ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ໂອບາມາ ຂໍຮ້ອງໃຫ້ໂລກ ສົມທົບກັບ ສຫລ ໃນການຕໍ່ສູ້ ກັບກຸ່ມກໍ່ການຮ້າຍ ລັດອິສລາມ


Obama Implores World to Join Fight Against Islamist Militants
please wait

No media source currently available

0:00 0:01:28 0:00

ປະທານາທິບໍດີໂອບາມາ ຂໍຮ້ອງໃຫ້ໂລກ ສົມທົບກັບສະຫະລັດ ໃນການຕໍ່ສູ້ກັບ ກຸ່ມກໍ່ການຮ້າຍ ລັດອິສລາມ ໃນຄຳປາໄສຕໍ່ ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ, ວັນທີ 24 ກັນຍາ 2014.

ເມື່ອ​ວັນ​ພຸດ​ທີ່​ຜ່ານ​ມາ​ນີ້ ປະທານາທິບໍດີ​ສະຫະລັດ ທ່ານ Barack
Obama ​ໄດ້​ຮ້ອງ​ຂໍ​ໂລກ ​ໃຫ້ “ຮ່ວມ​ທຳ​ງານ​ກັບ​ທ່ານ ໃນ​ຄວາມ
​ພະຍາຍາມ​ເພື່ອ​ສ້າງ​ຄວາມ​ເສື່ອ​ມ​ເສຍ ​ແລະ​ໃນ​ທີ່​ສຸດ​ກໍ​ທຳລາຍ​
ໃຫ້​ດັບ​ສູນ” ພວກ​ກໍ່​ການ​ຮ້າຍ ລັດ​ອິສລາມ ທີ່​ໄດ້​ເຂົ້າ​ຄອບ​ຄອງ​
ຫລາຍໆ​ເຂດ ອັນ​ກ້ວາງ​ໃຫຍ່ ຢູ່​ໃນ​ຊີ​ເຣຍກັບ​ອີຣັກນັ້ນ. ດາ​ຣາມີ
​ລາຍ​ງານ​ມາສະ​ເໜີທ່ານ ຈາກ​ຫ້ອງ​ຂ່າວ​ຂອງ​ວີ​ໂອ​ເອ.

​ໃນ​ຄຳ​ປາ​ໄສ​ຕໍ່​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ທີ່​ນະຄອນ
​ນິວຢອກ ເມື່ອ​ວັນ​ພຸດ​ຜ່ານ​ມາ​ນັ້ນ ທ່ານ​ໂອ​ບາມາ​ໄດ້​ເນ້ນ​ເຖິງ
​ຄວາມ​ສຳຄັນ ​ໃນ​ການ​ກໍ່ສ້າງ​ແນວ​ໂຮມ​ພັນທະ​ມິດ​ນາໆ​ຊາດ
​ເພື່ອ​ຕໍ່ສູ້​ກັບ​ກຸ່ມ​ທີ່​ໄດ້​ເຂົ້າ​ຍຶດ​ເອົາ​ພື້ນ​ທີ່​ອັນ​ກ້ວາງ​ໃຫຍ່ ​ໃນ​ຊີ​ເຣຍກັບ​ອີຣັກນັ້ນ. (ຄະ​ລິກ
ເພື່ອ​ອ່ານ​ຄຳປາ​ໄສ​ໂດຍ​ເຕັມ​ເປັນ​ພາສາ​ອັງ​ກິດ full text of speech here).

