ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ພົບປະກັບ ຜູ້ນຳປະເທດ ເວເນຊູເອລາ


ປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro (ກາງເທິງ) ຊູສອງນິ້ວ ສັນຍາລັກຂອງໄຊຊະນະ ໃນລະຫວ່າງ ກອງປະຊຸມສຸດຍອດ ບັນດາກຸ່ມ 7 ປະເທດ ໃນທະວີບ ອາເມຣິກາ ຢູ່ໃນນະຄອນຫລວງ Panama City, ປະເທດ Panama, ວັນທີ 11 ເມສາ 2015.
ປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro (ກາງເທິງ) ຊູສອງນິ້ວ ສັນຍາລັກຂອງໄຊຊະນະ ໃນລະຫວ່າງ ກອງປະຊຸມສຸດຍອດ ບັນດາກຸ່ມ 7 ປະເທດ ໃນທະວີບ ອາເມຣິກາ ຢູ່ໃນນະຄອນຫລວງ Panama City, ປະເທດ Panama, ວັນທີ 11 ເມສາ 2015.

ປະທານາທິບໍດີ ຄິວ​ບາ ທ່ານ Raul Castro ບໍ່​ແມ່ນ​ຜູ້ນຳ​ເຂດ​
ອາ​ເມຣິກາລາຕີ​ນ ພຽງ​ຄົນ​ດຽວ​ ທີ່​ໄດ້​ພົບ​ປະ​ກັບ ປະທານາທິບໍດີ​
ສະຫະລັດ ທ່ານ ບາຣັກ​ ໂອ​ບາ​ມາ ຢູ່​ທີ່​ກອງ​ປະຊຸມ​ສຸດ​ຍອດ​
ກຸ່ມປະ​ເທດ​ ໃນ​ທະວີບອາ​ເມຣິກາ ​ທີ່ Panama.

ທ່ານ​ໂອ​ບາ​ມາ ຍັງ​ໄດ້​ພົບ​ປະ​ກັບ ປະທານາທິບໍດີ Venezuela
ທ່ານ Nicolas Maduro ​ທີ່​ຢາກ​ໃຫ້​ສະຫະລັດ ຍົກ​ເລີກການ​ລົງ​
ໂທດຕ່າງໆ ທີ່​ໄດ້​ນຳໃຊ້​ເມື່ອ​ບໍ່​ດົນ​ມາ​ນີ້ ຕໍ່​ບັນດາ​ເຈົ້າໜ້າ​ທີ່​ອາວຸ​ໂສ
​ ເວ​ເນ​ຊູ​ເອລາ ຈຳນວນ 7 ທ່ານ ທີ່​ຖືກ​ກ່າວ​ຫາ​ວ່າ​ ລະ​ເມີດ​ສິດທິ
ມະນຸດ ທີ່​ກ່ຽວ​ພັນ​ກັບ ​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ​ເມື່ອ​ປີ
​ແລ້ວ​ນີ້ ຢູ່​ໃນ​ເວ​ເນ​ຊູ​ເອລາ.

ທ່ານ Maduro ຕຳ​ນິຕິ​ຕຽນ ສະຫະລັດຢູ່​ເລື້ອຍໆ ຍ້ອນອັນ​ທີ່​ທ່ານ​ກ່າວ​ວ່າ ​ແຊກ​ແຊງເຂົ້າ
​ໃນ​ກິດຈະການ ຂອງ​ປະ​ເທດຂອງ​ທ່ານ ​ແລະ ​ຮອດ​ໄດ້​ກ່າວ​ຫາສະຫະລັດ​ວ່າ ພະຍາຍາມ
ຈະ​ໂຄ່ນ​ລົ້ມ​ລັດຖະບານ​ຂອງ​ທ່ານ.

ປະທານາທິບໍດີ ​ເວ​ເນ​ຊູ​ເອລາ ​ໄດ້ກ່າວ​ເຖິງ ການ​ພົບ​ປະ​ກັບ​ທ່ານ ​ໂອ​ບາ​ມາ ວ່າ “ກົງ​ໄປ​
ກົງ​ມາ”
​ແລະ “​ເອົາ​ຈິງ​ເອົາ​ຈັງ.” ທ່ານ​ໄດ້​ກ່າວຕື່ມ ຫຼັງຈາກ​ທີ່​ໄດ້​ພົບ​ປະ​ກັບ ທ່ານ​
ໂອ​ບາ​ມາ ວ່າ ບັດ​ນີ້​ແມ່ນ​ມີ “ຄວາມອາດ​ເປັນ​ໄປ​ໄດ້” ​ ໃນ​ການສຳ​ຫລວດ “​ເສ້ນ​ທາງ
ໄປ​ສູ່ສາຍ​ພົວພັນ ​ທີ່​ມີ​ຄວາມເຊື່ອ​ຖື ຊຶ່ງ​ເປັນ​ພື້ນຖານ​ນັ້ນ.”

ທີ່​ປຶກສາ​ຂອງປະທານາທິບໍດີ ​ເວ​ເນ​ຊູ​ເອລາ ທ່ານ​ນາງ Teresa Maniglia ກ່າວ ໃນ
Twitter ຂອງ​ທ່ານ ວ່າ ​ໄດ້​ມີ “ຄວາມ​ແທ້​ຈິງ ຄວາມ​ເຄົາ​ລົບ​ນັບຖື ​ແລະ ​ໄມຕີ​ຈິດ
ຢ່າງ​ຫຼວງຫຼາຍ”
​ໃນ​ການ​ພົບປະກັນ ທີ່​ບັນດາ​ເຈົ້າໜ້າ​ທີ່​ລັດຖະບານ​ໂອ​ບາ​ມາ ກ່າວ​ວ່າ
​ດຳ​ເນີນ​ໄປພຽງ​ບໍ່​ເທົ່າ​ໃດ​ນາ​ທີ່​ເທົ່າ​ນັ້ນ.

Obama LATAM
please wait
Embed

No media source currently available

0:00 0:00:41 0:00

XS
SM
MD
LG