ​ໃບລາຍ​ເກີດ​
ຂອງ​ຂ້າພະ​ເຈົ້າ”
ຊຶ່ງ​ເປັນ​ການ​ອ້າງ​ເຖິງ ການ​ກ່າວ​ຫາ​ວ່າ ທ່ານ​ໂອ​ບາ​ມາ ບໍ່​ແມ່ນ​ພົນລະ​
ເມືອງ​ທີ່​ເກີດ​ຢູ່​ໃນ​ອາ​ເມຣິກາ ທີ່​ອາດ​ເຮັດ​ໃຫ້​ທ່ານ ບໍ່​ມີ​ສິດ​ດຳລົງ​ຕຳ​ແໜ່​ງ​ເປັ​ນປະທານາ
ທິບໍດີ ອີ​ງຕາມ​ລັດຖະທຳ​ມະນູນຂອງ ສຫລ.

ຊາວເຄັນຢາ ພາກັນຮ້ອງເຊຍ ແລະ ຖືປ້າຍຮູບແຕ້ມ ປະທານາທິບໍດີ ສະຫະລັດ ບາຣັກ ໂອບາມາ ຢູ່ໃກ້ໆ ສວນອານຸສາວະລີ ໃນນະຄອນຫຼວງ ໄນໂຣບີ ໃນວັນທີ 25 ກໍລະກົດ 2015.
ຊາວເຄັນຢາ ພາກັນຮ້ອງເຊຍ ແລະ ຖືປ້າຍຮູບແຕ້ມ ປະທານາທິບໍດີ ສະຫະລັດ ບາຣັກ ໂອບາມາ ຢູ່ໃກ້ໆ ສວນອານຸສາວະລີ ໃນນະຄອນຫຼວງ ໄນໂຣບີ ໃນວັນທີ 25 ກໍລະກົດ 2015.

ທ່ານ Kenyatta ​ເປັນ​ລູກ​ຊາຍ​ຂອງ​ປະທານາທິບໍດີ ​ເຄັນ​ຢາ​ຄົນ​ທຳ​ອິດ ທ່ານ Joma Kenyatta ​ໄດ້​ສັນລະ​ເສີນ​ຂໍ້​ລິ​ເລີ້ມເມື່ອທ້າຍປີ 1950 ທີ່​ໄດ້​ອະນຸຍາດ​ໃຫ້​ບັນດານັກ​ສຶກສາ
​ວິທະຍາ​ໄລ​ເຄັນ​ຢາ ຫຼາຍຮ້ອຍ​ຄົນ ລວມທັງ​ພໍ່​ຂອງ​ທ່ານ​ໂອບາ​ມາ ​ມາ​ສຶກສາ​ຢູ່​ໃນ​ສະຫະລັດ.

ຢູ່​ທີ່​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ກ່ອນ​ງານ​ລ້ຽງ​ອາຫານ​ຄ່ຳ ທ່ານ​ໂອ​ບາ​ມາ ກ່າວ​ວ່າ
ສະຫະລັດ ​ແລະ ​ເຄັນ​ຢາ ​ແມ່ນມີ​ຈຸດ​ຢືນ​ໃນ​ຄວາມ​ສາມັກຄີ​ກັນຕໍ່ຕ້ານ​ການ​ຂົ່ມຂູ່​ຂອງ​ກຸ່ມ​
ພວກ​ກໍ່​ການ​ຮ້າຍ ​ແລະ ​ໄດ້​ປະສານ​ງານ​ຢ່າງ​ກວ້າງຂວາງ ​ແລະ ການ​ຮັບ​ມື​ກັບ​ການ​ຂົ່ມຂູ່​
ກໍ່​ການ​ຮ້າຍ ໃຫ້​ມີປະສິດທິພາບ ຕົ້ນຕໍ​ກໍ​ແມ່ນ​ມາ​ຈາກ​ກຸ່ມພວກ​ຫົວ​ຮຸນ​ແຮງ​ໂຊ​ມາ​ເລຍ al-Shabab.

U.S. President Barack Obama wraps up three days in Nairobi Sunday with an address to the people of Kenya that is expected to highlight the emotional impact of his visit to his father's homeland.

In a briefing with reporters before the speech, Ben Rhodes, the president's national security spokesman, said Mr. Obama will "make very clear" efforts to combat terrorism can not lead to stigmatizing of whole populations.

From Nairobi, Mr. Obama flies to Addis Ababa as the first sitting U.S. president to visit Ethiopia.

Rhodes says Obama will raise human rights issues in Ethiopia, just as he did in Kenya.During a press conference Saturday with his Kenyan counterpart Uhuru Kenyatta, Mr. Obama said he believes the state should not discriminate against people based on their sexual orientation.

Rhodes said the president will also convene a meeting regional leaders to focus on the deteriorating security situation in South Sudan, but he said Zimbabwe President Robert Mugabe is not expected to attend.

President Obama ended a busy day in Nairobi Saturday at a state dinner hosted by Mr. Kenyatta.

Mr. Obama noted that his Kenyan-born father and Mr. Kenyatta's father knew each other, and said, "It would have been hard for them to imagine how their sons might be sitting here today."He also joked that "some of my critics back home are suggesting that I'm back here to look for my birth certificate," a reference to accusations that he is not a U.S.-born citizen, which would make him constitutionally ineligible for the presidency.

Mr. Kenyatta, the son of Kenya's first president, Joma Kenyatta, hailed the initiative begun in the late 1950s that allowed hundreds of Kenyan college students, including Mr. Obama's father, to study in the United States.

At a pre-dinner news conference, Mr. Obama said the U.S. and Kenya stand united against the threat of terrorism and have coordinated extensively and effectively in dealing with terrorist threats, primarily from Somali militant group al-Shabab.

XS
SM
MD
LG