ທ່ານໂອ​ບາ​ມາ​ກ່າວ​ວ່າ “ກຸ່ມ​ນີ້​ໄດ້​ຄຸກ​ຄາມ​ສ້າງ​ຄວາມ​ຢ້ານ​ກົວ​ໃຫ້​ທຸກໆ​ຄົນ ທີ່​ພວກ​ເຂົາ
ໄດ້​ພົບ​ພໍ້​ຢູ່​ໃນ​ອີຣັກ​ແລະ​ຊີ​ເຣຍ. ​ແມ່ ​ເອື້​ອຍນ້ອງ ​ແລະ​
ລູກ​ສາວ ​ໄດ້​ຕົກ​ເປັນ​ເຫຍື່ອ​ຂອງ
ການ​ຂົ່ມ​ຂືນຊຳ​ເລົາ ທີ່​ພວກ​ເຂົາ​ໃຊ້​ເປັນ​ອາວຸດ​ສົງຄາ​ມ. ​ເດັກນ້ອຍ​ຜູ້​ບໍລິສຸດ​ໄດ້​ຖືກ​ຍິງ
ຕາຍ. ສົບ​ຈຳນວນ​ຫລວງ​ຫລາຍ​ໄດ້​ຖືກ​ຖິ້ມ​ລົງ​ຂຸມຝັງ​ສົບ​ໝູ່. ພວກ​ສະມາ​ຊິກ​ສາສະໜາ
ກຸ່ມ​ນ້ອຍ ໄດ້​ຖືກປ່ອຍ​ໃຫ້​ອືດ​ຫິວ​ຕາຍ. ​ໃນ​ການ​ກໍ່​ອາ​ຊະ​ຍາ​ກຳ​ທີ່​ໜ້າຢ້ານກົວ​ທີ່​ສຸດນັ້ນ ປະຊາຊົນ​ຜູ້​ບໍລິສຸດ​ໄດ້​ຖືກ​ຕັດ​ຫົວ ​ແລະ​ວີ​ດີ​ໂອ​ສະ​ແດງ​ຄວາມ​ໂຫດຮ້າຍ​ປ່າ​ເຖື່ອນ​ອັນ​ນີ້ ​ໄດ້ຖືກ​ນຳ​ອອກ​ເຜີຍ​ແຜ່​ໄປ​ທົ່ວ​ໂລກ​ເພື່ອ​ສັ່ນສະ​ເທືອ​ນຈິດ​ສຳນຶກ​ຂອງ​ໂລກ.”

ທ່າ​ນ​ໂອ​ບາ​ມາ​ກ່າວ​ຕໍ່​ໄປ​ວ່າ “​ໃນ​ຄວາມ​ພະຍາຍາມ​ອັນ​ນີ້ ພວກ​ເຮົາບໍ່​ໄດ້​ເຄື່ອນ​ໄຫວ​ຕາ​ມ
ລຳພັງ. ​ແລະ​ພວກ​ເຮົາ​ກໍ​ບໍ່​ໄດ້​ມີ​ເຈດ​ຕະນາ ທີ່​ຈະສົ່ງທະຫານ​ຂອງ​ເຮົາ ​ເຂົ້າ​ໄປ​ຄອບ​ຄອງ​ດິນແດນ​ຂອງ​ຕ່າງປະ​ເທດ” ​ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ມີຫລາຍກ່ວາ 40 ປະ​ເທດໄດ້​ສະ​ເໜີ​ທີ່
ຈະ​ເຂົ້າຮ່ວມ​ໃນຄວາມ​ພະຍາຍາມ ​ທີ່​ສະຫະລັດ​ເປັນ​ຜູ້ນຳ​ພາ ​ເພື່ອ​ທຳ​ການ​ໂຈມຕີທາງ​ອາ
ກາດ ຕໍ່​ທີ່​ໝັ້ນ​ຂອງ​ພວກ​ກໍ່​ການ​ຮ້າ​ຍ ຢູ່​ໃນ​ຊີ​ເຣຍ​ແລະອີຣັກນັ້ນ.

ສະຫະລັດແລະພັນທະມິດ ໂຈມຕີໂຮງງານກັ່ນນ້ຳມັນ ທີ່ພວກ IS ຍຶດໄດ້:

US, Saudi Arabia and UAE Hit Islamic State's Oil Revenue
please wait

No media source currently available

0:00 0:01:46 0:00

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ຈະ​ເຝິກ​ແອ​ບ​ແລະ​ສະໜອງ​ອຸບປະກອນ​ໃຫ້​ແກ່ບັນດາ​ກຳລັງ ທີ່ຕໍ່ສູ້
​ກັບ​ພວກ​ກໍ່​ການ​ຮ້າ​ບ​ເຫລົ່າ​ນີ້​ຢູ່​ທາງ​ພາກ​ພື້ນ​ດິນ. ພວກ​ເຮົາ​ຈະ​ປະຕິບັດ​ການ​ເພື່ອ​ຕັດ​ທຶນ
ຮອນ​ຂອງ​ພວກ​ເຂົາ ​ແລະ​ຍຸດຕິ​ ການຫລັ່ງ​ໄຫລ ​ເຂົ້າ​ອອກ​ຂົງ​ເຂດນັ້ນ ຂອງພວກ​ນັກ​ລົບ​.”

