ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ກ່າວວ່າ ຈະບໍ່ສາມາດ ຜາບແພ້ ພວກ IS ໄດ້ ຖ້າບໍ່ມີ ການຕົກລົງກັນ ເລື້ອງຊີເຣຍ


ພວກນັກຕໍ່ສູ້ ຂອງໜ່ວຍປ້ອງກັນຂອງປະຊາຊົນຊາວເຄີດ ຫຼື Kurdish People's Protection Units (YPG )ເຂົ້າໄປຕັ້ງທີ່ໝັ້ນ ຢູ່ໃນອາຄານທີ່ໄດ້ຮັບຄວາມເສຍຫາຍ ໃນຄຸ້ມ al-Vilat al-Homor ທີ່ເມືອງ Hasaka ໃນຂະນະທີ່ພວກເຂົາເຈົ້າ ຕິດຕາມເບິ່ງ ການເຄື່ອນໄຫວ ຂອງພວກນັກຕໍ່ສູ້ລັດອິສລາມ.
ພວກນັກຕໍ່ສູ້ ຂອງໜ່ວຍປ້ອງກັນຂອງປະຊາຊົນຊາວເຄີດ ຫຼື Kurdish People's Protection Units (YPG )ເຂົ້າໄປຕັ້ງທີ່ໝັ້ນ ຢູ່ໃນອາຄານທີ່ໄດ້ຮັບຄວາມເສຍຫາຍ ໃນຄຸ້ມ al-Vilat al-Homor ທີ່ເມືອງ Hasaka ໃນຂະນະທີ່ພວກເຂົາເຈົ້າ ຕິດຕາມເບິ່ງ ການເຄື່ອນໄຫວ ຂອງພວກນັກຕໍ່ສູ້ລັດອິສລາມ.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ກ່າວໃນວັນ
ພະຫັດມື້ນີ້ວ່າ ຄວາມພະຍາຍາມເພື່ອຜາບແພ້ ກຸ່ມລັດອິສລາມ
ຈະບໍ່ສຳເລັດໄດ້ຈົນກວ່າ ຈະມີຂໍ້ຕົກລົງທາງການເມືອງໃນຊີເຣຍ
ແລະ ວ່າທ່ານເຊື່ອວ່າ ການຕົກລົງກັນນັ້ນ ບໍ່ຄວນທີ່ຈະປ່ອຍໃຫ້
ປະທານາທິບໍດີ Bashar al-Assad ກຳອຳນາດຢູ່ຕໍ່ໄປ.

ທ່ານໂອບາມາ ເວົ້າວ່າ “ມັນຈິນຕະນາການບໍ່ໄດ້ເລີຍວ່າ ທ່ານ
ຈະສາມາດຢຸດຢັ້ງສົງຄາມກາງເມືອງ ຢູ່ແຫ່ງນັ້ນໄດ້ ໃນເມື່ອ
ປະຊາຊົນໃນຊີເຣຍສ່ວນໃຫຍ່ ຖືວ່າເຂົາເປັນຜູ້ນຳຜະເດັດການ
ທີ່ໂຫດຫ້ຽມ ແລະເປັນຄາດຕະກອນ.”
ທ່ານເວົ້າອີກວ່າ “ເຂົາບໍ່
ສາມາດນຳເອົາຄວາມຖືກຕ້ອງຄືນມາໄດ້ ແລະ ຖ້າເຂົາຍັງມີອຳ
ນາດຢູ່ ແທ້ໆແລ້ວ ໂດຍບໍ່ຄຳນຶງເຖິງ ອຳນາດຢູ່ພາຍນອກຈະເຮັດແນວໃດກໍຕາມ ມັນກໍ
ຍັງຈະມີພົນລະເມືອງ ສ່ວນໃຫຍ່ຈຳນວນນຶ່ງ ທີ່ຄົງຈະຕໍ່ສູ້ຢູ່.”

ທ່ານໂອບາມາ ໄດ້ກ່າວຖະແຫລງ ຫຼັງຈາກພົບປະກັບ ນາຍົກລັດຖະມົນຕີ ການາດາ ທ່ານ
Justin Trudeau ຢູ່ນອກກອງປະຊຸມເອເຊຍປາຊີຟິກ ໃນປະເທດຟີລິບປິນ.

ປະຊາຄົມນາໆຊາດ ໄດ້ທຳງານ ເປັນເວລາຫຼາຍກວ່າ 3 ປີ ຫາຊ່ອງທາງເພື່ອຍຸດຕິການຕໍ່
ສູ້ກັນໃນຊີເຣຍ ທີ່ໄດ້ສັງຫານ ຢ່າງໜ້ອຍ 250,000 ຄົນມາແລ້ວ. ຈຸດເພັ່ງເລັງທີ່ສຳຄັນ
ຂອງກອງປະຊຸມ ກໍແມ່ນການປ່ຽນແປງທາງດ້ານການເມືອງ ແຕ່ບົດບາດຂອງທ່ານ Assad
ໄດ້ແບ່ງແຍກ ບັນດາສະມາຊິກສຳຄັນ ເປັນສອງກ້ຳສອງຝ່າຍ ຂອງບັນຫາຂັດແຍ້ງນັ້ນ.

US Syria
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG