ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. Obama ເປັນ​ເຈົ້າ​ພາບ ຈັດກອງປະຊຸມສຸດຍອດ ເຂດອ່າວເປີເຊຍ


Summit, Without Saudi King, to Focus on Security Ties
please wait

No media source currently available

0:00 0:02:19 0:00

້ເບິ່ງວິດີໂອ ກ່ຽວກັບ ຂ່າວນີ້

ປະທາ​ນາ​ທິບໍ​ດີ ສະຫະລັດ ທ່ານ Barack Obama ​ແລະ ບັນດາ​ເຈົ້າ​ໜ້າ​ທີ່ອາວຸ​ໂສ ຈາກບັນ​ດາ 6 ປະ​ເທດ​ ໃນເຂດອ່າວ​ເປິ​ເຊຍ ​ ​ກຳລັງ​ສືບ​ຕໍ່​ກອງ​ປະຊຸມ​ສຸດຍອດ ໃນວັນພະຫັດມື້ນີ້​ ກ່ຽວ​ກັບ
ບັນ​ຫາໃນພາກຕາ​ເວັນ​ອອກ​ກາງ ລວມທັງ​ຄວາ​ມ​ເປັນ​ໄປ​ໄດ້ ກ່ຽວກັບ ຂໍ້​ຕົກລົງ ດ້ານ Nuclear ກັບ​ປະ​ເທດ Iran ​ແລະ ການສູ້ລົບ​ໃນ Irag, Syria, Yemen ​ແລະ Libya.

ການ​ເຈ​ລະ​ຈາ​ກັບ ​ບັນດາ​ສະ​ມາ​ຊິກ ຂອງສະພາການ​ຮ່ວ​ມມື
ໃນເຂດ ອ່າວ​ເປິເຊຍ ​ໄດ້​ເລີ່​ມຕົ້ນ​ດ້ວຍ​ການຈັດ​ງານລ້ຽງ ​ອາຫານ​
ຄ່ຳ ໃນ​ຄືນວັນ​ພຸດວານນີ້ ທີ່​ທຳນຽບຂາວ ກ່ອນຈະ ຍ້າຍ​ໄປ​ຄ້າຍ
Camp David ບ່ອນພັກ ຜ່ອນ​ຂອງປະທາ​ນາ​ທິບໍດີ ປະມານ 100 ກິ​ໂລ​ແມັດ ຢູ່ທາງເໜືອ ນະຄອນຫຼວງ Washington.

ທ່ານ Obama ​ໄດ້​ກ່າວວ່າ ກອງປະຊຸມ​ໄດ້​ມີ​ຂຶ້ນໃນ​ລະຫວ່າງ​ອັນ​ທີ່​ທ່ານ​ເອີ້ນ​ວ່າ “ໂອກາດ ເວລາ​ທີ່​ທ້າ​ທາ​ຍຫຼາຍ” ຢູ່​ໃນ​ເຂດອ່າວ​ເປີ​ເຊຍ.

ຮອ​ງທີ່​ປຶ​ກສາ​ດ້ານ​ຄວາມ​ປອດ​ໄພແຫ່ງ​ຊາດ ທ່ານ Ben Rhodes ​ໄດ້​ບອກກັບ ໂທລະພາບ Alhurra ​ເມື່ອວັນ​ພຸດ​ວານນີ້​ວ່າ ໜຶ່ງ​ໃນ​ເປົ້າ​ໝາຍ​ຂອງ​ກອງປະຊຸມສຸດຍອດຄັ້ງນີ້​ແມ່​ນກວດ
ສອບເບິ່ງຄວ​າມສາມາດ​ທາງ​ດ້ານ​ທະຫານ ​ແລະ ວິທີ​ເຮັດ​ວຽກ​ຮ່ວມ​ກັນສຳ​ລັບ​ບັນ​ດາ
​ປະ​ເທດ​ໃນເຂດອ່າວ​ເປີ​ເຊຍ​ ​ແລະ​ ສະຫະລັດ​.