ໃນ​ຄຳ​ປາ​ໄສ​ທີ່​ວາງ​ອອກ​ຊຶ່ງ​ວິ​ໄສ​ທັດ​ອັນ​ກ້ວາງ​ໄກ ຂອງ​ການ​ນຳພາ​ຂອງ​ອາ​ເມຣິກາ​ຢູ່​ໃນ
ໂລກທີ່​ມີ​ການ​ປ່ຽນ​ແປງ​ໄປ​ເລື້ອຍໆນັ້ນ ທ່ານ​ປະທານາທິບໍດີ​ຍັງ​ໄດ້​ເນ້ນ​ໜັກ ​ເຖິງຄວາມພະ
ຍາຍາມ​ຂອງ​ສະຫະລັດ​ໃນດ້ານ​ອື່ນ​ໆ ທີ່ທ່ານ​ເຫັນ​ວ່າມີ​ການ​ເຄື່ອນ​ໄຫວ​ຫລາຍ​ຂຶ້ນ​ໃນ​ບັນ
ດາພັນທະ​ມິດ. ​ໃນ​ນັ້ນ ກໍ​ມີ​ການ​ຄວບ​ຄຸມ​ການລະບາດ​ຂອງ​ອີ​ໂບລາ ການ​ຍຶດໝັ້ນ​ຕໍ່​ການ
ລົງໂທດຣັດ​ເຊຍ​ຕໍ່​ໄປ ​ໃນ​ຂະ​ນະ​ທີ່​ສະໜັບສະໜຸນຄວາມ​ພະຍາ​ຍາມ ​ເພື່ອຮັກສາ​ການ​ຢຸດ
ຍິງຢູ່​ໃນພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ​ໃຫ້​ດຳ​ເນີນ​ຕໍ່​ໄປ ​ແລະຈັດ​ຕັ້ງ​ປະຕິບັດ​ວິ​ໄສ​ທັດ​ອັນ
ກ້ວາງ​ໄກ​ຂອງ​ນາໆຊາດ ກ່ຽວ​ກັບ​ການ​ຕໍ່ສູ້​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ທ່ານ
​ໂອ​ບາ​ມາ​ກ່າວ​ວ່າ:

“ບັນຫາ​ເຫລົ່າ​ນີ້​ແຕ່ລະ​ຢ່າງ​ ແມ່ນຮຽກ​ຮ້ອງ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ຮີບ​ດ່ວນ. ​ແຕ່​ວ່າ
ນອກ​ນັ້ນ​ແລ້ວ ມັນ​ຍັງ​ເປັນອາການ​ຂອງບັນຫາ​ໃນ​ວົງ​ກວ້າງ​ກ່ວາ ນັ້ນ​ກໍ​ຄື​ຄວາມ​ລົ້ມ
ແຫລວ​ຂອງ​ລະບົບ​ສາກົນ ​ໃນ​ການ​ກ້າວ​ເດີນ​ໃຫ້​ທັນ​ກັບ​ໂລກ​ທີ່​ເຊື່ອມ​ຕໍ່​ໃສ່​ກັນ.”

ວີດີໂອ: ທ່ານໂອບາມາຮຽກຮ້ອງໃຫ້ໂລກ ເຄື່ອນໄຫວກ່ຽວກັບດິນຟ້າອາກາດ:

