ປະທານາທິບໍດີ Barack Obama ຈະນຳພາຄະນະຜູ້ຕາງໜ້າ
30 ທ່ານ ໄປຍັງນະຄອນ Riyadh ໃນວັນອັງຄານມື້ີນີ້ ເພື່ອສະ
ແດງຄວາມຄຳນັບເປັນເທື່ອສຸດທ້າຍຫລັງຈາກການສີ້ນພະຊົນ
ຂອງກະສັດ Abdullah ແຫ່ງປະເທດຊາອຸດີ ອາຣາເບຍ.
ທຳນຽບຂາວກ່າວວ່າ ຄະນະຜູ້ຕາງໜ້າດັ່ງກ່າວ ແມ່ນຮວມທັງ
ບັນດາເຈົ້າໜ້າທີ່ ແລະສະມາຊິກສະພາຄົນສຳຄັນໆໃນປັດຈຸ
ບັນ ພ້ອມທັງບັນດາເຈົ້າໜ້າທີ່ຂັ້ນສູງຈາກລັດຖະບານຊຸດກ່ອນ.
ຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານ Ben Rhodes
ໄດ້ກ່າວຕໍ່ບັນດານັກຂ່າວວ່າ ທີ່ເດີນທາງໄປກັບປະທານາທິບໍດີ
Obama ວ່າ ຄະນະຜູ້ ຕາງໜ້າຍັງຈະໄດ້ພົບປະກັບກະສັດອົງໃໝ່ພະເຈົ້າ Salman bin Abdulaziz.
ທ່ານ Rhodes ກ່າວວ່າ “ຂ້າພະເຈົ້າ ແນ່ໃຈວ່າ ໃນຂະນະທີ່ພວກເຮົາຢູ່ທີ່ນັ້ນ ກໍຈະມີ
ການໂອ້ລົມກັນ ກ່ຽວກັບບັນຫາທີ່ສຳຄັນຕ່າງໆ ທີ່ພວກເຮົາໃຫ້ການຮ່ວມ ມືຢ່າງໃກ້ຊິດ
ກັບຊາອຸດີ ອາຣາເບຍ.”
ທ່ານເວົ້າວ່າ ການປະຕິບັດງານທາງທະຫານພາຍໃຕ້ການນຳພາຂອງສະຫະລັດ ທີ່ແນ່
ເປົ້າໝາຍໃສ່ກຸ່ມຫົວຮຸນແຮງລັດອິສລາມໃນຊີເຣຍ ແລະສະຖານະການໃນ ເຢເມນ ບ່ອນ
ທີ່ການໂຈມຕີທາງອາກາດຂອງສະຫະລັດ ມາເປັນເວລາຫລາຍປີ ທີ່ແນໃສ່ພວກນັກລົບ
ຂອງກຸ່ມກໍ່ການຮ້າຍ al-Qaida ໃນແຫລມ ອາຣາເບຍ.
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ຜູ້ອຳນວຍການອົງການສືບລັບ
CIA ທ່ານ John Brennan ແລະຜູ້ບັນຊາການກຳລັງສະຫະລັດ ໃນເຂດພາກຕາເວັນ
ອອກກາງ ຫລື CENTCOM ນາຍພົນ Lloyd Austin ແມ່ນຮວມຢູ່ໃນບັນດາສະມາຊິກ
ຂອງລັດຖະບານ ທ່ານ Obama ທີ່ເດີນທາງໄປ ຊາອຸດີ ອາຣາເບຍ. ອະດີດລັດຖະມົນ
ຕີຕ່າງປະເທດ ທ່ານ James Baker ແລະທ່ານນາງ Condoleezza Rice ກໍຈະຮ່ວມໄປ
ນຳຄະນະຜູ້ຕາງ ໜ້າຂອງປະທານາທິບໍດີ ພ້ອມດ້ວຍອະດີດ ບັນດາທີ່ປຶກສາດ້ານຄວາມ
ໝັ້ນຄົງແຫ່ງຊາດ ທ່ານ Bent Snowcroft ທ່ານ Sandy Berger ແລະ ທ່ານ Stephen
Hadley.
ທຳນຽບຂາວກ່າວວ່າ ປະທານາທິບໍດີໂອບາມາ Obama ມີກຳນົດຢູ່ທີ່ຊາອຸດີ ອາຣາເບຍ ປະມານສີ່ຊົ່ວໂມງ ຫລັງຈາກໄດ້ເດີນທາງກັບຄືນມາຈາກການຢ້ຽມ ຢາມປະເທດອິນເດຍ
ເປັນເວລາ 3 ມື້.