ທ່ານ Rhodes ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ບໍ່​ໄດ້​ຊອກ​ຫາສົນທິສັນຍາທີ່ມີຂໍ້​ຜູກ​ມັດ​ດັ່ງ​ທີ່​
ເຮົາໄດ້ເຮັດ​ກັບ​ບັນ​ດາປະ​ເທດ​ຂອງອົງການ NATO ​ເຊິ່ງ ​ເປັນ​ສິ່ງ​ທີ່​ໄດ້​ມີ​ການ​
ເຈລະຈາ​ກັນ​ຢ່າ​ງພິຖີ​ພິຖັນ ​ແລະໄດ້​ພັດທະ​ນາ​ຂຶ້ນ ມາ​ເປັນເວລາ​ຫຼາຍ​ປີ ​ແຕ່​ວ່າ​
ພວກ​ເຮົາ​ກຳລັງເບິ່ງໄປຍັງ ການ​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະແຈ້ງຂອງສະຫະລັດ ວ່າ​
ພວກເຮົາ​ຈະ​ມາ​ເພື່ອ​ປ້​ອງກັນ ບັນດາປະເທດພາຄີ​ ຂອງສະພາ​ການ​ຮ່ວມ​ມື​ໃນເຂດ
ອ່າວ​ເປີ​ເຊຍ​ຂອງ​ພວກເຮົາ​ ໃນ​ການ​ປະ​ເຊີນ​ໜ້າ​ກັບ​ໄພ​ຂົ່ມຂູ່​ຈາກ​ພາຍ​ນອກ”
​ແລະ​ ພວ​ກເຮົາ​ກໍ່​ໄດ້​ສະ​ແ​ດງໃຫ້ເຫັນ​ຜ່ານ​ມາ​ແລ້ວ​ວ່າ ນັ້ນ​ກໍ​ລວ​ມມີ​ຄວາມ​ເປັນ​ໄປ​ໄດ້​ ໃນ​ການ​ໃຊ້​
ກຳລັງ​ທະຫານ ​ດັ່ງ​ໄດ້​ທີ່​ພວກ​ເຮົາ​ເຄີ​ຍ​ໄດ້​ເຮັດ​ໃນ​ສົງ​ຄາມ​ອ່າວ​ເປີ​ເຊຍນັ້ນ.

ບັນດາ​ປະ​ເທດ ໃນເຂດອ່າວ​ເປີ​ເຊຍ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ​ ການ​ເຈ​ລະ​ຈາ
ເລື່ອງ Nuclear ກັບ​ Iran ທີ່ເປັນຄູ່ປໍລະປັກຂອງ ຂົງເຂດ ​ແລະ ຢາກ​ຈະ​ຍົກ​ລະ​ດັບ​ສາ​ຍ
ພົວພັນດ້ານ​ຄວາມ​ໝັ້ນຄົງ​ກັບ ສະຫະລັດ. ພວກ​ເຂົາ​ເປັນ​ຫ່ວງ​ວ່າ ຂໍ້​ຕົກລົງ​ດັ່ງກ່າວຈະ​ສົ່ງ​ເສີມ​ບາ​ລະ​ມີໃຫ້ Iran ​ໃນ​ພາ​ກພື້ນ ​ແລະ ​ເຮັດໃຫ້​ການ​ຮ່ວມ​ມື​ຂອງສະຫະ​ລັດ​ ກັບບັນດາ​ປະ​ເທດ​ໃນເຂດອ່າວ​ເປີ​ເຊຍ​ອື່ນໆອ່ອນແອລົງ ​ໂດຍ​ສະ​ເພ​າະ ​ເລື່ອງ​ກຳລັງ​ທະຫານ.

ໂຄສົກທຳ​ນຽບຂາວ ທ່ານ John Earnest ເມື່ອ​ວັນ​ພຸດ​ວານນີ້ໄດ້​ກ່າວ​ວ່າ ສະຫະລັດ ໃຫ້ຄວາມສຳຄັນຕໍ່ສາ​ຍ​ພົວພັນດ້ານ​ຄວາມ​ໝັ້ນຄົງ​ ກັບ​ສະພາ​ການ​ຮ່ວມ​ມື​ໃນເຂດ
ອ່າວ​ເປີ​ເຊຍ.

US Gulf Summit
please wait
Embed

No media source currently available

0:00 0:01:30 0:00

XS
SM
MD
LG