Obama Calls for World Action on Climate Change
please wait

No media source currently available

0:00 0:02:06 0:00

ທ່ານ​ໂອ​ບາ​ມາ​ກ່າວ​ຕໍ່​ໄປ​ວ່າ “ພວກ​ເຮົາ​ບໍ່​ໄດ້​ທຳ​ການ​ລົງທຶນ​ຢ່າງ​ພຽງພໍ ​ໃສ່​ຄວາມ​ສາມາດ
ໃນ​ດ້ານ​ສາທາລະນະ​ສຸກ ຂອງ​ບັນດາ​ປະ​ເທ​ດພວມພັດທະນາ. ມີ​ຢູ່​ເລື້ອຍ​ເກີນ​ໄປ ທີ່​ພວກ
ເຮົາ​ບໍ່​ໄດ້​ບັງຄັບ​ໃຊ້​ບັນທັດຖານ​ລະຫວ່າງ​ປະ​ເທດ ​ເວລາໃດ​ທີ່​ມັນ​ບໍ່​ສະດວກ​ທີ່​ຈະ​ເຮັດ​ເຊັ່ນ
ນັ້ນ. ​ແລະ​ພວກ​ເຮົາ​ກໍ​ບໍ່​ໄດ້ປະ​ເຊີນ​ໜ້າ​ຢ່າງ​ແຂງ​ແຮງ​ພໍ ກັບຄວາມ​ບໍ່​ຍອມຮັບ ຄວາມ​ຂັດ
ແຍ້​ງລະຫວ່າງ​ນິກາຍ ​ແລະ​ຄວາມ​ສີ້​ນຫວັງ ທີ່​ຫລໍ່ລ້ຽງ​ລັດທິ​ຮຸນ​ແຮງ​ຈັດ ຢູ່​ໃນ​ຫລາຍ​ເຂດ
ເກີນ​ໄປ​ຂອງ​ໂລກ.”

ທ່ານ Obama ມີ​ຄຳເວົ້າທີ່ແຮງ ກ່ຽວ​ກັບຣັດ​ເຊຍ. ທ່ານ​ກ່າວ​ວ່າ “ການ​ກະທຳ​ຂອງຣັດ​ເຊຍ
ໃນ​ຢູ​ເຄຣນ ​ແມ່ນ​ທ້າ​ທາຍ​ລະບົບ​ຫລັງ​ສົງຄາມນີ້ ຊຶ່ງ​ທ່ານ​ໄດ້​ອ້າງ​ເຖິງ​ການ​ຍຶດ​ເອົາໄຄຣ
ເມຍໂດຍຣັດ​ເຊຍ​ໃນ​ເດືອນ​ກຸມພາ ທີ່​ຕິດຕາມ​ມາ​ດ້ວຍ​ການ​ຈັດ​ສົ່ງ​ອາວຸດ​ຂອງ​ຣັດ​ເຊຍໄປ
​ຍັງ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ບ່ອນ​ທີ່​ການ​ຂັດ​ແຍ້​ງກັນຢ່າງຮຸນ​ແຮງ ​ກ່ຽວ​ກັບ​ເລື້ອງ
ແບ່ງ​ແຍກ​ດິນ​ແດນ ​ໄດ້​ສັງຫານ​ຫລາຍ​ພັນ​ຄົນ.

ວີດີໂອ: ທ່ານໂອບາມາ ກ່າວຄຳປາໄສ ຕໍ່ສະມັດຊາໃຫຍ່ ສະຫະປະຊາຊາດ:

