ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ໂອບາມາ ຢ້ຽມຢາມ ຈີນ ເພື່ອ ເຂົ້າຮ່ວມ ກອງປະຊຸມ ເອເພັກ


ປະທານາທິບໍດີສະຫະລັດ ທ່ານ ບາຣັກ​ ​ໂອ​ບາ​ມາ ຍ່າງຜ່ານ ກອງທະຫານກຽດຕິຍົດ ໃນເວລາ ເດີນທາງໄປເຖິງ ນະຄອນຫລວງປັກກິ່ງ, ວັນທີ 10 ພະຈິກ 2014.
ປະທານາທິບໍດີສະຫະລັດ ທ່ານ ບາຣັກ​ ​ໂອ​ບາ​ມາ ຍ່າງຜ່ານ ກອງທະຫານກຽດຕິຍົດ ໃນເວລາ ເດີນທາງໄປເຖິງ ນະຄອນຫລວງປັກກິ່ງ, ວັນທີ 10 ພະຈິກ 2014.

ປະທານາທິບໍດີສະຫະລັດ ທ່ານ ບາຣັກ​ ​ໂອ​ບາ​ມາ ​ໄດ້ໄປ​ເຖິງ​
ປັກ​ກິ່ງ​ແລ້ວ ​ໃນການ​ເດີ​ນທາງ​ລະຍະ​ສາມ​ມື້ ທີ່​ລວມທັງການ
ຢ້ຽມ​ຢາມປະ​ເທດ​ຈີນ ພ້ອມ​ກັນ​ກັບ ​ການພົບ​ປະ​ກັບ ກຸ່ມອົງການ
ຮ່ວມມືທາງດ້ານເສດຖະກິດໃນເຂດເອເຊຍປາຊີຟິກ ຫລື APEC.

ທ່ານ ​ໂອ​ບາ​ມາ ​ຈະ​ເຂົ້າຮ່ວມກອງ​ປະຊຸມ​ສຸດ​ຍອດ ​ເອ​ເພັກ ​ເປັນ
​ເວລາ 2 ມື້ ຊຶ່ງ​ເລີ້ມ​ຕົ້ນຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້. ​ບັນດາ​ເຈົ້າໜ້າ​ທີ່​
ສະຫະລັດ ມອງ​ເຫັນ​ກອງ​ປະຊຸມ​ນີ້ວ່າ ​ເປັນ​ວິທີ​ທາງ​ຈັດຕັ້ງກົດ
​ລະບຽບ​ຕ່າງໆ ​ເພື່ອ​ຫລີກ​ເວັ້ນ ຂໍ້​ຂັດ​ແຍ້​ງ​ກັນ ໃນຂົງ​ເຂດ
ຂະນະ​ດຽວ​ກັນ ກໍ​ແມ່ນ​ເພື່ອດຳ​ເນີນ​ຄວາມ​ກ້າວໜ້າ ​ທາງ​ດ້ານ​
ການ​ຄ້າ ທາງ​ດ້ານ​ອີນ​ເຕີ​ແນັດ ​ແລະ ບັນຫາ​ທາງດ້ານ​ດິນ​ຟ້າ​
ອາກາດ​ທັງຫຼາຍ.

ສະຫະລັດ ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ ການ​ຂາດ​ດຸນ​ທາງ​ດ້ານ​ການ​ຄ້າ​ທີ່​ຕໍ່​ເນື່ອງ​ຂອງ​ຕົນ
ບັນຫາ​ຕ່າງ​ໆທາງ​ອີນ​ເຕີ​ແນັດ ​ແລະ ​ເລື້ອງ​ທີ່​ຈີນ​ອ້າງ​ກຳມະສິດ​ທາງ​ທະ​ເລ ໃນທະ​ເລ​ຈີນ
ຕາ​ເວັນ​ອອກ ​ແລະ ທະ​ເລຈີນ​ໃຕ້ນັ້ນ. ປະທານາທິບໍດີ ​ໂອ​ບາ​ມາ ຢາກ​ໃຫ້​ລົບ​ລ້າງ​ຄວາມ​
ຮູ້ສຶກ​ພາຍ​ໃນ​ບັນດາ​ຜູ້ນຳ​ຈີນ ວ່າ​ ສະຫະລັດ ​ໂດຍ​ຜ່ານ​ການຫັນປ່ຽນຄວາມ​ກ້ຳ​ເກີ່ງຄືນໃໝ່ ຂອງ​ກອງ​ກຳລັງ​ສະຫະລັດ​ໃນ​ປາຊີ​ຟິກນັ້ນ ​ແມ່ນ​ເພື່ອ​ຄວບ​ຄຸມ​ຈີນ.

ການ​ນຳສະ​ເໜີ​ລາຍການ​ປະຊຸມ​ ກ່ຽວ​ກັບ​ການ​ຮ່ວມ​ໄມ້​ຮ່ວມມື້​ທີ່​ກວ້າງ​ຂວາງ​ຂຶ້ນນັ້ນ ຈະ​ບໍ່​
ແມ່ນ​ເລື້ອງ​ທີ່​ງ່າ​ຍສຳ​ຫລັບ​ ທ່ານ ​ໂອ​ບາ​ມາ ຜູ້​ທີ່​ມາ​ປັກ​ກິ່ງ​ ໃນເ​ວລາເກີດ​ຄວາມ​ອ່ອນ​ແອ​ທາງ​ດ້ານການ​ເມືອງ ​ໂດຍ​ການ​ເລືອກ​ຕັ້ງກາງ​ສະ​ໄໝ​ ຢູ່​ທາງ​ບ້ານນັ້ນ.

ທ່ານ ​ໂອ​ບາ​ມາ ຈະ​ເດີນທາງ​ອອກ​ຈາກ​ປັກ​ກິ່ງ ​ໃນ​ວັນ​ພຸດ ສຳ​ຫລັບ ການເດີນທາງ​ລະຍະ​ສອງ ​ໄປ​ຢ້ຽມຢາມ​ປະ​ເທດ​ມຽນມາ. ຢູ່​ທີ່​ນັ້ນ ທ່ານ ຈະ​ເຂົ້າຮ່ວມ ກອງ​ປະຊຸມ​ສຸດ​ຍອດ​ເອ​ເຊຍ ​ຕາ​ເວັນ​ອອກ ລະຍະ 2 ມື້ ກ່ອນ​ຈະເດີນທາງ​ຕໍ່​ໄປ​ຍັງ​ອອສ​ເຕຣ​ເລຍ ສຳ​ຫລັບ​ການເຕົ້າ​ໂຮມ​ຂອງ​ກຸ່ມ G20.

OBAMA CHINA VO
please wait
Embed

No media source currently available

0:00 0:01:06 0:00

U.S. President Barack Obama is in Beijing on a three-day trip that combines a state visit with a meeting of the Asia Pacific Economic Cooperation group.

Mr. Obama is attending the two-day APEC summit that began Monday. U.S. officials see the meeting as a way to set rules that will prevent conflicts in the region, while making progress on trade, cyberspace and climate issues.

The United States is concerned about its continuing trade deficit, cyber issues and Chinese maritime claims in the East and South China seas. President Obama wants to dispel the impression among Chinese leaders that the U.S., through the rebalance of its forces to the Pacific, is trying to contain China.

Pushing an agenda of greater cooperation will not be easy for Mr. Obama, who comes to Beijing politically weakened by mid-term elections at home.

Mr. Obama will depart Beijing Wednesday for his second visit to Myanmar, also known as Burma. There, he will attend two East Asian summits before going to Australia for a gathering of the G20.

XS
SM
MD
LG