ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ໃຫ້ກຽດ ແກ່ບັນດາຕຳຫຼວດ ທີ່ເສຍຊີວິດ ເພີ້ມຂຶ້ນ ໃນໜ້າທີ່


National Police Week Ceremony Honors Officers Lost in Line of Duty
please wait

No media source currently available

0:00 0:02:04 0:00

ປະທານ​າທິບໍ​ດີ ສະຫະລັດ ທ່ານ Barack Obama ​ໄດ້​ໃຫ້
ກຽດແກ່​ບັນດາ​ເຈົ້າ​ໜ້າ​ທີ່​ຕຳຫຼວດທີ່ໄດ້​ເສຍ​ຊີວິດ​ຢູ່​ໃນ​ໜ້າ​ທີ່
​ໂດຍ​ກ່າວ​ວ່າ ​ເຂົາ​ເຈົ້າ​ຕ້ອງ​ໄດ້ຖືກຈາລຶກ​ໄວ້​ວ່າ​ ເປັນ “ວິລະ​
ຊົນ ​ເພາະວ່າ​ ນັ້ນຄືສິ່ງທີ່ເຂົາ​ເຈົ້າ​ເປັນ.”

ຢູ່​ໃນ​ຄຳ​ປາໄສຕໍ່​ບັນດາເຈົ້າ​ໜ້າ​ທີ່ຕຳຫລວດ ຢູ່​ເດີ່ນ​ລັດຖະ
ສະພາ​ສະຫະລັດ ​ໃນ​ວັນ​ສຸກ​ວານ​ນີ້ທ່ານ Obama ກ່າວ​ວ່າ
“ພວກ​ເຮົາ​ບໍ່​ສາມາດ​ທີ່​ຈະ​ລືບ​ລ້າງຄວາມ​ມືດ​ມົວ​ຂອງ​ແຕ່​ລະ
​ວັນຫຼື​ອັນຕະລາຍ​ຈາກໜ້າ​ທີ່ ທີ່​ພວກທ່ານ​ໄດ້​ເລືອກ​ເອົານັ້ນ.
ພວກ​ເຮົາ​ສາມາດ​ມອບ​ການ​ສະໜັບສະໜຸນ ທີ່ພວກ​ທ່ານ​ຕ້ອງການ​ເພື່ອ​ໃຫ້​ໄດ້​ຮັບ​ຄວາມ​ປອດ​ໄພນັ້ນ.”

ປະທານາທິບໍດີ Obama ​ໄດ້​ໃຫ້ຄວາມເຫັນດັ່ງກ່າວ​ຢູ່ວັນ​ໄວ້ອາ​ໄລສັນຕິພາບ​ຕຳຫລວດ
ອັນ​ເປັນ​ພາກສ່ວນນຶ່ງຂອງສັບ​ປະດາ​ຕຳຫລວດ​ແຫ່ງ​ຊາດ ຊຶ່ງເປັນ ການ​ຄຳນັບ​ໃຫ້​ກຽດ
​ປະ​ຈຳປີ​ແກ່ການ​ຮັບ​ໃຊ້ ​ແລະ​ການເສຍສະຫຼະຂອງເຈົ້າໜ້າ ທີ່ປະຕິບັດກົດໝາຍ. ຫລັງ
​ຈາກ​ໄວ້ອາ​ໄລດ້ວຍການ​ວາງພວງ​ມະລາ ​ແກ່​ບັນດາ​ເຈົ້າ​ໜ້າ​ທີ່ ທີ່​ໄດ້ເສຍ​ຊີວິດແລ້ວ
ປະທານາທິບໍດີ​ໄດ້​ໃຫ້​ກຽດຕ້ອນຮັບ​ບັນດາ​ຄອບ ຄົວ ​ແລະ​ຄົນ​ຮັກຂອງພວກເຈົ້າໜ້າທີ່
ທີ່​ໄປ​ເຕົ້າ​ໂຮມ​ກັນຢູ່​ໃນ​ພິທີ​ໄວ້ອາ​ໄລ.

ການໃຫ້ຄວາມເຫັນ​ຂອງ ທ່ານ Obama ບັງເອີນມີຂຶ້ນກົງກັນ​ກັບ​ຂ່າວ​ການ​ເສຍ​ຊີວິດ​
ຂອງເຈົ້າ​ໜ້າ​ທີ່​ຕຳຫລວດ​ໄດ້​ເພີ້ມຂື້ນຢ່າງຫຼວງຫຼາຍ​.

​ໃນ​ປີ 2013 ​ມີເຈົ້າ​ໜ້າ​ທີ່​ຕຳຫລວດ ​27 ຄົນໄດ້ເສຍ​ຊີວິດໃນ​ໜ້າ​ທີ່ ​ໃນສະຫະລັດ ຊຶ່ງຈຳ
ນວນເສຍຊີວິດ​ທີ່ຕຳ່ສຸດ​ປະ​ຈຳປີ ແມ່ນຢ້ອນຄືນໄປ​ໃນ​ປີ 1980. ຈຳນວນ​ດັ່ງກ່າວ​ໄດ້​ເພີ້​ມຂື້ນເປັນເກືອບ​ສອງ​ເທົ່າ ຄື​ 51 ​ໃນ​ປີ​ກາຍ​ນີ້ ​ອີງ​ຕາ​ມ ​ສະ​ຖິຕິຂັ້ນ​ຕົ້ນ ທີ່ນຳອອກເຜີຍ
ແຜ່ໃນ​ອາທິດ​ນີ້ ໂດຍອົງການສັນຕິບານກາງສະ ຫະລັດ ຫລື FBI.

ທ່ານ Bill Johnson ຜູ້ອຳນວຍການ ບໍລິຫານ ອົງການ​ຈັດ​ຕັ້ງ​ສະມາຄົມ​ຕຳຫລວດ​ແຫ່ງ​
ຊາດ ກ່າວ​ວ່າ ການເພີ້ມຂຶ້ນ 89 ​ເປີ​ເຊັນ​ຈາກ​ປີ 2013 ຫາ 2014 ແມ່ນ​ເປັນ “ໜ້າ​ວິຕົກ​ທີ່
​ສຸດ” ​ແກ່​ອົງການ​ຈັດ​ຕັ້ງ​ຂອງ​ທ່ານ ທີ່​ຕາງໜ້າ ໃຫ້ແກ່ຖັນຖຽວຂອງຕຳຫຼວດ 240,000 ​
ພ້​ອມທັງ​ບັນດາ​ກຸ່ມ​ຕຳຫລວດ​ຢູ່​ທົ່ວປະ​ເທດ. ທ່ານ​ໄດ້​ໃຫ້​ເຫດຜົນຕໍ່ການ​ເພີ້​ມຂື້ນວ່າ
“ສ່ວນ​ໃຫຍ່​ແມ່ນ​ເປັນການ​ຕັ້ງ​ໃຈ​ໂຈມ​ຕີ ການ​ດັກສະກັດ ຊຶ່ງໃນບາງໂອກາ​ດ​ເວລາ​ຢຸດ​ລົດ
​ແລະ ຜູ້ໂຈມຕີກໍຢຸດ​ຢ່າງກະທັນຫັນ ແລ້ວຍິງ​ປືນ​ໃສ່​ຕຳຫລວດ ຫລື​ໃນຫລາຍ​ກໍລະນີ ແມ່ນ
ຕັ້ງ​ໃຈ​ສັງຫານຕຳຫຼວດ.”

US Obama Police Memorial
please wait

No media source currently available

0:00 0:01:22 0:00

XS
SM
MD
LG