ທ່ານ​ກ່າວ​ອີກ​ວ່າ “ຕອນ​ທີ່​ເຮືອບິນ​ໂດຍສານ​ພົນລະ​ເຮືອນ​ລຳ​ນຶ່ງ​ຖືກ​ຍິງ​ຕົກ ຈາກ​ເຂດ​ທີ່
ພວກ​ຕົວ​ແທນ​ເຫລົ່າ​ນັ້ນຂອງຣັດ​ເຊຍ​ຄວບ​ຄຸມ​ຢູ່ ພວກ​ເຂົາກໍ​ບໍ່​ຍອມໃຫ້​ເຂົ້າ​ໄປ​ຍັງ​ເຂດ
​ຍົນ​ຕົກ ​ເປັນ​ເວລາ​ຫລາຍ​ມື້. ​ແລະ​ພໍ​ຢູ​ເຄຣນ​ເລີ້ມ​ຢືນ​ຢັດ​ອຳນາດ​ຄວບ​ຄຸມເໜືອ​ດິນ​ແດນ
ຂອງ​ຕົນ ຣັດ​ເຊຍ​ກໍ​ເລີກ​ລົ້ມ​ການ​ທຳທ່າ​ວ່າ ຕົນ​ພຽງ​ແຕ່​ສະໜັບສະໜຸນ​ພວກ​ຢາກ​ແບ່ງ
​ແຍກດິນ​ແດນ​ເທົ່າ​ນັ້ນ ​ແລ້ວ​ກໍ​ສົ່ງ​ທະຫານ​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ. ອັນ​ນີ້​ແມ່ນ​ວິ​ໄສ​ທັດ​
ຂອງ​ໂລກທີ່​ຖື​ວ່າ ​ແສນ​ຍານຸພາບ​ເຮັດ​ຫຍັງ​ກໍ​ຖືກຕ້ອງ ກໍ​ຄື​ໂລກ​ນຶ່ງ​ບ່ອນ​ທີ່​ ປະ​ເທດ​ນຶ່ງ
ສາມາດ​ທີ່​ຈະ​ແຕ້ມ​ເສ້ນ​ຊາຍ​ແດນ​ຂອງ​ອີກ​ປະ​ເທດ​ນຶ່ງ​ໄດ້ ​ແລະ​ປະຊາຊົນ​ທີ່​ສີວິ​ໄລ​ບໍ່​ໄດ້
​ຮັບ​ອະນຸຍາດ​ໃຫ້​ໄປ​ເກັບ​ກູ້ ​ເອົາ​ສົບ​ຂອງ​ຜູ້​ທີ່​ເປັນ​ທີ່​ຮັກ​ຂອງ​ຕົນ​ໄດ້ ຍ້ອນ​ຢ້ານ​ວ່າຄວາມ​
ຈິງ​ຈະ​ຖືກ​ເປີດ​ເຜີຍ​ອອກ​ມາ.” ພ້ອມ​ດຽວ​ກັນ ປະທາ​ນາ​ທິບໍດີ​ໂອ​ບາ​ມາ​ໄດ້​ປະຕິຍານ ທີ່
​ຈະ​ໃຫ້ການ​ສະໜັບສະໜຸນ​ຂອງ​ສະຫະລັດ​ແກ່​ຢູ​ເຄຣນ ​ແລະ​ເສີ​ມກຳລັງ​ໃຫ້​ແກ່​ພັນທະ​
ມິດ​ເນ​ໂຕ້. ທ່ານ​ໂອ​ບາ​ມາ​ເວົ້າ​ວ່າ:

“ອາ​ເມຣິກາ​ແມ່ນ​ເປັນ​ໂຕ​ແທນ​ຂອງ​ສິ່ງ​ນຶ່ງ​ທີ່​ແຕກ​ຕ່າງ​ໄປ. ພວກ​ເຮົາ​ເຊື່ອ​ວ່າ ການ
ກະທຳ​
ສິ່ງ​ທີ່​ຖືກຕ້ອງ ແມ່ນ​ເຮັດ​ໃຫ້​ມີ​ແສນ​ຍານຸພາບ ​ແລະ​ເຊື່ອ​ວ່າ​ພວກປະ​ເທດ​ທີ່​
ໃຫຍ່​ກ່ວາ ບໍ່​ຄວນ​ຖືກ​ປ່ອຍ​ ໃຫ້​ຂົ່ມຂູ່​ປະ​ເທດ​ທີ່​ນ້ອຍ​ກ່ວາ ​ແລະ​ເຊື່ອ​ວ່າ ປະ​ຊາຊົນ​
ຄວນ​ສາມາດ​ເລືອກ​ເອົາ​ອະນາຄົ​ດຂອງ​ຕົນ​ເອງ.”

