ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ສົ່ງສານອວຍພອນ ວັນຂຶ້ນປີໃໝ່ ເຖິງປະຊາຊົນລາວ


ທ່ານ John Kerry ລັດຖະມົນຕີການຕ່າງປະເທດ ສະຫະລັດ.
ທ່ານ John Kerry ລັດຖະມົນຕີການຕ່າງປະເທດ ສະຫະລັດ.
ເນື່ອງໃນໂອກາດ ວັນຂຶ້ນປີໃໝ່ລາວ ປີ 2557 ນີ້ ລັດຖະ
ບານສະຫະລັດ ໄດ້ສົ່ງສານອວຍພອນມາຍັງປະຊາຊົນ
ລາວ.

ໃນສານສະບັບດັ່ງກ່າວ ທ່ານ John Kerry ລັດຖະມົນຕີ
ການຕ່າງປະເທດສະ ຫະລັດກ່າວວ່າ ຕາງໜ້າໃຫ້ປະທາ
ນາທິບໍດີ Barack Obama ຂ້າພະ​ເຈົ້າມີຄວາມປື້​ມປິ​ຕິຍິນ​ດີ ຂໍສະ​ແດງຄວາມ​ອວຍ
ພອນ​ມາ​ຍັງປະຊາຊົນ​ລາວ ໃນ​ວາລະ​ ໂອກາດ ວັນ​ຂື້ນ​ປີ​ໃໝ່ລາວນີ້.

ທ່ານ Kerry ກ່າວຕໍ່ໄປວ່າ ປະຊາ​ຊົນອາ​ເມຣິກັນ ຂໍສົ່ງຈິດໃຈມາຮ່ວມ​ກັບ​ທ່ານ​ໃນ​ບັນ
ຍາກ​າດແຫ່ງຄວາມຫວັງ ການ​ສະເຫຼີມ​ສະຫລອງ ການມ່ວນ​ຊື່ນລື່ນເລີງ ​ແລະການ​ລິ​
ເລີ້​ມ​ໃໝ່. ຂໍ​ໃຫ້​ຟ້າໃໝ່ປີ​ໃໝ່ ຈົ່ງ​ນຳຄວາມ​ມັ່ງຄັ່ງ​ສົມ​ບູນ​ມາສູ່ປະຊາ ຊົນ​ຊາວລາວ ທີ່ຢູ່
ໃນທຸກໆແຫ່ງ​ທົ່ວ​ໂລກ.

ທ່ານ Kerry ສະຫຼຸບວ່າ ປີ​ໃໝ່ແມ່ນ​ວາລະໂອກາດອັນ​ຍິ່ງ​ໃຫຍ່ ​ແລະ​ຄວາມ​ຄາດ​ຫວັງ
​ແລະ​ຂ້າພະ​ເຈົ້າ​ຫວັງວ່າ ປີ​ນີ້​ຈະ​ນຳເອົາ​ໂອກາດ​ອັນ​ຍິ່ງ​ໃຫຍ່​ກວ່າ​ເກົ່າ​ເພື່ອ​ ໃຫ້​ເຮົາ​ໄດ້
​ດຳເນີນງານຮ່ວມ​ກັນ ​ແລະ​ເພີ້​ມພູນ​ ໄມຕີຈິດມິດຕະພາບ​ອັນ​ສຳຄັນ ລະຫວ່າງລາວ
​ແລະສະຫະລັດ.

On behalf of President Obama I am delighted to extend my greetings to the people of Laos on the occasion of the Lao New Year.

The American people join you in the spirit of hope, celebration, joy, and renewal. May the New Year bring prosperity to Lao people all around the world.

The New Year is a time of great opportunity and expectation and I hope this year will provide even greater opportunities to work together and enrich the important friendship between Laos and the United States.
XS
SM
MD
LG