​ພ້ອມກັນ​ນີ້ ​ປະທານາທິບໍດີ​ ໂອ​ບາມາ ​ໄດ້​ຮຽກຮ້ອງໃຫ້​ມີ​ການ​ເອົາ​ບາດ​ກ້າວ​ຢ່າງ​ເປັນ​ຮູບ
ປະ​ທຳ ​ເພື່ອ​ຕໍ່ສູ້​ກັບ​ເຊື້ອ​ໄວຣັສອີ​ໂບລາ ​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ ຊຶ່ງສະຫະລັດ​ກໍໄດ້​ປະ
ກອບ​ສວ່ນ ​ມາ​ແລ້ວ. ທ່ານ​ໂອ​ບາ​ມາ​ກ່າວ​ວ່າ:

​“​ໃນ​ຂະນະ​ທີ່​ພວກ​ເຮົາ​ກຳລັງ​ເວົ້າ​ຢູ່​ນີ້ ອາ​ເມຣິກາ​ກໍ​ກຳລັງ​ຈັດ​ສົ່ງພວກ​ນາຍ​ແພດ​ ​ແລະ​ນັກວິທະຍາສາດຂອງ​ພວກເຮົາ ​ໂດຍ​ການ​ສະໜັບສະໜຸນ​ຂອງ​ກອງທັບ​ຂອງ​ພວກ​ເຮົາ
ໄປ​ຊ່ວຍ​ຄວບ​ຄຸມ​ການລະບາດຂອງອີ​ໂບລາ ​ແລະ​ຊອກ​ຫາ​ວິທີ​ການ​ປິ່ນປົວ​ແບບ​ໃໝ່.
ແຕ່​ພວກ​ເຮົາ ຕ້ອງດຳ​ເນີນຄວາມ​ພະຍາຍາມ​ໃນ​ວົງ​ກ້ວາງຂຶ້ນ ​ເພື່ອ​ຢຸດ​ພະ​ຍາດ​ທີ່ອາດ
ສາມາດ​ສັງຫານ​ຄົນ​ໄດ້​ຫລາຍ​ຮ້ອຍ​ພັນຄົນ ສ້າງ​ຄວາມທຸກ​ທໍລະມານ​ຢ່າງ​ແສນ​ສາ​ຫັດ
ເຮັດ​ໃຫ້​ເສດຖະກິດຂາດ​ຄວາມ​ໝັ້ນຄົງ ​ແລະ ຂ້າມ​ຊາຍແດນ​ໄປ​ໄດ້​ຢ່າງ​ວ່ອງ​ໄວ.”

ວີດີໂອ: ໄລບີເຣຍຮີບຮ້ອນ ເອົາສົບໄປຖິ້ມ ເພື່ອຄວບຄຸມເຊື້ອອີໂບລາ:

Ebola Safety Measures Disrupt Traditional Expressions of Grief
please wait

No media source currently available

0:00 0:03:03 0:00

​ທ່ານກ່າວຕໍ່​ໄປ​ວ່າ ສະຫະລັດ​ຈະ​ສືບ​ຕໍ່ລະດົມ​ເອົາ​ປະ​ເທດ​ອື່ນ​ໆ​ອີກ ​ໃຫ້​ເຂົ້າ​ມາ​ຊ່ວຍ​ເຫລືອ
ໃນ​ຄວາມ​ພະຍາຍາມ​ເພື່ອ​ຍັບ​ຍັ້ງ ການລະບາດ​ຂອງ​ອີ​ໂບລາ ​ແລະ “​ຍົກລະດັບ​ຄວາມ​ໝັ້ນ
ຄົງທາງ​ສຸຂະພາບ​ຂອງ​ໂລກ ​ໃນ​ໄລຍະ​ຍາວ.

ທ່ານ​ໂອບ​າມາ​ໄດ້​ມີ​ຄວາມ​ເຫັນ​ຕ່າງໆ​ເຫລົ່າ​ນີ້ ລຸນ​ຫລັງ​ທີ່​ສູນ​ກາງ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະຍາດ​ ຫລື CDC ຂອງ​ສະຫະລັດ ​ໄດ້​ອອກ​ລາຍ​ງານ​ສະບັບ​ໃໝ່ໃນ​ມື້ວັນ​ອັງຄານ ທີ່ເວົ້າ
ວ່າ ເຊື້ອ​ອີ​ໂບລາອາດ​ສາມາດ​ຕິດ​ແປດ​ ປະຊາຊົນ​ໃນ​ລະຫວ່າງ 550,000 ​ຫາ 1 ລ້ານ 4
ແສນ​ຄົນ ​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ​ໄດ້ ພາຍ​ໃນວັນ​ທີ​ 20 ​ເດືອນ​ມັງກອນ 2015.

ນອກຈາກ​ບັນຫາ​ສຳຄັນ​ເຫລົ່າ​ນີ້​ແລ້ວ ທ່ານ​ໂອ​ບາ​ມາ​ຍັງ​ໄດ້​ກ່າວ​ເຖິງ​ນະ​ໂຍບາຍ​ຂອງ
ສະຫະລັດ ກ່ຽວ​ກັບເລື້ອງ​ໂຄງການ​ນິວ​ເຄລຍຂອງອິຣ່ານ ຊື່​ງທ່ານ​ເວົ້າ​ວ່າ “ອາ​ເມຣິກາ
​ແມ່ນ​ສະ​ແຫວ​ງຫາ​ວິທີ​ແກ້​ໄຂ​ໃນ​ທາງ​ການ​ທູດ ຕໍ່​ບັນຫາ​ນິວ​ເຄລຍຂອງ​ອິຣ່ານນັ້ນ ອັນ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ຄວາມ​ໝາຍ​ໝັ້ນ​ຂອງ​ພວກ​ເຮົາ ທີ່​ຈະ​ຢຸດ​ຢັ້ງ​ການ​ແຜ່​ຜາຍ​ອາວຸດນິວ
ເຄລຍ ​ແລະສະ​ແຫວ​ງຫາ​ສັນຕິພາບ ​ແລະ​ຄວາມ​ໝັ້ນຄົງ​ຂອງ​ໂລກ ​ທີ່​ປາດ​ສະ​ຈາກ​ອາວຸດ
ນິວ​ເຄລຍ.”

ການເຈລະຈາເລື້ອງນິວເຄລຍຂອງອິຣ່ານ ໄດ້ມາເຖິງຈຸດຫົວລ້ຽວຫົວຕໍ່:

Iran Nuclear Negotiations Approach Crucial Time
please wait

No media source currently available

0:00 0:03:09 0:00

ທ່ານ​ໂອ​ບາ​ມາ​ໄດ້​ກ່າວ​ເຊັ່ນ​ກັນ​ວ່າ ທ່ານ​ຍັງ​ມຸ້ງ​ໝັ້ນ​ຕໍ່​ນະ​ໂຍບາຍ ​ຫັນ​ໄປ​ສ້າງ​ຄວາມ​ກ້ຳ​
ເກິ່ງກັນ ​ຄືນ​ໃໝ່​ຢູ່​ໃນ​ເອ​ເຊ​ຍນັ້ນ. ປະທານາທິບໍດີ ໂອບາມາ ກ່າວ​ວ່າ:

“ອາ​ເມຣິກາ​ເປັນ​ແລະ​ກໍ​ຈະ​ສືບ​ຕໍ່ ​ເປັນອຳນາດ​ນຶ່ງ​ຂອງ​ຂົງ​ເຂດ​ປາຊີ​ຟິກຕໍ່​ໄປ ​ແລະ
ກໍ​ຈະ​ສົ່ງ​ເສີມ​ສັນຕິພາບ ສະຖຽນລະ​ພາບ​ ແລະ​ການ​ຫລັ່ງ​ໄຫລຢ່າງ​ເສລີ​ຂອງ​ການ
ຄ້າຂາຍ ​ໃ​ນລະຫວ່າງບັນດາ​ປະ​ເທດ ​ແຕ່​ວ່າ​ພວກ​ເຮົາ​ຈະ​ຢືນ​ຢັດ​ໃຫ້ ໝົດ​ທຸກ​ປະ
ເທດປະຕິບັດຕາມ​ກົດ​ຂອງ​ຖະໜົນ ​ແລະ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງກັນ​ດ້ານ​ດິນ​ແດນຂອງ ​
ເຂົາ​ເຈົ້າ ຢ່າງ​ສັນຕິ ​ແລະ​ສອດຄ່ອງ​ກັບ​ກົດໝາຍ​ສາກົນ.”

ລາຍການວິເຄາະ ນະໂຍບາຍຫັນປ່ຽນ ໄປຍັງເອເຊຍຂອງສະຫະລັດ:

ON THE LINE: The Asia Pivot
please wait

No media source currently available

0:00 0:29:58 0:00

XS
SM
MD
LG